ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ທໍາການໂຈມຕີ ​ແນ​ໃສ່ ​ກຸ່ມ​ລັດອິສລາມ ຢູ່​ພາກ​ເໜືອ ຂອງ​ໂຊ​ມາ​ເລຍ


ແຜນທີ່ທີ່ສະແດງໃຫ້ເຫັນເຂດ Puntland ທີ່ຢູ່​ທາງ​ພາກ​ເໜືອຂອງ​ໂຊ​ມາ​ເລຍ
ແຜນທີ່ທີ່ສະແດງໃຫ້ເຫັນເຂດ Puntland ທີ່ຢູ່​ທາງ​ພາກ​ເໜືອຂອງ​ໂຊ​ມາ​ເລຍ

ເຈົ້າໜ້າທີ່​ກະຊວງປ້ອງ​ກັນ​ປະ​ເທດສະຫະລັດ ໄດ້ບອກໃຫ້ພະແນກພາສາໂຊ​ມາ​ເລຍ
ຂອງວິທະຍຸ VOA ຊາບວ່າ ການ​ໂຈມ​ຕີ​ທາງ​ອາກາດຫລາຍໆຄັ້ງ ​ໃນ​ວັນ​ສຸກ​ວານ​ນີ້
ຢູ່​ທາງ​ພາກ​ເໜືອຂອງ​ໂຊ​ມາ​ເລຍນັ້ນ​ ແມ່ນ​ແນ​ໃສ່​ກຸ່ມ​ລັດອິສລາມ.

ກອງ​ບັນຊາ​ການທະຫານສະຫະລັດ​ປະ​ຈໍາ​ທະ​ວີ​ບອາ​ຟຣິກາ ຫລື AFRICOM ​ໄດ້​
ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງໃນ​ເວລາ​ຕໍ່ມາ​ຂອງມື້ວານ​ນີ້ ຊຶ່ງ​ໄດ້​ຢືນຢັນ​ວ່າ ​ກໍາລັງ​
ຂອງຕົນໄດ້ສັງ ຫານ “ພວກ​ກໍ່ການ​ຮ້າຍ​ຫລາຍ​ຄົນ” ​ໃນ​ການ​ໂຈມ​ຕີ​ສອງ​ຄັ້ງ​ໃສ່​ກຸ່ມ
​ກໍ່ການ​ຮ້າຍ​ດັ່ງກ່າວ​.

AFRICOM ກ່າວອີກ​ວ່າ "ດຽວນີ້ພວກ​ເຮົາ​ກໍາລັງ​ຕີ​ລາຄາ​ຜົນການ​ໂຈມ​ຕີ​ເຫລົ່ານັ້ນຢູ່."

ທ່ານ Jama Mohamed Qurshe, ປະທານ​ເມືອງ Qandala, ໄດ້ກ່າວ​ຕໍ່ພະແນກ
ພາສາໂຊ​ມາ​ເລຍຂອງວິທະຍຸ VOA ວ່າ ລູກ​ສອນ​ໄຟ​ຫລາຍໆລູກໄດ້ຍິງ​ໄປ​ຖືກ​ຖານ​
ທັບ​ຂອງ​ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ​ຢູ່​ບ້ານ Buqa ຊຶ່ງຕັ້ງຢູ່​ທາງໃຕ້ ຫ່າງ​ຈາກ​ເມືອງ
​ຂອງ​ທ່ານ 60 ກິ​ໂລ​ແມັດ ໃນເຂດເຄິ່ງປົກຕົນເອງ Puntland.

ທ່ານ Qurshe ຍັງເວົ້າອີກ​ວ່າ "ອີງ​ຕາມ​ຂໍ້​ມູນ​ທີ່​ພວກ​ເຮົາ​ໄດ້​ມາ​ຈາກ​ເຂດດັ່ງກ່າວ ​ກໍ
ແມ່ນວ່າ ລູກ​ສອນ​ໄຟ​ຫົກລູກໄດ້ຍິງ​ໄປ​ຖືກ​ຖານ​ທັບ​ຂອງ​ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ
​ຢູ່​ໃນ​ເຂດ​ພູ​ຜາ. ຄົນຢູ່​ອາ​ໄສ​ ​ແລະ​ຄົນ​ລ້ຽງສັດໃນ​ທ້ອງ​ຖິ່ນມີ​ຄວາມ​ແຕກ​ຕື່ນ ​ແລະ​ພາ
ກັນ​ຫລົບໜີ ຈາກ​ເຂດດັ່ງ​ກ່າວ."

ທ່ານ​ອະທິ​ບາຍ​ວ່າ ກ່ອນ​ຈະ​ມີ​ການ​ໂຈມ​ຕີ ຄົນ​ອາ​ໄສຢູ່​ທີ່​ນັ້ນລາຍ​ງານ​ວ່າ ພວກ​ເຂົາ
​ເຈົ້າ​ໄດ້​ຍິນ​ສຽງ​ເຮືອບິນ​ມາ.

ສ່ວນ​ລາຍ​ລະອຽດຂອງ​ການ​ໂຈມ​ຕີນັ້ນ ຍັງ​ບໍ່ມີ​ໃຜ​ຮູ້​ແຈ້ງ​ເທື່ອ ​ຍ້ອນ​ວ່າ​ຂົງ​ເຂດ​ນັ້ນ​
ແມ່ນຢູ່​ຫ່າງ​ໄກສອກຫລີກ ຊຶ່ງ​ຄົນ​ທ້ອງ​ຖິ່ນ​ເວົ້າວ່າ ມີ​ແຕ່​ພວກ​ຫົວ​ຮຸນ​ແຮງ​ເທົ່າ​ນັ້ນ
ຈຶ່ງ​ເຂົ້າ​ໄປ​ໃນເຂດ​ນັ້ນ​ໄດ້​. ​ແຕ່ເຈົ້າໜ້າທີ່​ ​ແລະ​ຄົນໃນ​ທ້ອງຖິ່ນພາກັນສົງ​ໄສ​ວ່າ ການ
​ໂຈມ​ຕີ​ທາງ​ອາກາດນັ້ນແມ່ນ​ແນ​ໃສ່​ພວກ​ຜູ້​ນໍາ​ຂັ້ນສູງ ​ແລະ​ບາງທີ​ອາດ​ຈະ​ແມ່ນ​ຫົວ
ໜ້າສູງ​ສຸດ​ຂອງ​ກຸ່ມ​ກໍ​ເປັນ​ໄດ້.

ສາຂາຂອງກຸ່ມ​ລັດ​ອິສລາມ​ໃນ​ເຂດ​ຕາ​ເວັນ​ອອກສຽງ​ເໜືອຂອງ​ໂຊ​ມາ​ເລຍ ​ແມ່ນ​
ນໍາພາໂດຍ Sheikh Abdulkadir Mumin ຊຶ່ງ​ເປັນອະດີດນັກສອນສາສະໜາ
​ຂອງ​ພວກ al-Shabab ທີ່​ໄດ້​ສາບານ​ຕົວ​ວ່າ​ຈະ​ຈົງ​ຮັກ​ພັກດີ​ຕໍ່ທ້າວ Abu Bakr
al-Baghdadi ທີ່​ເປັນ​ຜູ້​ນໍາ​ຂອງ​ກຸ່ມ​ລັດ​ອິສລາມ​ ​ໃນ​ປີ 2015. ​ແລະ​ໃນ​ປີ 2016
ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ກໍານົດ​ວ່າ​ທ້າວ Mumin ​ແມ່ນ​ຜູ້ກໍ່ການ
​ຮ້າຍ​ລະດັບ​ໂລກ.

ນັບ​ແຕ່ໄດ້​ມີ​ສາຂາ​ຂອງ​ພວກ IS ໂຜ່​ຕົວ​ຂຶ້ນມາ ​ໃນ​ເດືອນຕຸລາ 2015, ພວກ​ຫົວ
​ຮຸນ​ແຮງ ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ໃນການ​ໂຈມ​ຕີຢ່າງ​ຮ້າຍ​ແຮງ​ຢ່າງໜ້ອຍ
4 ຄັ້ງຢູ່​ໃນເຂດ Puntland.

​ໃນ​ທ້າຍ​ເດືອນຕຸລາ​ປີ​ກາຍ​ນີ້ ພວກ​ຫົວ​ຮຸນ​ແຮງ​ໄດ້​ຍຶດ​ເອົາ ເມືອງ Qandala ​ເປັນ
​ເວລາ​ສັ້ນໆ ກ່ອນໜ້າທີ່​ພວກ​ເຂົາ​ຈະ​ຖືກ​ຂັບ​ໄລ່ໜີ​ ໂດຍ​ລັດຖະບານ​ຂອງເຂດ Puntland.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG