ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ສປຊ ກ່າວວ່າ ພວກອົບພະຍົບຈາກໂຊມາເລຍ ແລະເອທິໂອເປຍ ປະສົບກັບການຖືກປະຫັດປະຫານ ໃນເຢເມນ


ພວກຜູ້ຄົນພາກັນເຄື່ອນຍ້າຍສົບຂອງຊາວອົບພະຍົບໂຊມາ ເລຍ ທີ່ຖືກສັງຫານຢ່າງໂຫດຮ້າຍປ່າເຖື່ອນ ໃນຂະນະທີ່ ເດີນເຮືອເຂົ້າໄປຍັງປະເທດເຢເມນ ທີ່ເມືອງທ່າ ໂຮດີດາ (Hodeidah), ເຢເມນ, 17 ມີນາ 2017.

ອົງການ​ອົບ​ພະຍົບຂອງສະຫະ​ປະຊາ​ຊາດ ລາຍ​ງານ​ວ່່າ ພວກ​ຂໍ​ລີ້​ໄພ ​ແລະ​ພວກຫຼົບ​ໜີ​
ເຂົ້າເມືອງ ຈາກ​ເຂດຕາເວັນອອກສຽງເໜືອຂອງອາຟຣິກາ ຫຼື Horn of Africa ​ທີ່ໄປ​ເຖິງ
​ເຢ​ເມນ ​ພວມ​ຖືກ​ກັກ​ຂັງຢູ່ ​ພາຍ​ໃຕ້ສະພາບການທີ່​ໂຫດ​ຮ້າຍ​ທາລຸນ ​ໂດຍ​ພວກ​ຕິດ​ອາວຸດ
​ຫຼາຍໆ​ກຸ່ມ ​ແລະ​ພວກ​ອາ​ຊະ​ຍາ​ກອນທີ່ໄດ້​ຮັບ​ຜົນ​ປະ​ໂຫຍດຈາກ​ສະພາບ​ການ​ດັ່ງກ່າວ
ຊຶ່ງ​ວັນນະ​ສອນ​ ຈະນຳ​ລາຍລະ​ອຽດຈາກນັກ​ຂ່າວວີ​ໂອ​ເອ ລີ​ຊາ ສ​ໄລນ໌ (Lisa Schlein) ທີ່ອົງການຂ້າຫຼວງໃຫຽ່ດ້ານ​ອົບ​ພະ​ຍົບຂອງສະຫະ​ປະຊາ​ຊາດມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ
​ຕໍ່​ໄປ.

ອົງການ​ດັ່ງກ່າວເວົ້າ​ວ່າ​ ຕົນກຳລັງ​ຕິດຕາມ​ເບິ່ງ​ ກໍລະນີຂອງຊາວ ໂຊ​ມາ​ເລຍແລະເອທິ
​ໂອ​ເປຍ ທີ່ຫຼົບໜີ​ເຂົ້າ​ເມືອງປະມານ ​100 ​ຄົນ ທີ່​ໄປ​ຮອດ​ໄປ​ເຖິງເຢ​ເມນ ​ຫວ່າງ​ມໍ່ໆ​ມາ​ນີ້
​ຊຶ່ງ​ຖືກຂັງຢູ່​ໃກ້ໆ​ກັບ​ນະຄອນຫຼວງ ອາ​ເດນ​ນັ້ນ.

​ໂຄສົກ​ຂອງອົງການ​ອົບ​ພະ​ຍົບຂອງສະຫະ​ປະຊາ​ຊາດ ທ່ານ​ວິລລຽມ ສປິນ​ເລີ (William Spindler) ກ່າວ​ວ່າ ​ພວກທີ່​ເຂົ້າ​ໄປຈຸ​ໃໝ່ນັ້ນ ອາດ​ໄດ້ລະ​ເມີດ​ກົດ​ໝາຍຄົນເຂົ້າເມືອງ
ຊຶ່ງ​ບໍ່​ເປັນເລື່ອງຜິດ​ທຳ​ມະ​ດາ ຫຼື​ເປັນເລື່ອງ​ທີ່ໜ້າ​ເປັນ​ຫ່ວງຫຽັງ. ທ່ານ​ກ່າວ​ວ່າ ເລື່ອງ​ທີ່​
ໜ້າເປັນ​ຫ່ວງ​ ແມ່ນ​ສະພາບ​ການ​ທີ່​ຫຍຸ້ງຍາກ​ລຳບາກ ທີ່​ພວກ​ອົບ​ພະຍົບ​ແລະ​ພວກ​ໜີ
​ເຂົ້າເມືອງ ພວມ​ໄດ້ຮັບ​ຢູ່. ທ່ານ Spindler) ກ່າວ​ວ່າ: “ໄດ້ມີລາຍ​ງານຕັ້ງມາກມາຍ
ຫຼວງຫຼາຍ ທີ່​ເວົ້າ​ເຖິງ​ການປະຕິບັດບໍ່ຖືກຕ້ອງຢູ່ໃນສູນ​ອົບ​ພະຍົບ​ແຫ່ງ​ຕ່າງໆ ຊຶ່ງ​ພວກ​
ທີ່​ມາ​ໃໝ່ຈຳນວນຫຼວງຫຼາຍຖືກທຳຮ້າຍ​ຮ່າງ​ກາຍ​ແລະ​ທາງ​ເພດ. ພວກ​ທີ່​ລອດ​ຊີວິດ
​ມາ​ໄດ້​ ​ອະທິບາຍ​ສູ່ອົງການ​ອົບ​ພະ​ຍົບຂອງສະຫະ​ປະຊາ​ຊາດຟັງວ່າເຂົາເຈົ້າ​ຖືກ​ຍິງ
​ຖືກ​ຊົກ​ຕ່ອຍ​, ຖືກ​ຂົ່ມ​ຂືນທັງ​ພວກ​ຜູ້ໃຫຍ່​ແລະ​ພວກ​ເດັກນ້ອຍ. ການເຮັດ​ໃຫ້ອັບອາຍ
​ຂາຍໜ້າ ແມ່ນມີ​ຮວມທັງ ການ​ບັງຄັບ​ໃຫ້​ເປືອ​ຍໂຕ, ການ​ຖືກ​ບັງຄັບ​ໃຫ້​ເປັນ​ພະຍານ
ຂອງ​ການ​ປະຫານຊີວິດແລະ​ບໍ່​ໃຫ້ກິນເຂົ້າກິນນໍ້າ.”

ທ່ານ​ ສປິນ​ເລີ ກ່າວ​ວ່າ ​ມີນັກໂທດ​ທີ່​ບໍ່​ຮູ້​ຈຳນວນຕັ້ງຫຼວງຫຼາຍ ​ໃນ​ເຢ​ເມນ ບ່ອນ​ທີ່​ພວກ
​ຜູ້​ຄົນ​ໄດ້​ຖືກ​ກັກ​ຂັງຢູ່ ​ທີ່ເປັນ​ເປົ້າ​ໝາຍ​ໃນ​ການ​ຖືກ​ທໍລະມານ ​ແລະ​ເພື່ອ​ຊ່ອຍຮຽກ​ຄ່າ
​ໄຖ່ ຫຼື​ບໍ່ ກໍເພື່ອທຳການບິດເບືອນ.

​ທ່ານ​ຍັງ​ໄດ້ກ່າວ​ອີກ​ວ່າ ໃນ​ອາ​ດີດ​ຜ່ານ​ມາ ພວກ​ທີ່​ໄປ​ຮອດ​ໄປ​ເຖິງ​ເຢ​ເມນ ກໍຈະໄປ​ຍັງ​
ສູນ​ອົບ​ພະຍົບ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ຈະໄດ້​ຖືກ​ກວດຄົ້ນ​ແລະ​ດຳ​ເນີນ​ຂັ້ນ​ຕອນ​ຕ່າງໆ
​ແຕ່ທ່ານ​ກ່າວ​ວ່າ ​ດ້ວຍກົດໝາຍ​ໄດ້ເພພັງແລະ​ບໍ່​ມີ​ກົດ​ລະບຽບ​ໃນ​ປະ​ເທດ ສະພາບ
ການ ​ຈຶ່ງໄດ້​ກາຍ​ມາ​ເປັນ​ອັນຕະລາຍ​ຫຼາຍ​ກວ່າ​ເກົ່າ. ທ່ານ​ກ່າວ​ວ່າ ມີ​ຫຼາຍ​ຄົນ
ທີ່​ຮວມທັງ​ກຸ່ມ​ທີ່​ຕິດ​ອາວຸດ ພວກ​ທີ່​ລັກລອບ ​ແລະ​ອາ​ຊະ​ຍາ​ກອນ​ອື່ນໆ ​ໄດ້ສວຍໂອກາດ​
ເອົາພວກ​ອົບ​ພະຍົບ​ແລະ​ພວກ​ໜີ​ເຂົ້າ​ເມືອງເປັນເຄື່ອງມື ​ໃນທາງ​ໂຫດຮ້າຍ​ປ່າ​ເຖື່ອນ.

ນັບ​ຕັ້ງ​ແຕ່​ເດືອນ​ກຸມພາ​ເປັນ​ຕົ້ນ​ມາ ທ່ານ​ ສປິນ​ເລີ ໃນນາມ ອົງການ​ອົບ​ພະ​ຍົບຂອງ
ສະຫະ​ປະຊາ​ຊາດ ໄດ້​ເຮັດຫຼາຍ​ຢ່າງ ຊ່ອຍພວກ​ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ນັ້ນ.

ທ່ານ​ບອກ​ວີ​ໂອ​ເອ​ວ່າ ຄວາມພະຍາຍາມ​ເຫຼົ່າ​ນີ້ ​ແມ່ນ​ລຳ​ຄານຢູ່​ເລື້ອຍໆ ຍ້ອນ​ວ່າ ບໍ່​ມີ​ໃຜ​
ຮູ້​ວ່າ​ແມ່ນ​ຜູ້​ໃດ​ເປັນ​ຜູ້​ບັນຊາ​ການ​ໃນ​ປະ​ເທດທີ່ມີ​ສົງຄາມ​ແຫ່ງ​ນີ້. ທ່ານກ່າວວ່າ “ມັນ​ເປັນ​
ສະພາບ​ທີ່​ສົນລະວົນ​ວຸ້ນວາຍ ທັງ​ຍາກທີ່ຈະ​ຮູ້​ໄດ້​ວ່າ ​ແມ່ນ​ຜູ້​ໃດແທ້ ເປັນ​ຜູ້​ຄວບຄຸມ. ​
ເທົ່າ​ທີ່​ທ່ານ​ຮູ້ນັ້ນແລ້ວວ່າ, ປະ​ເທດ​ດັ່ງກ່າວ​ແມ່ນແຕກແຍກກັນ. ມັນ​ເປັນ​ລັດຖະບານ​ທີ່ເປັນປໍລະປັກກັນ ​ມັນ​ບໍ່​ຈະ​ແຈ້ງວ່າ​ ແມ່ນຄວາມ​ຮັບຜິ​ດຊອບຂອງ​ໃຜ ທີ່​ພວກ​ເຮົາ
​ສາມາດ​ເຂົ້າ​ໄປ​ຮ້ອງ​ຮຽນ​ໂດຍ​ກົງ​ໄດ້...​ແລະ​ພວກ​ເຮົາ​ໄດ້​ຮັບ​ລາຍ​ງານ​ທັງຫຼາຍຈາກ​
ຜູ້​ຄົນ ທີ່​ຖືກ​ກັກ​ຂັງ​ໂດຍ​ພວກ​ທີ່​ລັກລອບຄ້າຂາຍເຖື່ອນ ​ແລະ​ພວກ​ເຮົາ​ກໍ​ບໍ່​ສາມາດ​
ເຂົ້າ​ຮອດ​ເຂົ້າ​ເຖິງ​ສະຖານ​ທີ່​ດັ່ງກ່າວ​ນີ້​ໄດ້.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG