ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທະຫານ ບໍ່ຊາບຝ່າຍ ໂຈມຕີ ເມືອງນຶ່ງ ໃນພາກໃຕ້ ໂຊມາເລຍ


ທະຫານລັດຖະບານໂຊມາເລຍ ເອົາຜ້າມັດຕາ ແລະຍາມ ສະມາຊິກກຸ່ມຫົວຮຸນແຮງ al-Shabab ທີ່ເມືອງ Kismayo ໃນພາກໃຕ້ ໂຊມາເລຍ. (3 ຕຸລາ 2012)
ທະຫານລັດຖະບານໂຊມາເລຍ ເອົາຜ້າມັດຕາ ແລະຍາມ ສະມາຊິກກຸ່ມຫົວຮຸນແຮງ al-Shabab ທີ່ເມືອງ Kismayo ໃນພາກໃຕ້ ໂຊມາເລຍ. (3 ຕຸລາ 2012)
ເຈົ້າໜ້າທີ່ ໃນພາກໃຕ້ໂຊມາເລຍ ກ່າວວ່າ ທະຫານຕ່າງປະເທດ
ໄດ້ທຳການບຸກໂຈມຕີໃນຕອນເຊົ້າມືດວັນເສົາມື້ນີ້ຕໍ່ບ່ອນຫລົບລີ້
ແຫ່ງນຶ່ງຂອງກຸ່ມ al-Shabab.

ແຫຼ່ງຂ່າວ ແຈ້ງໃຫ້ວີໂອເອ ພະແນກພາສາໂຊມາເລຍ ຊາບວ່າ
ຫົວໜ້າກຸ່ມກໍ່ການຮ້າຍອາລກາອີດາຄົນນຶ່ງ ທີ່ເຮັດວຽກ ກັບກຸ່ມ
ຫົວຮຸນແຮງ al-Shabab ແມ່ນເປົ້າໝາຍ ຂອງການບຸກໂຈມຕີ
ທີ່ເມືອງ Brava ຕັ້ງຫ່າງຈາກນະຄອນຫຼວງໂມກາດິສຊູ ໄປທາງ
ທິດໃຕ້ 250 ຫຼັກກິໂລແມັດ. ເມືອງ Brava ແມ່ນຢູ່ພາຍໃຕ້ການ
ຄວບຄຸມຂອງກຸ່ມ al-Shabab.

ໂຄສົກຄົນນຶ່ງຂອງກຸ່ມ al-Shabab ແຈ້ງໃຫ້ອົງການຂ່າວຝຣັ່ງຊາບວ່າ ການປະຕິບັດງານ ໃນຄັ້ງນີ້ ໄດ້ປະສົບກັບຄວາມລົ້ມແຫຼວ ເວລາສັດຕູຂອງພະອາລລ່າ ພະຍາຍາມທີ່ຈະໂຈມ ຕີພວກຜູ້ບັນຊາການຂອງກຸ່ມມູຈາຮີດີນ ແບບບໍ່ໃຫ້ຕັ້ງຕົວ.

ກອງທະຫານຕ່າງປະເທດ ຮວມທັງສະຫະລັດ ແລະຝຣັ່ງ ເຄີຍທຳການໂຈມຕີ ຢູ່ໃນໂຊມາ ເລຍມາແລ້ວ ໃນອະດີດຜ່ານມາ. ປະຊາຊົນໃນເມືອງ Brava ກ່າວວ່າ ພວກຫົວຮຸນແຮງ al-Shabab ໄດ້ປິດລ້ອມບໍລິເວນດັ່ງກ່າວ.

ຊື່ສຽງຮຽງນາມ ຂອງຫົວໜ້າກຸ່ມກໍ່ການຮ້າຍອາລກາອີດາທີ່ຕົກເປັນເປົ້າໃນການໂຈມຕີຄັ້ງ ນີ້ແມ່ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອໃນເວລານີ້. ພວກທີ່ເຫັນເຫດການ ເວົ້າວ່າ ນັກລົບຄົນ ນຶ່ງຂອງກຸ່ມ al-Shabab ໄດ້ຖືກຂ້າຕາຍ.
XS
SM
MD
LG