ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢາວັກຊີນປ້ອງກັນ COVID-19 ບາງຊະນິດ ທີ່ຖືກໃຊ້ໃນ ລາວ ບໍ່ສາມາດຮັບປະກັນ ຄວາມປອດໄພ ຕໍ່ແມ່ຍິງທີ່ຖືກພາ


ລົດຈໍາໂບ ແລ່ນແຜ່ນອະນຸສາວະລີ, ນະຄອນຫຼວງ ວຽງຈັນ, ລາວ. 12 ມີນາ 2020.
ລົດຈໍາໂບ ແລ່ນແຜ່ນອະນຸສາວະລີ, ນະຄອນຫຼວງ ວຽງຈັນ, ລາວ. 12 ມີນາ 2020.

ໂຣກລະບາດ COVID-19 ໄດ້ສົ່ງຜົນກະທົບຕໍ່ເກືອບໝົດທຸກຢ່າງໃນໂລກ ລວມທັງການເກີດລູກ, ເຊິ່ງບັນດານັກຊ່ຽວຊານຄາດວ່າມັນຈະແກ່ຍາວອອກໄປຕື່ມອີກຫຼັງຈາກໂຣກລະບາດ.

COVID-19 ໄດ້ເຮັດໃຫ້ອັດຕາການຈະເລີນພັນໃນໂລກຫຼຸດລົງ ເຊິ່ງມີຜົນມາຈາກຫຼາຍປະການ ລວມມີວຽກງານ, ການເງິນ, ເຊື້ອໄວຣັສ, ສະພາບການຢູ່ໂຮງໝໍ ແລະ ອື່ນໆ.

ນອກຈາກບັນຫາທີ່ກ່າວມາຂ້າງເທິງນັ້ນແລ້ວ, ຢາວັກຊີນກັນໂຄວິດບາງຊະນິດຍັງໄດ້ກີດກັ້ນບໍ່ໃຫ້ຄົນສາມາດເອົາລູກໄດ້ ຫຼື ຜູ້ທີ່ຖືພາແລ້ວແມ່ນບໍ່ສາມາດສັກຢາວັກຊີນກັນໂຄວິດໄດ້ຍ້ອນຄວາມສ່ຽງຕ່າງໆ.

ແມ່ຍິງລາວຄົນນຶ່ງທີ່ບໍ່ສາມາດສັກຢາວັກຊີນໄດ້ຍ້ອນລາວຖືພາໄດ້ກ່າວຕໍ່ພວກເຮົາວ່າ “ຂ້າພະເຈົ້າເອງຕອນນີ້ແມ່ນກຳລັງຖືພາຢູ່ເນາະ ແຕ່ວ່າຍັງບໍ່ໄດ້ຮັບວັກແຊັງ. ມີແຕ່ລະມັດລະວັງຕົວເອງເອົາໄວ້ກ່ອນແຫຼະເນາະ ເຮົາບໍ່ທັນໄດ້ຮັບວັກແຊັງເທື່ອ ແຕ່ຂ້າພະເຈົ້າເອງກໍໄດ້ສຶກສາຢູ່ເນາະວ່າ ມັນຊິມີໂອກາດເປັນໄປໄດ້ບໍ່ທີ່ເຮົາຊິໄດ້ຮັບວັກແຊັງ. ຄືປະເທດອື່ນໃນກຸ່ມແມ່ມານເພິ່ນກະໄດ້ຮັບວັກແຊັງ ຄືກັນຕອນນີ້ ສປປ ລາວ ເຮົານີ້ຍັງບໍ່ທັນມີເທື່ອທີ່ສັກຢາໃຫ້ກັບກຸ່ມແມ່ມານ ແຕ່ຂ້າພະເຈົ້າເຫັນວ່າ ສັກໃຫ້ແມ່ລູກອ່ອນແລ້ວທີ່ເກີດລູກໄດ້ສາມເດືອນຂຶ້ນໄປກໍເຫັນມີບາງທ່ານໄດ້ສັກແລ້ວ ໃນອະນາ ຄົດນີ້ ຂ້າພະເຈົ້າກໍຫວັງວ່າຊິໄດ້ສັກວັກແຊັງໃນກຸ່ມແມ່ມານນີ້ລະເນາະ ແຕ່ຖ້າວ່າຮອດກຳນົດເກີດກ່ອນບໍ່ທັນມີໂອກາດໄດ້ສັກກະບໍ່ເປັນຫຍັງ.”

ອົງການອະນາໄມໂລກໄດ້ກ່າວວ່າ ຢາວັກຊີນ ຊີໂນຟາມ ແລະ Astrazeneca ທີ່ຖືກໃຊ້ໃນ ລາວ ນັ້ນແມ່ນບໍ່ມີຂໍ້ມູນຫຼາຍພໍທີ່ຈະປະເມີນຄວາມປອດໄພສຳລັບການສັກໃນລະຫວ່າງຖືພາ.

ແຕ່ສູນກາງຄວບຄຸມ ແລະ ປ້ອງກັນພະຍາດ ສະຫະລັດ ໄດ້ກ່າວວ່າ ຖ້າທ່ານຖືພາທ່ານສາມາດສັກຢາວັກຊີນໄດ້ ເພາະວ່າຢາວັກຊີນສາມາດປ້ອງກັນທ່ານຈາກການເຈັບປ່ວຍຮຸນແຮງຍ້ອນ COVID-19 ແລະ ຢາວັກຊີນທີ່ຖືກນຳໃຊ້ໃນ ສະຫະລັດ ນັ້ນ ແມ່ນ Pfizer ແລະ Moderna.

XS
SM
MD
LG