ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາດ​ມີ​ຄວາມ​ກະ​ຈ່າງ​ແຈ້ງ​ອອກ​ມາ ໃນ​ອາ​ທິດນີ້ ກ່ຽວ​ກັບ ຄະ​ດີ​ທາງ​ກົດ​ໝາຍ ​ໃນ​ອະ​ນາ​ຄົດ​ຂອງ​ທ່ານ ທ​ຣຳ


ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ແລະ ຜູ້​ທີ່​ຫວັງ​ຈະ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2024 ທ່ານ ດໍ​ໂນ​ລ ທ​ຣຳ ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ໃນ​ເມືອງ ຄອນ​ເວ, ລັດ ຄາ​ໂຣ​ໄລ​ນາ​ໃຕ້, 10 ກຸ​ມພາ 2024.
ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ແລະ ຜູ້​ທີ່​ຫວັງ​ຈະ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2024 ທ່ານ ດໍ​ໂນ​ລ ທ​ຣຳ ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ໃນ​ເມືອງ ຄອນ​ເວ, ລັດ ຄາ​ໂຣ​ໄລ​ນາ​ໃຕ້, 10 ກຸ​ມພາ 2024.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຜູ້​ທີ່​ກຳ​ລັງ​ປະ​ເຊີນ​ກັບ​ການກວດ​ສອບ​ທາງ​ກົດ​ໝາຍ​ໃນ​ລະ​ດັບ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ກົດ​ດັນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຍາດ​ເອົາ​ຕຳ​ແໜ່ງ​ໃນ​ທຳ​ນຽບ​ຂາວ​ມາ​ຄືນ​ໃນ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ພະ​ຈິກນີ້, ອາດ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ທີ່​ດີ​ຂຶ້ນ​ໃນ​ອາ​ທິດນີ້ ກ່ຽວ​ກັບ ລະ​ດັບ​ຂອງ​ການ​ດຳ​ເນີນ​ຄະ​ດີ​ທີ່​ກຳ​ລັງ​ລໍ​ຖ້າ​ຢູ່ 4 ຄະ​ດີ​ຂອງ​ທ່ານ ທີ່​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ.

ການ​ຟັງ​ຄຳ​ໃຫ້​ການ​ທີ່​ສຳ​ຄັນ​ໃນ​ລັດ ຈໍ​ເຈຍ ແລະ ຟ​ລໍ​ຣິ​ດາ ຈະ​ຊ່ວຍ​ພິ​ຈາ​ລະ​ນາ​ທິດ​ທາງ​ຂອງ​ຄະ​ດີ​ຕ່າງໆ​ໃນ​ລັດ​ທີ່​ວ່າ​ນັ້ນ, ແລະ ການ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ຕາ​ຕະ​ລາງ​ຂອງ​ການ​ດຳ​ເນີນ​ຄະ​ດີ​ໃນ​ລັດ ນິວ​ຢອກ ທີ່ຈະ​ເກີດ​ຂຶ້ນ​ຈາກ​ຜູ້​ພິ​ພາກ​ສາ​ໃນ​ຄະ​ນະ​ດີ​ນັ້ນ​ໃນ​ວັນ​ພະ​ຫັດ​ມື້​ອື່ນ. ແລະ​ສຸດ​ທ້າຍ, ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ທ່ານ ທ​ຣຳ ແມ່​ນ​ກຳ​ລັງ​ຂໍ​ອຸ​ທອນ​ສານ​ສູງ​ສຸດ​ໃຫ້​ຟັງ​ການ​ກ່າວ​ອ້າງ​ຂອງ​ທ່ານ, ທີ່​ຖືກ​ປະ​ຕິ​ເສດ​ໂດຍ​ສານ​ຊັ້ນ​ຕົ້ນ, ເຊິ່ງ​ໃນ​ຖາ​ນະ​ເປັນ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ​ໄດ້​ຮັບ​ການ​ຍົກ​ເວັ້ນ​ຈາກ​ການ​ລົງ​ໂທດ​ທາງ​ອາ​ຍາ.

ທັງ​ໝົດ​ມັນ​ທຽບ​ເທົ່າ​ກັບ​ຊ່ວງ​ເວ​ລາ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ຂອງ ສະ​ຫະ​ລັດ.

ທ່ານ ອີ​ເລຍ ໂຊ​ມິນ, ອາ​ຈານ​ສອນ​ກົດ​ໝາຍ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈອ​ຣ​ຈ໌ ເມ​ສັນ, ໄດ້​ກ່າວ​ຕໍ່​ວີ​ໄອ​ເອ​ວ່າ “ພວກ​ເຮົາ​ບໍ​ເຄີຍ​ມີ​ຜູ້ສະ​ໝັກ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ ຈາກ​ພັກ​ທີ່​ສຳ​ຄັນ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ທາງ​ອາ​ຍາ​ ໃນ​ຂະ​ນະ​ທີ່​ລາວ​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ.”

ອ່ານ​ຂ່າວນີ້​ຕື່ມເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG