ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂຊມາເລຍ ປອດໄພ ຫລັງຈາກ ກຸ່ມ al-Shabab ໂຈມຕີ ທຳນຽບ (ສະໄລດ໌)


ແຜນທີ່ ປະເທດໂຊມາເລຍ
ແຜນທີ່ ປະເທດໂຊມາເລຍ

ບັນດາ​ເຈົ້າ​ໜ້າ​ທີ່​ໂຊ​ມາ​ເລຍ ກ່າວ​ວ່າ ປະທານາທິບໍດີ ​ແລະ​
ນາຍົກລັດຖະມົນຕີ ​ຂອງ​ປະ​ເທດ ໄດ້​ຮັບ​ຄວາ​ມປອດ​ໄພ ຫລັງ​ຈາກ​
ການ​ໂຈມ​ຕີ​ໂດຍກຸ່ມ​ກະບົດ al-Shabab ທີ່​ທຳນຽບປະທານາທິບໍ
ດີ ​ໃນ​ນະຄອນຫຼວງ Mogadishu.

ບັນດາ​ຜູ້​ທີ່ເຫັນ​ເຫ​ດການ​ກ່າວ​ວ່າ ລະ​ເບີດ​ໄດ້​ແຕກ​ຂື້ນ​ ແລະມີ​ສຽງ
​ຍິງ​ປືນຍິງຕໍ່ ສູ້ກັນຢ່າງ​ໜັກ ຢູ່​ໃນ​ແລະ​ອ້ອ​ມແອ້ມ ທຳນຽບປະທາ
ນາທິບໍດີ ​ໃນ​ຕອນ​ບ່າຍ​ວັນ​ອັງຄານ​ວານນີ້ ​ໃນ​ຂະນະ​ທີ່​ພວກ​ມື​ປືນ​
ຈຳນວນ​ນຶ່ງ​ໄດ້​ບຸກໂຈມຕີປະຕູ​ເຂົ້າ ​ແລະ​ພະຍາຍາມ​ບຸກເຂົ້າ​ໄປ
ຂ້າງ​ໃນ.

ບັນດາ​ຜູ້​ທີ່ເຫັນ​ເຫດການ ຍັງ​ກ່າວ​ວ່າ ສຽງ​ປືນ​ຍິງຕໍ່ສູ້​ກັນ​ໄດ້​ມິດ​ງຽບ​ລົງ​ໃນ​ຕອນ​ແລງ. ຢູ່​ໃນ
ຂໍ້​ຄວາມທີ່ສົ່ງຜ່ານທາງ Twitter ຢ່າງ​ຕໍ່​ເນຶ່ອງ​ນັ້ນ ທຳນຽບປະທາ ນາທິບໍດີ ກ່າວ​ວ່າ ການ​
ໂຈມຕີ Villa Somali ​ໄດ້​ຖືກ​ “ຄົ້ນພົບ​” ​ແລະ​ບໍລິເວນ ດັ່ງກ່າວ​ແມ່ນປອດ​ໄພ​ແລ້ວ ທັງນີ້ກໍ
ຍ້ອນທະຫານ​ໂຊ​ມາ​ເລ​ຍ ​ແລະ​ກຳລັງຂອງ​ສະຫະພາບ​ອາ​ຟຣິກາ.

ປະ​ທາ​ນາ​ທິບໍດີ Hassan Sheik Mohamoud ບໍ່​ໄດ້​ຢູ່​ທີ່​ທຳນຽບປະທານາທິບໍດີ ​ໃນ​ເວ
ລາ​ມີ​ການ​ໂຈມ​ຕີ​. ​ໂຄສົກ​ຄົນ​ນຶ່ງ​ຂອງກຸ່ມ al-Shabab ກ່່າວ​ວ່າ ກຳລັງຂອງ​ຕົນໄດ້ບຸກ​ເຂົ້າ
​ໄປຂ້າງໃນ​ ​ແລະ​ຍຶດ​ໄດ້ບາງສ່ວນ​ຂອງທຳນຽບປະ ທານາທິບໍດີ ​ໃນ​ຂະນະ​ທີ່​ມີ​ການ​ໂຈມ​ຕີ
ຢູ່​ນັ້ນ.

XS
SM
MD
LG