ເຈົ້າໜ້າທີ່ແມັກຊິໂກ ໄດ້ຈັບ ຫົວໜ້າຄົນສໍາຄັນຄົນນຶ່ງ ຂອງກຸ່ມລັກລອບຄ້າຢາເສບຕິດ Gulf Cartel ຜູ້ທີ່ກົດໝາຍຕ້ອງການຕົວຢູ່ໃນສະຫະລັດ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ.
Mario Ramirez Trevino ຖືກຈັບກຸມເມື່ອວັນເສົາວານນີ້ ຢູ່ໃກ້ເຂດຊາຍແດນ ຕິດກັບລັດ Texas.
ກະຊວງຕ່າງປະເທດສະຫະລັດ ໄດ້ສະເໜີມອບລາງວັນ 5 ລ້ານໂດລ່າ ແກ່ຜູ້ໃຫ້ຂໍ້ມູນແກ່ເຈົ້າໜ້າທີ່ ທີ່ອໍານວຍໃຫ້ສາມາດຈັບກຸມ Ramirez Trevino ໄດ້.
ນອກນັ້ນແລ້ວ ເມື່ອວັນເສົາວານນີ້ ເຈົ້າໜ້າທີ່ພົບເຫັນສົບຢ່າງໜ້ອຍ 23 ສົບ ຢູ່ເຂດກໍ້າຕາເວັນຕົກຂອງແມັກຊິໂກ ບ່ອນທີ່ພວກກຸ່ມຍາມລະວັງໄພໃນທ້ອງຖິ່ນ ພາກັນສູ້ລົບກັບພວກຄ້າຢາເສບຕິດ ເພື່ອຄວບຄຸມເຂດດັ່ງ ກ່າວ.
ບັນດາເຈົ້າໜ້າທີ່ບັງຄັບກົດໝາຍແມັກຊິໂກ ເວົ້າວ່າ ຊາຍເກົ້າຄົນທີ່ຖືກມັດມືແລະຖືກຍິງ ໄດ້ຖືກພົບເຫັນເມື່ອວັນເສົາວານນີ້ ຢູ່ລັດ Michoacan ບ່ອນທີ່ພວກຄົນທ້ອງຖິ່ນໄດ້ທໍາການສູ້ລົບກັບກຸ່ມຄ້າຢາເສບຕິດ Knights Templar ນັ້ນ.
ສ່ວນຢູ່ໃນລັດໃກ້ຄຽງ Guerrero ນັ້ນ ກໍພົບເຫັນອີກ 14 ສົບ.
ພວກເຄາະຮ້າຍບໍ່ໄດ້ຖືກລະບຸຊື່ ແລະກໍບໍ່ມີໃຜອ້າງເອົາຄວາມຮັບຜິດຊອບ ຂອງເຫດ ການ ຮຸນແຮງນີ້.
ລັດຖະບານຂອງປະທານາທິບໍດີ Enrique Pena Nieto ໄດ້ສົ່ງທະຫານ ຫຼາຍພັນຄົນ ອອກໄປປະຕິບັດການ ຢູ່ໃນເຂດທີ່ໄດ້ຮັບຄວາມເດືອດຮ້ອນ ດັ່ງກ່າວ ໃນຄວາມພະຍາ ຍາມເພື່ອຍຸຕິເຫດການຄວາມຮຸນແຮງ ທີ່ພົວພັນກັບການຄ້າຢາເສບຕິດນັ້ນ.