ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ al-Shabab ຖອນອອກຈາກ ເມືອງ Kismayo ໃນໂຊມາເລຍ


ຮູບພາບນຶ່ງ ທີ່ບໍ່ໄດ້ລະບຸວັນເວລາ ທີ່ກະຊວງປ້ອງກັນປະເທດເຄນຢາ ນຳອອກເຜີຍແຜ່ ໃນວັນທີ 29 ກັນຍາ ປີ 2012 ສະແດງໃຫ້ເຫັນ ສະມາຊິກຂອງກອງກຳລັງເຄນຢາ ໃນລະຫວ່າງການປະຕິບັດງານ ຢູ່ສະຖານທີ່ແຫ່ງນຶ່ງ ໃນໂຊມາເລຍ.
ຮູບພາບນຶ່ງ ທີ່ບໍ່ໄດ້ລະບຸວັນເວລາ ທີ່ກະຊວງປ້ອງກັນປະເທດເຄນຢາ ນຳອອກເຜີຍແຜ່ ໃນວັນທີ 29 ກັນຍາ ປີ 2012 ສະແດງໃຫ້ເຫັນ ສະມາຊິກຂອງກອງກຳລັງເຄນຢາ ໃນລະຫວ່າງການປະຕິບັດງານ ຢູ່ສະຖານທີ່ແຫ່ງນຶ່ງ ໃນໂຊມາເລຍ.
ກຸ່ມຫົວຮຸນແຮງ al-Shabab ຂອງໂຊມາເລຍ ກ່າວວ່າ ຕົນໄດ້
ຖອນກຳລັງອອກຈາກທີ່ໝັ້ນແຫ່ງສຸດທ້າຍ ໃນປະເທດດັ່ງກ່າວ
ແລ້ວ.

ກຸ່ມ al-Shabab ກ່າວໃນວັນເສົາ ມື້ນີ້ວ່າ ຕົນໄດ້ຖອນກຳລັງ
ອອກຈາກເມືອງທ່າ Kismayo ໃນໂຊມາເລຍແລ້ວ ນຶ່ງມື້ຫຼັງ
ຈາກທະຫານເຄນຢາໄດ້ບຸກໂຈມຕີເມືອງທ່າດັ່ງກ່າວໃນການ
ປະຕິບັດງານທີ່ແນໃສ່ ເພື່ອຂັບໄລ່ພວກຫົວຮຸນແຮງຈຸນີ້. ກຸ່ມ
al-Shabab ປະກາດວ່າ ຕົນຈະໂຈມຕີຕອບໂຕ້ຄືນ.

ກອງທັບເຄນຢາຖະແຫຼງວ່າ ການບຸກໂຈມຕີໃນມື້ວັນສຸກວານ
ນີ້ ແມ່ນພົວພັນທັງກຳລັງພາກພື້ນດິນ ທະເລ ແລະອາກາດ ແລ້ວກໍດຳເນີນໄປໂດຍມີການປະສານງານກັບກຳລັງຂອງສະ ຫະພາບອາຟຣິກາແລະທະຫານໂຊມາເລຍ.

ວີໂອເອ ພາກພາສາໂຊມາເລຍ ລາຍງານໃນວັນສຸກວານນີ້ວ່າ ທະຫານເຄນຢາແລະທະ ຫານລັດຖະບານໂຊມາເລຍ ໄດ້ເຂົ້າຄວບຄຸມບາງເຂດທາງກໍ້າເໜືອຂອງເມືອງ Kisma-
yo ແຕ່ສ່ວນໃຫຍ່ຂອງເມືອງດັ່ງກ່າວ ຮວມທັງສະໜາມບິນ ແມ່ນຍັງຢູ່ພາຍໃຕ້ການຄວບ ຄຸມຂອງກຸ່ມຫົວຮຸນແຮງ al-Shabab. ພວກທີ່ເຫັນເຫດການສອງຄົນເວົ້າວ່າ ພວກຫົວຮຸນ
ແຮງກຸ່ມນີ້ໄດ້ຕິດຕັ້ງປືນກົນໃສ່ອາຄານທີ່ສູງທີ່ສຸດ ຢູ່ໃນເມືອງດັ່ງກ່າວ.

ກຸ່ມ al-Shabab ຊຶ່ງເປັນເຄືອຂ່າຍຂອງພວກກໍ່ການຮ້າຍຂ້າມຊາດອາລກາຍດານັ້ນ ໄດ້ ໃຊ້ເມືອງທ່າ Kismayo ເພື່ອຊອກຫາເງິນດ້ວຍການເກັບພາສີ ຕະຫຼອດທັງການນຳເຂົ້າ ອາວຸດຕ່າງໆນຳດ້ວຍ.

ກ່ຽວຂ້ອງກັນ

XS
SM
MD
LG