ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີໂຊມາເລຍ ລາອອກ


ນາຍົກລັດຖະມົນຕີໂຊມາເລຍ ທ່ານ Abdirashid Ali
Sharmake ໄດ້ລາອອກ ເຮັດໃຫ້ການຜິດຂ້ອງຕ້ອງຖຽງ
ທາງດ້ານການເມືອງ ທີ່ມີມາເປັນເວລາດົນນານກັບປະທາ
ນາທິບໍດີ Sharif Sheikh Ahmed ສິ້ນສຸດລົງ.

ທ່ານ Sharmake ໄດ້ປະກາດກ່ຽວກັບການຕັດສິນໃຈຂອງ
ທ່ານ ໃນວັນອັງຄານມື້ນີ້ ທີ່ນະຄອນຫຼວງໂມກາດິສຊູ ຊ້ອງ
ໜ້າທ່ານ Sharif ທີ່ໄດ້ສະແດງຄວາມຊົມເຊີຍຕໍ່ການຕັດ ສິນໃຈຂອງນາຍົກລັດຖະມົນຕີ.

ສະພາແຫ່ງຊາດໂຊມາເລຍໄດ້ມີກຳນົດລົງມະຕິບໍ່ໄວ້ວາງ ໃຈທ່ານ Sharmake ໃນມື້ວັນເສົາແລ້ວ ແຕ່ການລົງມະຕິ
ດັ່ງກ່າວໄດ້ຖືກເລື່ອນເວລາອອກໄປ. ທ່ານ Sharif ໄດ້ປົດ ທ່ານ Sharmake ອອກຈາກຕຳແໜ່ງໃນຕົ້ນປີນີ້ ແຕ່ໄດ້ ຖືກບັງຄັບໃຫ້ແຕ່ງຕັ້ງທ່ານເຂົ້າຮັບຕຳແໜ່ງຕື່ມອີກ ຫຼັງຈາກ ທ່ານບໍ່ໄດ້ຮັບການສະໜັບສະໜຸນຈາກສະພາແຫ່ງຊາດ.

ການຜິດຂ້ອງຕ້ອງຖຽງທີ່ວ່ານີ້ ພາໃຫ້ສະຫະປະຊາ​ຊາດ ສະຫະພາບອາຟຣິກາແລະອົງການ
IGAD ຊຶ່ງ​ເປັນກຸ່ມຈັດຕັ້ງຂອງບັນດາປະເທດຢູ່ໃນຂົງເຂດນັ້ນ ຕ້ອງໄດ້ສົ່ງທູດພິເສດ ໄປຍັງ
ນະຄອນຫຼວງໂມກາດິສຊູໃນເດືອນແລ້ວເພື່ອທຳການໄກ່ເກ່ຍລະຫວ່າງ ທ່ານ Sharmake
ແລະທ່ານ Sharif.

ໂຊມາເລຍບໍ່ມີລັດຖະບານກາງທີ່ປະຕິບັດງານໄດ້ຢ່າງເຕັມທີ່ມາແຕ່ປີ 1991.

XS
SM
MD
LG