ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີກ 6 ຄົນເສຍຊີວິດ ໃນໂຊມາເລຍ


ຄາບເລືອດທີ່ຍັງເຫລືອຢູ່ ໃນໂຮງແຮມ Muna ທີ່ຖືກໂຈມຕີ ໃນນະຄອນຫລວງຂອງໂຊມາເລຍ.
ຄາບເລືອດທີ່ຍັງເຫລືອຢູ່ ໃນໂຮງແຮມ Muna ທີ່ຖືກໂຈມຕີ ໃນນະຄອນຫລວງຂອງໂຊມາເລຍ.

ໄດ້​ເກີດການສູ້ລົບກັນຕື່ມອີກ ລະຫວ່າງພວກມຸສລິມຫົວຮຸນ
ແຮງແລະທະຫານລັດຖະບານ ທີ່​ເມືອງຫຼວງຂອງໂຊມາ
ເລຍຫຼັງຈາກພວກຫົວຮຸນແຮງໄດ້ບຸກໂຈມຕີໂຮງແຮມ
ແຫ່ງນຶ່ງທີ່ນະຄອນຫຼວງໂມກາດິສຊູ ​ໃນ​ມື້ວານ​ນີ້ ທີ່ເຮັດ
ໃຫ້ມີຜູ້ເສຍຊີວິດຫລາຍກວ່າ 30 ຄົນນັ້ນ.

ພວກທີ່ເຫັນເຫດການກ່າວວ່າ ກຸ່ມກະບົດ Al-Shabab
ແລະກຳລັງນິຍົມລັດ ຖະບານໄດ້ໃຊ້ປືນ​ໃຫຍ່​ຍິງໂຈມຕີກັນ
ໃນວັນພຸດມື້ນີ້. ມີລາຍງານວ່າຢ່າງນ້ອຍ 6 ຄົນໄດ້ເສຍ
ຊີວິດ.

ຜູ້ບັນຊາການທະຫານຝ່າຍລັດຖະບານກ່າວວ່າຕົນສາມາດຮັກສາທີ່ໝັ້ນໄວ້ໄດ້ເຖິງ​ແມ່ນ
ໄດ້ຖືກບຸກໂຈມຕີໃນຄືນແລ້ວນີ້ ໂດຍກຸ່ມກະບົດ Al-Shabab.

ໃນມື້ວານນີ້ ມືປືນຂອງກຸ່ມກະບົດ Al-Shabab ໄດ້ໂຈມຕີໂຮງແຮມ Muna ທີ່​ຕັ້ງ​ຢູ່​ໃນ
ເຂດນຶ່ງຂອງ​ໂມ​ກາ​ດິສຊູ ທີ່ຍັງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານ. ໃນຖະແຫຼງ
ຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພຸດມື້ນີ້ ກະຊວງຖະແຫຼງຂ່າວຂອງໂຊມາເລຍ
ເວົ້າວ່າ ຈຳນວນຜູ້ເສຍຊີວິດໃນການໂຈມຕີໄດ້​ເພິ່ມຂຶ້ນ​ເປັນ 33 ຄົນ ຮວມທັງສະມາຊິກ
ສະພາແຫ່ງຊາດ 4 ທ່ານ.

XS
SM
MD
LG