ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະຫານໂຊມາເລຍ ໂຈມຕີ ກຸ່ມ al-Shabab ໃນໂມກາດິສຊູ


ພວກກະບົດຫົວຮຸນແຮງ al-Shabab ທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາຍດາ (24 ກຸມພາ 2012)
ພວກກະບົດຫົວຮຸນແຮງ al-Shabab ທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາຍດາ (24 ກຸມພາ 2012)

ກຳລັງໂຊ​ມາ​ເລຍ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ໂດຍ​ທະຫານ​ຂອງ​ສະຫະພາບ​ອາ​ຟຣິກາ ​ເລີ່​ມການ
ປະຕິບັດ​ງານ​ບຸກ​ໂຈມ​ຕີ​ພວກ​ກະບົດ al-Shabab ​ທາງ​ກໍ້າ​ເໜືອ​ຂອງນະຄອນຫຼວງ​ໂມ​ກາ
ດິສຊູຂະນະ​ທີ່​ກຳລັງ​ປະສົມທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ອົງການສະຫະ​ປະຊາ​ຊາດສືບ​
ຕໍ່​ໃນ​ການ​ບຸກ​ໂຈມ​ຕີ​ຄືບ​ໜ້າ​ຕໍ່​ພວກ​ກະບົດ ​ທີ່ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ
ດານັ້ນ.

ໜ່ວຍ​ປະຕິບັດ​ງານ​ຂອງ​ສະຫະພາບ​ອາ​ຟຣິກາ​ໃນ​ໂຊ​ມາ​ເລຍ​ທີ່​ເອີ້ນຫຍໍ້​ເປັນ​ພາສາ​ອັງກິດ​ວ່າ
AMISOM ນັ້ນ ກ່າວ​ວ່າ ການ​ປະຕິບັດ​ງານ​ທີ່​ເລີ່​ມຂຶ້ນ​ໃນ​ຕອນເຊົ້າຂອງ​ວັນ​ສຸກ​ມື້ນີ້ ​ແມ່ນ
ແນ​ໃສ່​ເພື່ອ​ກວດ​ລ້າງ​ພວກ​ນັກ​ລົບ​ຂອງ​ກຸ່ມ al-Shabab ອອກຈາກ​ເຂດ​ຮອບ​ນອກ​ທາງ​ກໍ້າ
ເໜືອ​ຂອງ​ນະຄອນຫຼວງ​ໂຊ​ມາ​ເລຍບ່ອນ​ທີ່ພວກ​ກະບົດຈຸ​ນີ້ຍັງ​ສາມາດ​ທຳ​ການ​ໂຈມ​ຕີ​ຫຼາຍໆ
ຄັ້ງ​ເມື່ອ​ບໍ່ດົນ​ຜ່ານ​ມາ.

ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ ມີ​ຂຶ້ນ 2 ອາທິດ ຫຼັງຈາກ​ທະຫານ​ສະຫະພາບ​ອາ​ຟຣິກາ ໄດ້​ສ້າງ​
ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ກຸ່ມ al-Shabab ​ໂດຍ​ບັງຄັບ​ໃຫ້​ພວກນັກ​ລົບ​ຂອງ​ກຸ່ມ​ດັ່ງ
ກ່າວ ຖອນ​ອອກ​ໄປ​ຈາກ​ເມືອງ Baidoa ຫົວ​ເມືອງ​ໃຫຍ່​ອັນດັບ 3 ຂອງ​ໂຊ​ມາ​ເລຍຊຶ່ງ​ຖື​
ກັນ​ວ່າ​ເປັນ​ທີ່​ໝັ້ນທີ່​ສຳຄັນ​ແຫ່ງ​ນຶ່ງ​ຂອງ​ພວກ​ກະບົດນັ້ນ.

ກຸ່ມ al-Shabab ຍັງ​ສືບ​ຕໍ່​ຄວບ​ຄຸມພື້ນທີ່​ສ່ວນ​ໃຫຍ່ ​ໃນ​ເຂດ​ພາກ​ໃຕ້​ແລະ​ພາກກາງຂອງ​
ໂຊ​ມາ​ເລຍ ​ແຕ່​ໄດ້​ສູນ​ເສຍ​ເຂດ​ຄວບ​ຄຸມ​ຂອງ​ຕົນ​ມາ​ເປັນ​ລຳດັບ​ ຈາກການ​ບຸກ​ໂຈມ​ຕີ​ຂອງ
ເອທິ​ໂອ​ເປຍ ​ເຄັນ​ຢາ​ ແລະ​ກຳລັງ​ທະຫານ​ຂອງ​ສະຫະພາບອາ​ຟຣິກາ.

ກຸ່ມ​ດັ່ງກ່າວ​ນີ້​ ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ນະຄອນຫຼວງ​ໂມ​ກາ​ດິສຊູ​ ໂດຍ​ກຳລັງ​ທະຫານ​ລັດ
ຖະບານ​ແລະ​ສະຫະພາບ​ອາ​ຟຣິກາ​ໃນ​ປີ​ກາຍ​ນີ້ ​ແຕ່​ຍັງ​ສືບ​ຕໍ່​ທຳ​ການໂຈມ​ຕີ​ຢ່າງ​ກະຈັດກະ​
ຈາ​ຍ​ໃນ​ນະຄອນຫຼວງ​ໂຊ​ມາ​ເລຍ​ໂດຍ​ໃຊ້​ວິທີ​ການ​ແບບກອງ​ໂຈນ.

XS
SM
MD
LG