ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທຳ​ນຽບ​ຫ້າ​ແຈເວົ້າ​ວ່າ ທະ​ຫານ​ຂອງ ສ​ຫລ ທຳ​ລາຍ​ຄ້າຍ​ຂອງ​ພວກກໍ່​ການ​ຮ້າຍ 2 ແຫ່ງ ຢູ່​ພາກ​ໃຕ້​ ຂອງໂຊ​ມາ​ເລຍ


ພວກແມ່​ຍິງພາ​ກັນ​ຮ້ອງ​ຄຳ​ຂວັນ ແລະຍົກ​ປ້າຍ​​ທີ່​ຂຽນ​ວ່າ "ບໍ່​ມີ​ການ​ວາງ​ລະ​ເບີດ" ຢູ່​ໃນໂຊ​ມາ​ເລຍ ແລະ "ຜູ້ກໍ່​ອາດ​ຊະ​ຍາ​ກຳ​ທີ່​ໂງ່​ງ່າວແມ່ນ​ເປັນ​ອັນ​ຕະ​ລາຍ" ໃນ​ຂະ​ນະ​ທີ່ທຳ​ການປະ​ທ້ວງ​ຕໍ່​ຕ້ານກຸ່ມກໍ່​ການ​ຮ້າຍ Al-Shabaab ຂອງໂຊ​ມາ​ເລຍຢູ່​ໃນ​ນະ​ຄອນ ໂມ​ກາ​ດິ​ສ​ຊູ ໃນວັນ​ທີ 2 ກຸມ​ພາ 2020
ພວກແມ່​ຍິງພາ​ກັນ​ຮ້ອງ​ຄຳ​ຂວັນ ແລະຍົກ​ປ້າຍ​​ທີ່​ຂຽນ​ວ່າ "ບໍ່​ມີ​ການ​ວາງ​ລະ​ເບີດ" ຢູ່​ໃນໂຊ​ມາ​ເລຍ ແລະ "ຜູ້ກໍ່​ອາດ​ຊະ​ຍາ​ກຳ​ທີ່​ໂງ່​ງ່າວແມ່ນ​ເປັນ​ອັນ​ຕະ​ລາຍ" ໃນ​ຂະ​ນະ​ທີ່ທຳ​ການປະ​ທ້ວງ​ຕໍ່​ຕ້ານກຸ່ມກໍ່​ການ​ຮ້າຍ Al-Shabaab ຂອງໂຊ​ມາ​ເລຍຢູ່​ໃນ​ນະ​ຄອນ ໂມ​ກາ​ດິ​ສ​ຊູ ໃນວັນ​ທີ 2 ກຸມ​ພາ 2020

ກຳ​ລັງ​ທະ​ຫານ​ຂອງ​ສະ​ຫະ​ລັດ​ໄດ້​ທຳ​ລາຍ​ເຂດ​ຄຸ້ມ​ຢູ່ອາ​ໄສ​ຂອງ​ກຸ່ມ ອາ​ລ-ຊາ​ບັບ 2 ແຫ່ງ ແລະ​ໄດ້​ສັງ​ຫານ​ຜູ້ກໍ່​ການ​ຮ້າຍ​ຢ່າງ​ໜ້ອຍຄົນ​ນຶ່ງ ຢູ່​ໃນ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຢູ່​ພາກ​ໃຕ້​ຂອງ​ໂຊ​ມາ​ເລຍ ໃນ​ເດືອນ​ແລ້ວນີ້, ຕາມ​ການ​ປະກ​າດ​ຂອງ​ທຳ​ນຽບ​ຫ້າ​ແຈ​ໃນ​ວັນ​ຈັນ​ວານນີ້.

ຜູ້​ບັນ​ຊາ​ການ​ປະ​ຈຳ​ພາກ​ພື້ນ​ອາ​ຟ​ຣິ​ກາ ຫລື AFRICOM ໄດ້​ດຳ​ເນີນ​ການ​ໂຈ​ຕີ​ດັ່ງ​ກ່າວ ຢູ່​ໃນ​ການ​ປະ​ສານ​ງານ​ກັບ​ກຳ​ລັງ​ທະ​ຫານ​ຂອງ​ໂຊ​ມາ​ເລຍ. ​ໃນຄຸ້ມ​ຢູ່​ອ​າ​ໄສ 2 ແຫ່ງດັ່ງ​ກ່າວ​, ແຫ່ງ​ນຶ່ງ​ແມ່ນ​ຢູ່​ໃນ​ເມືອງຈາ​ແມມ ແລະ​ອີກ​ບ່ອນ​ນຶ່ງ​ແມ່ນ​ຢູ່​ໃນ​ເມືອງຈີ​ລິບ ນັ້ນ​ໄດ້​ຖືກ​ທຳ​ລາຍ​ໃຫ້​ໝົດ​ໄປ.

AFRICOM ເວົ້າ​ວ່າ ຕົນ “ໄດ້​ເອົາ​ມາດ​ຕະ​ການ​ສຳ​ຄັນ” ເພື່ອ​ຮັບ​ປະ​ກັນ​ວ່າ ບໍ່​ໃຫ້ມີ​ພົນ​ລະ​ເຮືອນຄົນ​ໃດ​ຖືກ​ຂ້າ​ຕາຍ ຫລື​ໄດ້​ຮັບ​ບາດ​ເຈັບ.

“ພວກ​ເຮົາ​ປະ​ເມີນ​ເບິ່ງເຂດ​ຄຸ້ມ​ຢູ່​ອາ​ໄສ​ເຫລົ່າ​ນີ້​ວ່າ​ໄດ້​ຖືກ​ພວກນັກ​ລົບ​ຂອງ​ກຸ່ມອາ​ລ-ຊາ​ບັບ ໃຊ້ ເພື່ອ​ຈັດ​ຕັ້ງ ແລະ​ວາງ​ແຜນ​ການກໍ່​ການ​ຮ້າຍ ຕໍ່​ພົນ​ລະ​ເຮືອນ​ຂອງ​ໂຊ​ມາ​ເລຍ​ທີ່​ເປັນ​ຜູ້​ບໍ​ລິ​ສຸດ,” ນັ້ນຄື​ຄຳ​ເວົ້າ​ຂອງພົນ​ຈັດ​ຕະ​ວາ ເກ​ຣກ​ກໍ​ຣີ ແຮດ​ຟຽວ, ຮອງ​ອຳ​ນວນ​ການ​ດ້ານ​ສືບ​ລັບ​ຂອງ AFRICOM. ທ່ານ​ກ່າວ​ຕໍ່​ໄປ​ວ່າ “ມັນຈຳ​ເປັນ​ຕ້ອງ​ມີການ​ປະ​ຕິ​ບັດ​ງານ​ເພື່ອ​ສະ​ກັດ​ກັ້ນ ​ກຸ່ມອາ​ລ-ຊາ​ບັບ ເພື່ອບໍ່​ໃຫ້​ພວກ​ເຂົາ​ສາ​ມາດ​ຂະ​ຫຍາຍ​ການກໍ່​ການ​ຮ້າຍ​ຢູ່ນອກ​ໂຊ​ມາ​ເລຍ​ໄດ້ ດັ່ງ​ທີ່​ພວກ​ເຮົາ​ເຫັນ​ໃນ​ມໍ່ໆ​ມານີ້ ຢູ່​ໃນ​ເຄນ​ຢາ.

ພວກກໍ່​ການ​ຮ້າຍ​ຂອງ​ກຸ່ມອາ​ລ-ຊາ​ບັບ ໄດ້​ໂຈມ​ຕິ​ຄ້າຍ​ທະ​ຫານ​ແຫ່ງ​ນຶ່ງ​ຢູ່​ໃນ​ເຄນ​ຢາ ໃນ​ເດືອນ​ແລ້ວນີ້ ໂດຍ​ໄດ້​ສັງ​ການ​ຊີ​ວິດ​ຂອງ​ທະ​ຫານ​ສະ​ຫະ​ລັດ​ຄົນ​ນຶ່ງ ແລະ​ຜູ້​ຮັບ​ເໝົາ​ສອງ​ຄົນ​.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG