ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນ​ລະ​ຍາ​ທ່ານ ສົມ​ບັດ ສົມ​ພອນ ຍັງ​ສືບ​ຕໍ່ຫາ​ຄຳ​ຕອບ ແລະ ຄຳ​ອະ​ທິ​ບາຍ​ຈາກ​ລັດ​ຖະ​ບານ​ລາວ ກ່ຽວ​ກັບ ​ການ​ລັກ​ພາ​ຕົວ​ທ່ານ


ປ້າຍ​ທີ່​ມີ​ຮູບ​ຂອງ​ທ່ານ ສົມ​ບັດ ສົມ​ພອນ ໃນ​ການ​ປະ​ທ້ວງ.
ປ້າຍ​ທີ່​ມີ​ຮູບ​ຂອງ​ທ່ານ ສົມ​ບັດ ສົມ​ພອນ ໃນ​ການ​ປະ​ທ້ວງ.

ພັນ​ລະ​ຍາ​ທ່ານ ສົມ​ບັດ ສົມ​ພອນ ຢືນ​ຢັນ​ວ່າ​ທ່ານນ​າງ​ຍັງ​ຄົງ​ສືບ​ຕໍ່​ດຳ​ເນີນ​ການ​ໃນ​ທຸກວິ​ທີ​ທາງ​ເພື່ອ​ພາ​ຄຳ​ຕອບ ແລະ ຄຳ​ອະ​ທິ​ບາຍ​ຈາກ​ລັດ​ຖະ​ບານ​ລາວ ກ່ຽວ​ກັບ ສາ​ເຫດ​ທີ່​ຢູ່​ເບື້ອງຫຼັງ​ຂອງ​ການ​ລັກ​ພາ​ຕົວ​ທ່ານ ສົມ​ບັດ.

ທ່ານ​ນາງ ອຶງ ຊຸຍ ເມັງ ພັນ​ລະ​ຍາ​ຊາວ​ສິງ​ກະ​ໂປ​ຂອງ​ທ່ານ​ ສົມ​ບັນ ສົມ​ພອນ ນັກ​ພັດ​ທະ​ນາ​ທາງ​ສັງ​ຄົມ​ໃນ ລາວ ທີ່​ໄດ້​ຮັບ​ລາງວັນ Magsaysay ໃນ​ຖາ​ນະ​ນັກ​ພັດ​ທະ​ນາ​ສັງ​ຄົມ​ທີ່​ດີ​ເດັ່ນ​ຂອງ​ອາ​ຊຽນ​ໃນ​ປີ 2005 ນັ້ນ​ຢືນ​ຢັນ​ວ່າ​ທ່າ​ນ​ນາງ​ຍັງ​ຄົງ​ທວງ​ຖາມ​ທາງ​ການ​ລາວ ກ່ຽວ​ກັບ ສາ​ເຫດ​ທີ່​ມີ​ການ​ລັກ​ພາ​ຕົວ​ທ່ານ ສົມ​ບັດ ຜູ້​ເປັນ​ສາ​ມີ​ຂອງ​ທ່າ​ນ​ນາງ​ລວມ​ທັງ​ໄດ້​ທວງ​ຖາມ​ເຖິງ​ຄວາມ​ຄືນ​ໜ້າ​ໃນ​ການ​ສືບ​ສວນ​ສອບ​ສວນ​ເພື່ອ​ຕິດ​ຕາມ​ຫາ​ ທ່ານ ສົມ​ບັດ ໃນ​ຕະຫຼອ​ດ​ໄລ​ຍະ 11 ປີ​ທີ່​ຜ່ານ​ມາ ແຕ່​ວ່າ​ກໍ​ຍັງ​ບໍ່​ມີ​ຄຳ​ຕອບ​ຈາກ​ທາງ​ການ​ລາວ​ແຕ່​ຢ່າງ​ໃດ ທັງ​ຍັງ​ບໍ່​ມີ​ໂອ​ກາດ​ພົວ​ພັນ​ກັບ​ໜ່ວຍ​ງານ​ຂອງ​ລັດ​ຖະ​ບານ​ລາວ ທີ່​ຮັບ​ຜິດ​ຊອບ​ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ​ອີກ​ດ້ວຍ​ທັງ​ທີ່​ວ່າ​ການ​ລັກ​ພາ​ຕົວ​ທ່ານ ສົມ​ບັດ ໄດ້​ເກີດ​ຂຶ້ນ​ຢູ່​ກັບ​ປ້ອມ​ຕຳຫຼວດ​ແຫ່ງ​ນຶ່ງ​ໃນ​ເຂດ​ນະ​ຄອນຫຼວງວຽງ​ຈັນ ແລະ ມີ​ວິ​ດີ​ໂອ ທີ່​ບັນ​ທຶກ​ເຫດ​ການ​ທີ່​ເກີດ​ຂຶ້ນ​ດ້ວຍ​ນັ້ນ​ຫາກ​ແຕ່​ວ່າ​ກໍ​ຍັງ​ບໍ່​ມີ​ຜົນ​ຄືບ​ໜ້າ​ໃນ​ການ​ສືບ​ສວນ​ສອບ​ສວນ​ແຕ່​ຢ່າງ​ໃດ​ເລີຍ​ໃນ​ຕະຫຼອດ​ໄລ​ຍະ 11 ປີ​ທີ່​ຜ່ານ​ມາ ຍິ່ງ​ໄປ​ກວ່າ​ນັ້ນ​ທາງ​ການ​ລາວ​ຍັງ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ການ​ຮ່ວມ​ມື​ໃນ​ການ​ສືບ​ຄົ້ນ​ຫາ​ຄວາມ​ຈິງ​ຂອງ​ການ​ລັກ​ພາ​ຕົວ​ທ່ານ ສົມ​ບັດ ເລື້ອຍ​ມາ​ຫາກ​ແຕ່​ວ່າ​ທ່ານນາງ​ກໍ​ບໍ່​ເຄີຍ​ໝົດ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ສະ​ແຫວງ​ຫາ​ຄຳ​ຕອບ ແລະ ຄຳ​ອະ​ທິ​ບາຍ​ຈາກ​ລັດ​ຖະ​ບານ ລາວ ທັງ​ຍັງ​ຈະ​ສືບ​ຕໍ່​ການ​ເຜີຍ​ແຜ່​ຂໍ້​ມູນ​ກ່ຽວ​ກັບ​ປະ​ຫວັດ​ ແລະ ຜົນ​ງານ​ຂອງ​ທ່ານ ສົມ​ບັດ ໄປ​ສູ່​ການ​ຮັບ​ຮູ້​ຂອງ​ສັງ​ຄົມ​ສາ​ກົນ​ໃນ​ກວ້າງ​ຂວາງຫຼາຍ​ຂຶ້ນ​ນັບ​ມື້​ອີກ​ດ້ວຍ​ດັ່ງ​ທີ່​ທ່ານ​ນາງ ອຶງ ຊຸຍ ເມັງ ໄດ້ໃຫ້​ການ​ຢືນ​ຢັນ​ວ່າ

“ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ວ່າ​ຂ້າ​ພະ​ເຈົ້າ​ຕ້ອງ​ບັນ​ທຶກ​ຊີ​ວິດ ແລະ ວຽກ​ງານ​ຂອງ​ທ່ານ ສົມ​ບັດ. ມັນ​ແມ່ນ​ເພື່ອ​ຢືນ​ຢັນ​ຊີ​ວິດ​ຂອງ​ລາວ​ວ່າ​ລາວ​ໄດ້​ຍ່າງ​ຢູ່​ເທິງ​ໂລກນີ້, ລາວ​ກໍ​ແມ່ນ​ມະ​ນຸດ​ຄື​ກັບ​ເຈົ້າ ແລະ ຂ້ອຍ. ລາວ​ມີ​ສິດ, ຄວາມ​ຊົງ​ຈຳ ກ່ຽວ​ກັບ ສິ່ງ​ທີ່​ລາວ​ໄດ້​ເຮັດ, ສິ່ງ​ທີ່​ລາວ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ. ຄວາມ​ຊົງ​ຈຳ​ນີ້ແມ່ນ​ຈະ​ບໍ່​ມີ​ວັນ​ຫາຍ​ໄປ. ເຂົາ​ເຈົ້າ​ຢາກ​ເຮັດ​ໃຫ້​ລາວ ແລະ ຄວາມ​ຊົງ​ຈຳ​ຂອງ​ລາວ​ຖືກ​ລຶບ​ຫາຍ​ຕະຫຼອດ​ໄປຈາ​ການ​ຮັບ​ໃຊ້, ການ​ຮັບ​ໃຊ້​ສຳ​ລັບ​ໂລກ.”

ຄັ້ງ​ສຸດ​ທ້າຍ​ທີ່​ທ່ານ​ນາງ ອຶງ ຊຸຍ ເມັງ​ ໄດ້​ຮັບ​ໂອ​ກາດ​ຕິດ​ຕໍ່-ພົວ​ພັນ​ກັບ​ໜ່ວຍ​ງານ​ຂອງ​ລັດ​ຖະ​ບານ ລາວ ກໍ​ຄື​ໃນ​ທ້າຍ​ປີ 2017 ແລະ ຫຼັງ​ຈາກ​ນັ້ນ​ກໍ​ບໍ່​ໄດ້​ຮັບ​ໂອ​ກາ​ດ​ດັ່ງ​ກ່າວ​ອີກ​ເລີຍ​ເຖິງ​ແມ່ນ​ວ່າ​ຈະ​ໄດ້​ມີ​ການ​ພົວ​ພັນ​ໄປ​ຫາ​ໜ່ວຍ​ງານ​ຂອງ​ລັດ​ຖະ​ບານ​ລາວ ທີ່​ຮັບ​ຜິດ​ຊອບ​ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ​ເລື້ອຍ​ມາ​ກໍ່​ຕາມ ຫາກ​ແຕ່​ໂດຍ​ສ່ວນ​ຕົວ​ຂອງ​ທ່ານ​ນາງ ອຶງ ຊຸຍ ເມັງ ນັ້ນ ທ່ານ​ນາງ​ເຊື່ອ​ວ່າ​ສາ​ເຫດ​ເບື້ອງຫຼັງ​ທີ່​ເຮັດ​ໃຫ້​ເກີດ​ການ​ລັກ​ພາ​ຕົວ​ທ່ານ ສົມ​ບັດ ກໍ​ຄື​ການ​ທີ່​ທ່ານ​ ສົມ​ບັດ ໄດ້​ດຳ​ເນີນ​ການ​ປຸ​ກລະ​ດົມ​ໃຫ້​ປະ​ຊາ​ຊົນ ລາວ ເຫັນ​ຄວາມ​ສຳ​ຄັນ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ດ້ວຍ​ການ​ນຳ​ໃຊ້​ທີ່​ດິນ​ເພື່ອ​ຜົນ​ປະ​ໂຫຍ​ດ​ຢ່າງ​ຍືນ​ຍົງ​ທີ່​ໄດ້​ກະ​ທົບ​ໂດຍ​ກົງ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ກຸ່ມ​ຜູ້​ມີ​ອຳ​ນາດ​ໃນ​ວົງ​ການ​ພັກ ແລະ ລັດ​ຖະ​ບານ​ລາວ​ທີ່​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ຈາກ​ໂຄງ​ການ​ສຳ​ປະ​ທານ​ຕ່າງໆ.

ທາງ​ດ້ານ​ທ່ານ​ນາງ ອັງ​ຄະ​ນາ ​ນີ​ຣະ​ໄພ​ຈິດ ພັນ​ລະ​ຍາ​ຂອງ​ທ່ານ ສົມ​ຊາຍ ນີຣະ​ໄພ​ຈິດ ອະ​ດີດ​ທະ​ນາຍ​ຄວາມ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ຊາວ​ມຸ​ສ​ລິມ​ໃນ​ພາກ​ໃຕ້​ຂອງ​ໄທ ຊຶ່ງ​ຖືກ​ລັກ​ພາ​ຕົວ ແລະ ຫາຍ​ສາບ​ສູນ​ນັບ​ແຕ່​ປີ 2004 ເປັນ​ຕົ້ນ​ມາ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ​ທ່ານ​ນາງ​ຈະ​ສະ​ໜັບ​ສະ​ໜູນ ແລະ ຮ່ວມ​ມື​ກັບ​ທ່ານ​ນາງ ອຶງ ຊຸຍ ເມັງ ໃນ​ການ​ຮຽກ​ຮ້ອງ​ຕໍ່​ພາກ​ປະ​ຊາ​ສັງ​ຄົມ​ໃນ​ທົ່ວ​ອາ​ຊຽນ ແລະ ສາ​ກົນ ເພື່ອ​ໃຫ້​ຮ່ວມ​ກັນ​ກົດ​ດັນ​ຕໍ່​ທາງ​ການ​ລາວ ແລະ ຮ່ວມ​ມື​ກັນ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ພາກ​ປະ​ຊາ​ສັງ​ຄົມ​ເຂົ້າ​ໃນ​ການ​ສະ​ກັດ​ກັ້ນ​ບໍ່​ຍອມ​ໃຫ້​ເກີດ​ການ​ລັກ​ພາ​ຕົວ​ຄື​ກັບ​ກໍ​ລະ​ນີ​ຂອງ​ທ່ານ ສົມ​ບັດ ແລະ ທ່ານ ສົມ​ຊາຍ ເກີດ​ຂຶ້ນ​ອີກ​ດັ່ງ​ທີ່​ທ່ານ​ນາງ ອັງ​ຄະ​ນາ ໄດ້​ຢືນ​ຢັນ​ວ່າ

“ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ວ່າ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ນອນ​ຢູ່ ພວກ​ເຮົາ​ມັກ​ເຮັດ​ກໍ​ແມ່ນ​ພວກ​ເຮົາ​ບໍ່​ເຄີຍ​ຢຸດ​ອອກ​ສຽງ​ຂອງ​ພວກ​ເຮົາ. ເວົ້າ ກ່ຽວ​ກັບ ສິ່ງ​ທີ່​ຖືກ​ຕ້ອງ. ພວກ​ເຮົາ​ບໍ່​ເຄີຍ​ຢຸດ​ເວົ້າ​ ກ່ຽວ​ກັບ ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ທີ່ບໍ່​ແມ່ນ​ກັບ​ຄອບ​ຄົວ​ຂ​ອງ​ພວກ​ເຮົາ​ພຽງ​ເທົ່າ​ນັ້ນ ແຕ່​ສຳ​ລັບ​ທຸກ​ຄົນ ແລະ ສຳ​ລັບ​ພວກ​ເຮົາ. ບໍ່​ວ່າ​ເລື່ອງ​ຂອງ​ທ່ານ ສົມ​ບັດ ສົມ​ພອນ ຫຼື ທ່ານ ສົມ​ຊາຍ ນິ​ຣະ​ໄພ​ຈິດ ຈະ​ຈົບ​ລົງ​ແນວ​ໃດ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ມື້​ໃດ​ມື້​ນຶ່ງ ກາ​ນ​ຄົ້ນ​ຫາ​ຈະ​ຖືກ​ເປີດ​ເຜີຍ ແລະ ຜູ້​ກະ​ທຳ​ຜິດ​ຈະ​ບໍ່​ມີ​ບ່ອນ​ໃຫ້​ລີ້. ຄວາມ​ເປັນ​ທຳ​ຈະ​ຖືກ​ນຳ​ກັບ​ຄືນ​ມາ.”

ກ່ອນ​ໜ້ານີ້ ທ່ານ​ນາງ ອຶງ ຊຸຍ ເມັງ ໄດ້​ຂຽນ​ປື້ມ​ທີ່​ກ່ຽວ​ກັບ ຊີ​ວິດ ແລະ ຜົນ​ງານ​ຂອງ​ທ່ານ​ສົມ​ບັດ ເພື່ອ​ເຜີຍ​ແຜ່ນ​ອອກ​ສູ່​ການ​ຮັບ​ຮູ້​ຂອງ​ສັງ​ຄົມ​ໃນ​ວົງ​ກວ້າງ​ແລ້ວ.

XS
SM
MD
LG