ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພະ​ນັກ​ງານ​ແມ່​ຍິງ ຂອງ​ອົງ​ການ​ NGO ຈຳ​ນວນ​ນຶ່ງ ກັບ​ຄືນ​ໄປ​ເຮັດ​ວຽກ ທັງ​ໆ​ທີ່​ຍັງ​ມີ​ຄຳ​ສັ່ງ​ຫ້າມຈາກ​ກຸ່ມ​ຕາ​ລີ​ບານ


ແຟ້ມ - ນາງ​ຜະ​ດຸງ​ຄັນ​ຂອງ​ອົງ​ການຊ່ວຍ​ເຫຼືອ​ເດັກ Save the Children ກວດ​ເບິ່ງ​ລູກ​ໃນ​ຄັນ ໃຫ້​ແກ່​ນາງ​ຊາ​ມີ​ນາ ອາ​ຍຸ 25 ທີ່​ຖື​ພາ​ຫ້າ​ເດືອນ ທີ່​ແຂວງ​ຈໍ​ຈານ ເມື່ອ​ວັນ​ທີ 2 ຕຸ​ລາ 2022. (Save the Children via AP)
ແຟ້ມ - ນາງ​ຜະ​ດຸງ​ຄັນ​ຂອງ​ອົງ​ການຊ່ວຍ​ເຫຼືອ​ເດັກ Save the Children ກວດ​ເບິ່ງ​ລູກ​ໃນ​ຄັນ ໃຫ້​ແກ່​ນາງ​ຊາ​ມີ​ນາ ອາ​ຍຸ 25 ທີ່​ຖື​ພາ​ຫ້າ​ເດືອນ ທີ່​ແຂວງ​ຈໍ​ຈານ ເມື່ອ​ວັນ​ທີ 2 ຕຸ​ລາ 2022. (Save the Children via AP)

ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ຫຼາຍໆ​ຮ້ອຍ​ຄົນ ທີ່​ຖືກ​ຈ້າງ​ໂດຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ເລີ້ມ​ພາ​ກັນ​ກັບ​ຄືນ​ໄປ​ເຮັດ​ວຽກ ທັງໆ​ທີ່​ມີ​ຄຳ​ສັ່ງ​ຫ້າມ ​ບໍ່​ໃຫ້​ແມ່​ຍິງ​ເຫຼົ່າ​ນີ້​ເຮັດ​ວຽກ.

ມີອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢ່າງ​ໜ້ອຍ 3 ອົງ​ການ ປະ​ກອບ​ດ້ວຍ​ອົງ​ການ​ແຄ​ລະ​ຫວ່າງ​ປະ​ເທດ ຫລື CARE International ອົງ​ການ​ຊ່ວຍ​ເຫຼືອ​ເດັກຫຼື Save the Children ແລະ​ກຳ​ມະ​ການ​ກູ້​ໄພ​ສາ​ກົນ​ຫຼື International Rescue Committee ໄດ້​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ເລີ້ມ​ເຮັດ​ວຽກ​ຄືນ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ໂດຍ​ມີ​ພະ​ນັກ​ງານ​ແມ່​ຍິງ​ເຮັດ​ວຽກ​ນຳ.

ອົງ​ການ CARE ຈະ​ເລີ້ມ​ເຮັດ​ວຽກ​ຄືນ​ກ່ຽວ​ກັບ​ການ​ຮັກ​ສາ​ສຸ​ຂະ​ພາບ​ແລະ​ດ້ານ​ອາ​ຫານ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ລຸນ​ຫຼັງ​ທີ່​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ ​ທີ່​ຈຳ​ເປັນ​ຕ່າງໆ​ຈາກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກວ່າ ພະ​ນັກ​ງານ​ແມ່​ຍິງ​ຂອງ​ພວກ​ເຮົາ​ຈະ​ສາ​ມາດ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ​ໄດ້​ຢ່າງ​ປອດ​ໄພ​ແລະ​ບໍ່​ມີ​ກາ​ນ​ລົບ​ກວນ ທັງ​ຢູ່​ໃນ​ລະ​ດັບ​ຊຸມ​ຊົນ​ແລະ​ບົດ​ບາດ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ” ອົງ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ລະ​ຫວ່າງ​ປະ​ເທດ​ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ໃນ​ມື້​ວັນ​ຈັນ​ທີ່​ຜ່ານ​ມານີ້.

ສ່ວນ​ອົງ​ການ ຊ່ວຍ​ເຫຼືອ​ເດັກ Save the Children ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ທີ່​ອອກ​ໃນ​ວັນ​ອາ​ທິດ​ຜ່ານ​ມານີ້​ວ່າ “ພວກ​ເຮົາ​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ຢ່າງ​ຈະ​ແຈ້ງ ເຊື່ອ​ຖື​ໄດ້ ຈາກ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງວ່າ ບັນ​ດາ​ພະ​ນັກ​ງານ​ແມ່​ຍິງ​ຂອງ​ພວກ​ເຮົາ​ຈະ​ປອດ​ໄພ ແລະ​ສາ​ມາດ​ເຮັດ​ວຽກ​ໂດຍ​ບໍ່​ມີ​ການ​ຂັດ​ຂວາງ​ໃດໆ.”

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໄດ້​ໂຈະ​ການ​ປະ​ຕິ​ບັດ​ງານ​ຂອງ​ເຂົາ​ເຈົ້າ ຫຼັງ​ຈາກ​ກຸ່ມ​ຕາ​ລີ​ບານ​ໄດ້​ອອກ​ຄຳ​ສັ່ງ​ເມື່ອ​ວັນ​ທີ 24 ທັນ​ວາ ຫ້າມ​ບໍ່​ໃຫ້​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ເຮັດ​ວຽກ​ກັບ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ.

ກຸ່ມ​ຕາ​ລີ​ບານ​ບໍ່​ໄດ້​ໃຫ້​ການ​ອະ​ທິ​ບາຍ​ເພີ້ມ​ຕື່ມ​ໃດໆ ກ່ຽວ​ກັບ​ຄຳ​ສັ່ງ​ ທີ່​ເປັນ​ຂ່າວ ນອງນັນຂອງ​ພວກ​ເຂົາ ຊຶ່ງ​ໄດ້​ຖືກ​ປະ​ນາມ​ຢ່າງກວ້າງ​ຂວາງວ່າ​ເປັນ​ການ​ລະ​ເມີດ​ສິດ​ທິ​ຂອງ​ພວກ​ແມ່​ຍິງ. ເມື່ອ​ວັນ​ທີ 13 ມັງ​ກອນ​ຜ່ານ​ມາ ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ຮຽກ​ຮ້ອງ​ໃຫ້​ກຸ່ມ​ຕາ​ລີ​ບານ​ຕ່າວ​ປີ້ນ​ຄຳ​ສັ່ງ​ຫ້າມ​ດັ່ງ​ກ່າວ​ໃນ​ທັນ​ທີ ແລະ​ອະ​ນຸ​ຍາດ​ໃຫ້​ແມ່​ຍິງ​ກັບ​ຄືນ​ໄປ​ເຮັດ​ວຽກ.

ອຳ​ນາດ​ການ​ປົກ​ຄອງ​ອິ​ສ​ລາມ​ຫົວ​ຮຸນ​ແຮງ​ດັ່ງ​ກ່າວ ຍັງ​ໄດ້​ຫ້າມ​ບໍ່​ໃຫ້​ແມ່​ຍິງ​ແລະ​ເດັກ​ຍິງ ເຂົ້າ​ຮຽນ​ຊັ້ນ​ມັດ​ທະ​ຍົມ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ຕ່າງໆ.

ບັນ​ດາ​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຕ່າງໆ​ເຕືອນ​ວ່າ ການ​ໂຈະ​ການ​ປະ​ຕິ​ບັດ​ງານ​ບັນ​ເທົາ​ທຸກ ຊຶ່ງ​ມີ​ຜົນ​ມາ​ຈາກ​ການ​ຫ້າມ​ຂອງ​ກຸ່ມ​ຕາ​ລີ​ບານນັ້ນ ຍິ່ງ​ຈະ​ຜັກ​ດັນ​ໃຫ້​ອັ​ຟ​ກາ​ນິ​ສ​ຖານກ້າວ​ເຂົ້າ​ສູ່​ໄພ​ພິ​ບັດ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຮ້າຍ​ແຮງກວ່າ​ເກົ່າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG