ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ໂຊມາເລຍ ກ່າວວ່າ ລັດຖະບານຂອງທ່ານ ຮຽກຫ້ອງໃຫ້ ສະຫະລັດ ຕັດການຊ່ວຍເຫຼືອ


ນາຍົກລັດຖະມົນຕີ ໂຊມາເລຍ ທ່ານ ຮາຊານ ອາລີ ໄຄເຣ ກ່າວຄຳປາໄສຕໍ່ບັນດາສະມາຊິກສະພາ ໃນລະຫວ່າງ
ກອງປະຊຸມສະພາໃນນະຄອນຫຼວງ ໂມກາດິຊູ. 1 ມີນາ, 2017.
ນາຍົກລັດຖະມົນຕີ ໂຊມາເລຍ ທ່ານ ຮາຊານ ອາລີ ໄຄເຣ ກ່າວຄຳປາໄສຕໍ່ບັນດາສະມາຊິກສະພາ ໃນລະຫວ່າງ ກອງປະຊຸມສະພາໃນນະຄອນຫຼວງ ໂມກາດິຊູ. 1 ມີນາ, 2017.

ນາຍົກລັດຖະມົນຕີຂອງ ໂຊມາເລຍ, ທ່ານ ຮາຊານ ອາລີ ໄຄເຣ, ໄດ້ກ່າວວ່າ ລັດຖະ
ບານຂອງທ່ານໄດ້ຮຽກຮ້ອງໃຫ້ ສະຫະລັດ ຢຸດເຊົາການຊ່ວຍເຫຼືອກອງກຳລັງຕິດອາ
ວຸດຂອງ ໂຊມາເລຍ ໄວ້ຊົ່ວຄາວ ໃນຄວາມພະຍາຍາມ ເພື່ອປັບປຸງຄວາມໂປ່ງໄສ
ແລະ ຄວາມຮັບຜິດຊອບ ລຸນຫຼັງມີບັນຫາການສໍ້ລາດບັງຫຼວງ.

ໃນການກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ໂມກາດິຊູ ໃນວັນເສົາວານນີ້, ທ່ານ
ໄຄເຣ ໄດ້ກ່າວຫາ ອະດີດລັດຖະບານ ໂຊມາເລຍ ຍ້ອນຄວາມເປັນຫ່ວງຂອງ
ສະຫະລັດ ກ່ຽວກັບ ການສໍ້ລາດບັງຫຼວງ.

ທ່ານກ່າວວ່າ “ໃນການດຳລົງຕຳແໜ່ງເດືອນທຳອິດຂອງທ່ານນັ້ນ, ລັດຖະບານຂອງ
ຂ້າພະເຈົ້າໄດ້ສະໜັບສະໜູນຄວາມຕ້ອງການສຳລັບ ໂຊມາເລຍ ທີ່ຈະປົກຄອງປະ
ເທດດ້ວຍຫຼັກເກນທີ່ໂປ່ງໄສ. ເພື່ອຮັບປະກັນເຖິງຫຼັກເກນດັ່ງກ່າວນັ້ນ, ລັດຖະບານ
ໂຊມາເລຍ ແລະ ສະຫະລັດ ຕ້ອງຕົກລົງກັນ ກ່ຽວກັບ ການຢຸດການຊ່ວຍເຫຼືອນີ້.”

ທ່ານໄດ້ກ່າວວ່າ ການຢຸດເຊົາການຊ່ວຍເຫຼືອ ແມ່ນສ່ວນນຶ່ງໃນຄວາມພະຍາຍາມຂອງ
ລັດຖະບານຂອງທ່ານ ຕໍ່ຕ້ານການສໍ້ລາດບັງຫຼວງ ດ້ວຍການປາບປາມການປະພຶດທີ່
ຜິດ ແລະ ອະນຸຍາດໃຫ້ມີການແກ້ໄຂບັນຫາ.

ທ່ານ ໄຄເຣ ໄດ້ກ່າວຕໍ່ບັນດານັກຂ່າວ ໃນນະຄອນຫຼວງ ໂມກາດິຊູ ວ່າ “ພວກເຮົາໄດ້
ສຳເລັດການສຶກສາທີ່ສ້າງຄວາມເປັນໄປໄດ້ ໃນການຊອກຫາສິ່ງທ້າທາຍຕ່າງໆ ຕໍ່
ການສ້າງສາຄືນ ກອງທັບແຫ່ງຊາດຂອງພວກເຮົາ, ລວມມີການຈ່າຍເງິນເດືອນຂອງ
ທະຫານ, ການກ່າວຂີ້ຕົວະ ກ່ຽວກັບ ລາຍຊື່ຂອງເຈົ້າໜ້າທີ່ກອງທັບທີ່ຍັງປະຕິບັດການ
ຢູ່ ແລະ ຍັງມີຊີວິດຢູ່, ແລະ ຜົນທີ່ອອກມາ, ພວກເຮົາໄດ້ຕັດສິນຮ່ວມກັນ ວ່າຈະຢຸດ
ການຊ່ວຍເຫຼືອຂອງ ສະຫະລັດ ຕໍ່ຫຼາຍພາກສ່ວນ ຂອງກອງທັບ ໂຊມາເລຍ ເປັນເວ
ລາສອງສາມອາທິດ ຈົນກວ່າພວກເຮົາຈະປັບປຸງ ແລະ ສ້ອມແປງຄວາມຜິດພາດນັ້ນ
ໄດ້.

ໃນວັນສຸກທີ່ຜ່ານມາ, ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ
ກ່າວວ່າ ທ່ານມີຄວາມຄິດ ໃນແງ່ບວກ ກ່ຽວກັບ ການປັບປຸງຄວາມຮັບຜິດຊອບຂອງ
ໂຊມາເລຍ ກ່ຽວກັບ ການແຈກຢາຍການຊ່ວຍເຫຼືອ ຂອງອາເມຣິກັນ ຕໍ່ກອງກຳລັງຕິດ
ອາວຸດ ໂຊມາເລຍ, ເຊິ່ງສ່ວນຫຼາຍໄດ້ຖືກຢຸດໄວ້ຊົ່ວຄາວ ຍ້ອນບັນຫາການສໍ້ລາດບັງ
ຫຼວງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG