ພວກໂຈນທະເລໂຊມາເລຍໄດ້ປ່ອຍເຮືອບິນທຸກສານເຄມີລຳນຶ່ງທີ່ຖືກຈີ້ຂອງສິງກະໂປ ແຕ່ຍັງ
ສືບຕໍ່ກັກໂຕພວກລູກເຮືອຊາວເກົາຫຼີໃຕ້ໄວ້ເປັນໂຕປະກັນ.
ບໍລິສັດ Glory Ship Management ທີ່ມີສຳນັກງານຢູ່ສິງກະໂປຊຶ່ງເປັນເຈົ້າຂອງເຮືອລຳ
ນີ້ກ່າວໃນວັນພະຫັດມື້ນີ້ວ່າ ພວກໂຈນທະເລສັນຍາໄວ້ວ່າຈະປ່ອຍລູກເຮືອ 25 ຄົນແຕ່ໄດ້
ນຳເອົາໂຕພວກລູກເຮືອທີ່ຍັງເຫຼືອ 4 ຄົນຂຶ້ນໄປເທິງແຄມຝັ່ງໃນນາທີສຸດທ້າຍ.
ບໍລິສັດດັ່ງກ່າວເວົ້າວ່າ ພວກລູກເຮືອທີ່ຖືກປ່ອຍແມ່ນມີສຸຂະພາບແຂງແຮງດີແລະຕົນກຳລັງ ດຳເນີນງານເພື່ອໃຫ້ມີການປ່ອຍໂຕປະກັນທີ່ຍັງກັກໂຕໄວ້ຢູ່.
ພວກໂຈນທະເລໄດ້ຢຶດເຮືອບັນທຸກສານເຄມີລຳນີ້ ຢູ່ນອກແຄມຝັ່ງທະເລຂອງທະວີບອາຟຣິ
ກາໃນເດືອນເມສາຜ່ານມາຂະນະທີ່ເຮືອລຳດັ່ງກ່າວເດີນທາງແຕ່ອິນໂດເນເຊຍໄປຍັງປະເທດ
ເຄັນຢາ.
ພວກລູກເຮືອນອກເໜືອໄປຈາກຊາວເກົາຫຼີໃຕ້ 4 ຄົນແລ້ວແມ່ນຍັງປະກອບດ້ວຍຊາວອິນ
ໂດເນເຊຍ 13 ຄົນ ຊາວຈີນ 5 ຄົນແລະຊາວມຽນມາ 3 ຄົນ.
ກະຊວງການຕ່າງປະເທດເກົາຫຼີໃຕ້ ກ່າວວ່າ ຕົນກໍພວມດຳເນີນງານຄືກັນເພື່ອໃຫ້ໂຕປະ
ກັນທີ່ຍັງຖືກກັກໂຕໄວ້ນັ້ນ ຖືກປ່ອຍເປັນອິດສະຫຼະ ແຕ່ກໍກ່າວຢໍ້າວ່າ ທ່າທີຂອງຕົນແມ່ນ
ບໍ່ເຈລະຈາກັບພວກໂຈນທະເລ.