ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ກຸ່ມ al-Shabab 13 ຄົນ ຖືກຂ້າຕາຍ ໃນການບຸກໂຈມຕີ ຂອງ ສຫລ ແລະໂຊມາເລຍ


ທະຫານໂຊມາເລຍ ກຳລັງຊອກຫາ ພວກນັກລົບ al-Shabaab ຢູ່ຕາມບ້ານເຮຶອນ.
ທະຫານໂຊມາເລຍ ກຳລັງຊອກຫາ ພວກນັກລົບ al-Shabaab ຢູ່ຕາມບ້ານເຮຶອນ.

ເຈົ້າ​ໜ້າ​ທີ່​ໂຊ​ມາ​ເລຍຄົນ​ນຶ່ງ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ al-Shabab 13 ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ກາ​ນໂຈມ​ຕີໂດຍ​ສະຫະລັດ ​ແລະ​ກຳລັງ​ຫະຫານ​ໂຊ​ມາ​ເລຍ ຢູ່​ໃກ້​ກັບ​ເມືອງ Kismayo ຂອງ​ໂຊ​ມາ​ເລຍ.

​ຖະ​ແຫລ​ງການ​ຂອງ ກອງ​ບັນຊາ​ການທະຫານ​ສະຫະລັດ​ໃນ​ເຂດ​ອາ​ຟຣິກາ ​ໃນ​ວັນ​ພຸດ​ວານ​ນີ້​ກ່າວ​ວ່າ “ຈາກການ​ປະຕິບັດ​ງານ​ສື​ບລັບ” ກຳລັງ​ທະຫານ​ອາ​ເມຣິກັນ​ໄດ້​ປະຕິບັດ​ງານ “ປ້ອງ​ກັນ​ຕົນ​ຢ່າງ​ສຳ​ເລັດ​ໃນ​ການຮວມມື​ໂຈມຕີຕ້ານ​ກຳລັງ al-Shabab”​ໃນ​ຕອນ​ເຊົ້າ​ມືດ​ວັນ​ພຸດ​ວານ​ນີ້ ຕາມ​ເວລາ​ໃນ​ ໂຊ​ມາ​ເລ​ຍ.

ຖະ​ແຫລ​ງການ​ກ່າວ​ວ່າ ໜ່ວຍ​ປະຕິບັດ​ງານ ​ແລະອາວຸດ​ຕ່າງໆ​ທີ່​ພົວພັນ​ຈະ​ບໍ່​ພິສູດ​ໃຫ້​ເຫັນ​ເພື່ອ​ປ້ອງ​ກັນ​ຄວາ​ມປອດ​ໄພ​ການ​ປະຕິບັດ​ງານ.

​ເຖິງ​ຢ່າງ​ໃດ​ກໍ​ດີ ​ແຫ​ລ່ງຂ່າວ​ທະຫານໂຊ​ມາ​ເລຍ​ກ່າວ​ວ່າ ຝູງ​ບິນ​ເຮ​ລິ​ຄອບ​ເຕີ​ສະຫະລັດ ​ໄດ້​ນຳພາ​ກຳລັງ​ພິ​ເສດ​ໂຊ​ມາ​ເລຍ​ໄປ​ຫາ​ຈຸດ​ບ່ອນໂຈມ​ຕີ ປະມານ 500 ກິ​ໂລ​ແມັດ​ທາງ​ພາກໃຕ້​ຂອງ​ນະຄອນ Mogadishu ​ແລະ​ໄດ້​ຍິງໃສ່​ພວກ​ຫົວ​ຮຸນ​ແຮງ​ລະຫວ່າງ​ການ​ສູ້​ລົບ.

ຮອງ​ຜູ້​ບັນຊາ​ການ​ອົງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ໂຊ​ມາ​ເລ​ຍ ຢູ່​ເຂດ​ລຸ່ມ​ຂອງ​ເມືອງ Jubba ທ່ານ Ahmed Abdullahi issa ກ່າວ​ວ່າ ກຳລັງ​ໂຊ​ມາ​ເລຍ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ ຫລັງ​ຈາກ​ຮູ້​ວ່າ​ພວກ​ຫົວ​ຮຸນ​ແຮງ​ໄດ້​ພາກັນ​ວາງ​ແຜນ​ໂຈມຕີ​ຄ້າຍ​ຂອງ​ເຂົາ​ເຈົ້າ.

ທ່ານ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກຂ່າວ​ວ່າ “ພວກ​ຫົວ​ຮຸນ​ແຮງ​ມີ​ປະມານ 100 ຄົນ ທີ່​ໄດ້ເຕົ້າ​ໂຮມ​ກັນ​ຢູ່່​ໃນ​ເຂດ​ປ່າ ​ແລະ​ພວກ​ເຮົາ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ເຂົາ​ເຈົ້າ. ພວກ​ເຮົາ​ໄດ້​ສະກັດ​ກັ້ນ​ການ​ໂຈມ​ຕີ​ຂອງ​ເຂົາ​ເຈົ້າ. ພວກ​ເຮົາ​ໄດ້​ສັງຫານ 13 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ 10 ຄົນ.

ເມືອງ Kismayo ປະເທດ Somalia.
ເມືອງ Kismayo ປະເທດ Somalia.

ພວກ​ເຈົ້າ​ໜ້າ​ທີ່​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ຊາກ​ສົບ​ຂອງ​ພວກ​ຫົວ​ຮຸນ​ແຮງຢູ່​ໃນ​ເມືອງ Kismayo ​ໃນ​ວັນ​ພຸດ​ວານ​ນີ້.

ແຫ​ລ່ງຂ່າວ​ຮັກສາຄວາມ​ປອດ​ໄພ​ທ້ອງ​ຖິ່ນກ່າວ​ຕໍ່ ວີ​ໂອ​ເອວ່າ ພວກ​ຫົວ​ຮຸນ​ແຮງ al-Shabab ​ໄດ້​ໂຈມ​ຕີ​ຄ້າຍ​ກ່ອນ ​ແຕ່​ໄດ້​ຖືກ​ຂັບ​ໄລ່່​ໄປ. ​ແຫ​ລ່ງຂ່າວ​ກ່າວ​ເພີ້ມ ວ່າ ຫລັງ​ຈາກ​ໄດ້​ຂັບ​ໄລ່​ພວກໂຈມ​ຕີຖອຍ​ໄປ ກຳລັງ​ລັດຖບານ​ໄດ້​ຮ້ອງກຳ​ລັງ​ໜູນ​ຫລັງ ​ແລະ​ໂຈມ​ຕີ​ພວກ​ຫົວ​ຮຸນ​ແຮງ​ທີ່​ລີ້​ຊອນຢູ່​ນັ້ນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG