ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກກິລາອາຊີບຈຳນວນນຶ່ງ ຍັງບໍ່ສາມາດເຂົ້າຮ່ວມການແຂ່ງຂັນ ໃນລະຫວ່າງໂຣກລະບາດ


ນັກກິລາ ພິກໂກບອລ ຕີບານໃນລະຫວ່າງການແຂ່ງຂັນ.
ນັກກິລາ ພິກໂກບອລ ຕີບານໃນລະຫວ່າງການແຂ່ງຂັນ.

ປັດຈຸບັນນີ້ການແຂ່ງຂັນກິລາອາຊີບຕ່າງໆແມ່ນໄດ້ກັບມາແຂ່ງຂັນເກືອບວ່າປົກກະຕິແລ້ວ, ເຊິ່ງຕອນເລີ່ມຕົ້ນຂອງໂຣກລະບາດນັ້ນ ງານແຂ່ງຂັນໃຫຍ່ໆທັງຫຼາຍແມ່ນໄດ້ຖືກຍົກເລີກ ຫຼືບໍ່ໃຫ້ຄົນເຂົ້າຊົມເລີຍ ດັ່ງທີ່ເຮົາໄດ້ເຫັນໃນການແຂ່ງຂັນກິລາໂອລິມປິກ ໂຕກຽວ ໃນປີນີ້.

ການແຂ່ງຂັນກິລາທັງຫຼາຍໄດ້ຖືກເລື່ອນເວລາ ແລະ ຊັກຊ້າໄປເປັນປີ ແລະ ນັກກິລາອາຊີບຈຳ ນວນຫຼາຍກໍບໍ່ໄດ້ເຂົ້າແຂ່ງຂັນ ແລະ ຂາດລາຍໄດ້ ເພາະວ່າບໍ່ສາມາດໄດ້ຮັບຄ່າຈ້າງເຂົ້າແຂ່ງຂັນ ຫຼື ເງິນຈາກລາງວັນຊະນະເລີດ.

ນັກກິລາ ພິກໂກບອລ (Pickleball) ອາເມຣິກັນ ເຊື້ອສາຍ ລາວ ທ່ານນາງ ດາຣູນີ ບັອບບີ ພູມີ, ເຊິ່ງແມ່ນນັກກິລາອາຊີບກໍໄດ້ຮັບຜົນກະທົບຈາກໂຣກລະບາດ ໂຄວິດ-19 ເຊັ່ນກັນ.​ ເຖິງວ່າຈະມີການແຂ່ງຂັນຢູ່ ແຕ່ລາວກໍບໍ່ໄດ້ເຂົ້າຮ່ວມ ແລະ ອັນດັບໂລກຂອງລາວກໍໄດ້ຕົກລົງດ້ວຍ, ເຊິ່ງລາວໄດ້ກ່າວຕໍ່ພວກເຮົາວ່າ “ເວລານັ້ນຂ້ອຍໄດ້ໄປທົວແຂ່ງຂັນ, ແຕ່ຂ້ອຍບໍ່ໄດ້ແຂ່ງຂັນຕອນນີ້ ຍ້ອນໂຄວິດຂ້ອຍເຊົາຫຼິ້ນ ຂ້ອຍຢູ່ບ້ານແລ້ວສອນ. ແຕ່ວ່າອັນດັບສູງສຸດຂອງຂ້ອຍໃນປະເພດແມ່ຍິງຄູ່ແມ່ນທີ 17 ຂອງໂລກໃນປີ 2019. ແລ້ວຫຼັງຈາກໂຣກລະບາດ.​ ຄັນເຮົາບໍ່ຫຼິ້ນ ອັນດັບຂອງເຮົາກໍຈະຕົກລົງໃດ. ດຽວນີ້ຂ້ອຍຢູ່ລຸ່ມພຸ້ນ.”

ກິລາ ພິກໂກບອລ ແມ່ນກິລາທີ່ຄ້າຍຄືກັບ ເທັນນິສ ແຕ່ຫຼິ້ນດ້ວຍໝາກບານຢາງ ແລະ ໄມ້ຕີທີ່ມີຮູບຮ່າງຄ້າຍຄືກັບແປ້ນຕີປິງປ່ອງ. ມັນເປັນກິລາທີ່ກຳລັງໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນ ສະຫະລັດ ແລະ ຕອນນີ້ກໍກຳລັງແຜ່ກະຈາຍໄປທົ່ວໂລກຢ່າງວ່ອງໄວ. ທ່ານນງ ດາຣູນີ ເວົ້າວ່າປີ 2022​ ຈະມາເຖິງນີ້ລາວມີແຜນຈະເຂົ້າແຂ່ງຂັນອາຊີບຄືເກົ່າ.

XS
SM
MD
LG