ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາ ສະຫະປະຊາຊາດ ຢ້ຽມຢາມໂຊມາເລຍ


ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon (ຊ້າຍ) ຢືນໃກ້ໆນາຍົກລັດຖະມົນຕີໂຊມາ ເລຍ ທ່ານ Abdiweli Mohamed Ali (ກາງຊ້າຍ) ຫຼັງຈາກເດີນທາງໄປເຖິງສະໜາມບິນ Adan Abulle ໃນນະຄອນຫຼວງໂມກາດິສຊູ (9 ທັນວາ 2011)
ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon (ຊ້າຍ) ຢືນໃກ້ໆນາຍົກລັດຖະມົນຕີໂຊມາ ເລຍ ທ່ານ Abdiweli Mohamed Ali (ກາງຊ້າຍ) ຫຼັງຈາກເດີນທາງໄປເຖິງສະໜາມບິນ Adan Abulle ໃນນະຄອນຫຼວງໂມກາດິສຊູ (9 ທັນວາ 2011)

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ Ban Ki-moon ໄດ້ເດີນທາງໄປ
ເຖິງປະເທດໂຊມາເລຍແລ້ວ ຊຶ່ງເປັນການຢ້ຽມຢາມເທື່ອທຳອິດໂດຍຜູ້ນຳຂອງອົງການສະ ຫະປະຊາຊາດນັບຕັ້ງແຕ່ລັດຖະບານຂອງປະເທດດັ່ງກ່າວໄດ້ພັງທະລາຍລົງເມື່ອສອງທົດ
ສະວັດກ່ອນ.

ທ່ານ Ban ໄດ້ພົບປະກັບນາຍົກລັດຖະມົນຕີຂອງໂຊມາເລຍ ແລະພວກເຈົ້າໜ້າທີ່ຈາກ ກອງກຳລັງຂອງສະຫະພາບອາຟຣິກາ.

ກອງກຳລັງຮັກສາສັນຕິພາບຂອງສະຫະພາບອາຟຣິກາໃນໂຊມາເລຍ ທີ່ເອີ້ນຫຍໍ້ເປັນພາ
ສາອັງກິດວ່າ AMISOM ນັ້ນແມ່ນໃຫ້ການໜຸນຫຼັງຕໍ່ລັດຖະບານກາງໃນໄລຍະຂ້າມຜ່ານ ທີ່ໄດ້ຮັບການສະໜັບສະໜຸນຈາກອົງການສະຫະປະຊາຊາດ ຢູ່ໃນໂຊມາເລຍທີ່ໄດ້ປະສົບ
ກັບໄພສົງຄາມແລະບໍ່ມີລັດຖະບານທີ່ມີຄວາມທຸ່ນທ່ຽງມາແຕ່ປີ 1991.

ປະທານາທິບໍດີຄົນສຸດທ້າຍຂອງໂຊມາເລຍ ໄດ້ຖືກໂຄ່ນລົ້ມເມື່ອ 20 ປີກ່ອນແລະພວກຜູ້
ນຳຂອງກຸ່ມຫົວຮຸນແຮງຕ່າງໆໄດ້ເຂົ້າກຳອຳນາດ.

ການເດີນທາງໄປຢ້ຽມຢາມ ຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດແມ່ນເປັນຮ່ອງ
ຮອຍທີ່ສະແດງໃຫ້ເຫັນເຖິງຄວາມກ້າວໜ້າໃນໂຊມາເລຍຂະນະທີ່ການຄວບຄຸມໂດຍກຸ່ມຫົວ
ຮຸນແຮງ al-Shabab ໄດ້ຫຼຸດນ້ອຍຖອຍລົງໂດຍສະເພາະແລ້ວແມ່ນໃນເຂດນະຄອນຫຼວງ
ໂມກາດິສຊູ.

ກຸ່ມ al-Shabab ໄດ້ຖອນພວກນັກລົບຂອງຕົນ ອອກໄປຈາກນະຄອນຫຼວງໃນເດືອນສິງ
ຫາຜ່ານມາຫຼັງຈາກລັດຖະບານໂຊມາເລຍໄດ້ເປີດສາກບຸກໂຈມຕີໂດຍໄດ້ຮັບການສະໜັບ ສະໜຸນຈາກທະຫານຂອງສະຫະພາບອາຟຣິກາ. ກຸ່ມຫົວແຮງດັ່ງກ່າວເວົ້າວ່າ ການຖອນ ໂຕຈາກນະຄອນຫຼວງແມ່ນເປັນພຽງກົນລະຍຸດແລະປະກາດວ່າ ຈະກັບຄືນໄປທີ່ນັ້ນໃໝ່.

ນັບແຕ່ທ້າຍເດືອນພະຈິກເປັນຕົ້ນມາ ໄດ້ມີການໂຈມຕີດ້ວຍລະເບີດ 15 ຄັ້ງ ທີ່ນະຄອນ
ຫຼວງໂມກາດິສຊູແລະລັດຖະບານໄດ້ຖິ້ມໂທດໃສ່ກຸ່ມ al-Shabab.

XS
SM
MD
LG