ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກຄອບຄົວ ຜູ້ຕິດເຊື້ອ COVID-19 ບາງຄົນໃນ ລາວ ບໍ່ປະຕິບັດການກັກຕົວ ແຍກປ່ຽວ ຕາມລະບຽບ


ແມ່ຍິງລາວ ໃສ່ໜ້າກາກຂັບລົດຈັກ, ນະຄອນຫຼວງ ວຽງຈັນ, 11 ມີນາ 2020.
ແມ່ຍິງລາວ ໃສ່ໜ້າກາກຂັບລົດຈັກ, ນະຄອນຫຼວງ ວຽງຈັນ, 11 ມີນາ 2020.

ໃນຂະນະທີ່ການລະບາດຄັ້ງໃຫຍ່ຂອງ COVID-19 ໃນ ລາວ ຍັງເກີດຂຶ້ນຢູ່ນັ້ນ, ທາງການຂອງປະເທດກໍໄດ້ສືບຕໍ່ເຂັ້ມງວດໃນການໃຊ້ມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະ ບາດດັ່ງກ່າວ.

ທາງການລາວ ແລະ ປະຊາຊົນ ລາວ ແມ່ນໄດ້ຮ່ວມໄມ້ຮ່ວມມືກັນຊ່ວຍຄວບຄຸມໂຣກລະບາດດັ່ງກ່າວໄດ້ເປັນຢ່າງດີ, ໂດຍປະຊາຊົນໄດ້ພາກັນກັກຕົວຢູ່ໃນບ້ານພ້ອມກັບຫ້ອງການ ແລະ ໂຮງຮຽນຕ່າງໆໄດ້ຖືກປິດເພື່ອປ້ອງກັນການລະບາດເພີ່ມເຕີມ. ເຖິງຢ່າງໃດກໍຕາມ, ມັນຍັງມີປະຊາຊົນຈຳນວນນຶ່ງທີ່ສະມາຊິກໃນຄອບຄົວໄດ້ຕິດເຊື້ອໄວຣັສ COVID-19 ແຕ່ຕົນເອງຍັງອອກມາໃຊ້ ຊີວິດໃນສາທາລະນະຢ່າງປົກກະຕິຢູ່. ເຊິ່ງນັ້ນຖືວ່າເປັນການປະໝາດ ແລະ ລະເມີດຕໍ່ກົດລະບຽບການແຍກຕົວປ່ຽວ.

ແມ່ຍິງລາວທີ່ອາໄສຢູ່ບ້ານແຫ່ງນຶ່ງ ທີ່ມີກໍລະນີຜູ້ຕິດເຊື້ອ COVID-19 ໃນນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ພວກເຮົາວ່າ “ຮູ້ສຶກວ່າບາງຄອບຄົວຍັງບໍ່ເອົາໃຈໃສ່ດີ ກ່ຽວກັບ ການກັກຕົວ, ເຊິ່ງເຫັນວ່າມີຄອບຄົວນຶ່ງມີສະມາຊິກຂອງຕົນຫັ້ນ ຕິດໂຄວິດເນາະ ແຕ່ວ່າຄືຊິແມ່ນວ່າໂຕເອງໄດ້ຜົນກວດແລ້ວເບາະວ່າບໍ່ຕິດໂຄວິດ ແຕ່ວ່າບໍ່ເຂັ້ມງວດໃນການກັກຕົວ ເຫັນວ່າຍັງອອກມາຍ່າງ, ມາໃຊ້ຊິ ວິດປົກກະຕິ ອອກໄປນອກ ອີຫຍັງສະບາຍຢູ່ຫັ້ນນະ. ແຕ່ພວກເຮົາເຫັນເນາະເຮົາກະຢ້ານແຫຼະ. ພວກເຮົາຢູ່ໄທບ້ານດຽວກັນເຮົາກະຮູ້ສຶກຢ້ານແຫຼະເນາະ. ມີແຕ່ວ່າຢາກໃຫ້ແຕ່ລະຄອບຄົວຫັ້ນແຫຼະ ເຮືອນໃດທີ່ມີສະມາຊິກຄອບຄົວທີ່ຕິດໂຄວິດຫັ້ນ ກະໃຫ້ມີສະຕິເອົາໃຈໃສ່ຕື່ມ ກ່ຽວກັບ ການກັກຕົວໂຕເອງຫັ້ນ.”

ດ້ວຍຄວາມລຶ້ງເຄີຍ ແລະ ຮັກແພງກັນໃນໝູ່ບ້ານໄດ້ເຮັດໃຫ້ບາງຄົນເກງໃຈ ບໍ່ກ້າເວົ້າ ຫຼື ເຕືອນກັນ, ເຊິ່ງນັ້ນແມ່ນສິ່ງທີ່ຜິດ. COVID-19 ເປັນໂຣກລະບາດທີ່ຮ້າຍແຮງ, ສະນັ້ນ ມັນເປັນສິ່ງທີ່ຕ້ອງໄດ້ບອກກັນ ຫຼື ແຈ້ງໃຫ້ເຈົ້າໜ້າທີ່ຊາບ ແລະ ຜູ້ທີ່ມີຄວາມສ່ຽງຕິດເຊື້ອສູງກໍບໍ່ຄວນເຫັນແກ່ຕົວຕ້ອງໄດ້ອົດທົນແຍກປ່ຽວຕົນເອງ ຈົນກວ່າຄົບກຳນົດເສຍກ່ອນ.

ຫຼ້າສຸດນີ້, ພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ, ຫົວໜ້າກົມໃຫຍ່ ກະຊວງປ້ອງກັນຄວາມສະຫງົບໄດ້ປະ ກາດວ່າ ຄົນໃດທີ່ເອົາ COVID-19 ມາແຜ່ລະບາດໃນ ສປປ ລາວ ຈະຖືກດຳເນີນຄະດີລົງໂທດຕາມກົດໝາຍ.

XS
SM
MD
LG