ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຳ​ນວນ​ຜູ້​ຫາ​ຍ​ສາບ​ສູນ​ ຈາກ​ໄຟ​ປ່າ ລັດ​ຄາ​ລິ​ຟໍ​ເນຍ ຫຼຸດ​ລົງມາ​ເປັນ 25 ຄົ​ນ


ຫຼັງ​ຈາກ​ການ​ຊັກ​ຊ້າ ເພື່ອ​ໃຫ້​ຝົນ​ຜ່ານ​ໄປ, ອາ​ສາ​ສະ​ໝັກສືບ​ຕໍ່​ການ​ຄົ້ນ​ຫາ​ຊາກ​ກະ​ດູກ​ຂອງ​ມະ​ນຸດ ຢູ່​ເດີ່ນ​ເຮືອນ​ເຄື່ອນ​ທີ່​ ໃນ​ເມືອງ ພາ​ຣາ​ໄດ​ສ, ລັດ​ຄາ​ລິ​ຟໍ​ເນຍ. 23 ພະ​ຈິກ, 2018.
ຫຼັງ​ຈາກ​ການ​ຊັກ​ຊ້າ ເພື່ອ​ໃຫ້​ຝົນ​ຜ່ານ​ໄປ, ອາ​ສາ​ສະ​ໝັກສືບ​ຕໍ່​ການ​ຄົ້ນ​ຫາ​ຊາກ​ກະ​ດູກ​ຂອງ​ມະ​ນຸດ ຢູ່​ເດີ່ນ​ເຮືອນ​ເຄື່ອນ​ທີ່​ ໃນ​ເມືອງ ພາ​ຣາ​ໄດ​ສ, ລັດ​ຄາ​ລິ​ຟໍ​ເນຍ. 23 ພະ​ຈິກ, 2018.

ບັນ​ດາ​ເຈົ້າ​ໜ້າ​ທີ່​ອີກ​ຄັ້ງ​ນຶ່ງ ​ໄດ້ຫຼຸດ​ຈຳ​ນວນ​ຂອງ​ປະ​ຊາ​ຊົນ​ທີ່​ຄິດ​ວ່າ​ໄດ້​ຫາຍ​ສາບ​ສູນ
ໄປ ໃນໄຟປ່າທີ່ຮ້າຍແຮງທີ່ສຸດຂອງລັດ ຄາລິຟໍເນຍ ລົງມາເປັນ ເປັນ 25 ຄົນ.

ຫ້ອງ​ການ​ຕຳຫຼວດ​ເມືອງ ບັດ (Butte) ​ກ່າວ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ໃນ​ໄຟ​ປ່າ
ແຄ້ມ ຍັງມີຄົງຢູ່ 88 ຄົນ. ໄຟໄດ້ເຜົາໄໝ້ເມືອງ ພາຣາໄດສ ໝົດກ້ຽງ, ເຊິ່ງເປັນບ້ານ
ຂອງປະຊາຊົນເກືອບ 27,000 ຄົນ ຕັ້ງຢູ່ປະມານ 280 ກິໂລແມັດໄປທາງທິດເໜືອ
ຂອງເມືອງ ແຊນ ແຟຣນຊິສໂກ.

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຕົວ​ເລກ​ຂອງ​ຜູ້​ຫາຍ​ສາບ​ສູນ​ໄດ້​ຢຸດ​ຢູ່​ທີ່
49 ຄົນ, ຫຼຸດລົງຈາກຫຼາຍເຖິງ 1,200 ຄົນ ເມື່ອສອງສັບປະດາທີ່ຜ່ານມາ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ຍົກ​ເລີກ​ຄຳ​ສັ່ງ​ອົບ​ພະ​ຍົບ ​ສຳ​ລັບ​ຜູ້​ອາ​ໄສ​ຢູ່​ໃນ​ບາງ​ຊຸມ​ຊົນ​ໃນ​ເຂດ
ມາກາເລຍ, ທາງທິດເໜືອຂອງເມືອງ ພາຣາໄດສ. ແຕ່ປະຊາຊົນຍັງຄົງຖືກຫ້າມຈາກ
ການເຂົ້າໄປໃນເມືອງ ພາຣາໄດສ ຢູ່, ອີງຕາມການກ່າວຂອງກົມຕຳຫຼວດເມືອງ.

ສາ​ເຫດ​ຂອງ​ໄຟ​ປ່າ​ແມ່ນ​ຍັງ​ຢູ່​ໃນ​ການ​ສືບ​ສວນ​ສອບ​ສວນ ແຕ່​ຄວາມ​ສົງ​ໄສ​ແມ່ນ​ໄດ້​ຕົກ​
ໄປໃສ່ບໍລິສັດແກັສທຳມະຊາດ PG&E, ເຊິ່ງໄດ້ຍອມຮັບວ່າມີບັນຫາດ້ານອຸປະກອນ ຢູ່
ໃກ້ກັບຈຸດເລີ່ມຕົ້ນຂອງໄຟ ໃນເວລາທີ່ມັນໄດ້ເລີ່ມຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG