ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຈນທະເລໂຊມາເລຍ ຢຶດເຮືອຢອັດອະເມຣິກັນ


ໂຈນທະເລໂຊມາເລຍ ທີ່ຖືກອິນເດຍຈັບໄດ້ (31 ມັງກອນ 2011)
ໂຈນທະເລໂຊມາເລຍ ທີ່ຖືກອິນເດຍຈັບໄດ້ (31 ມັງກອນ 2011)

ພວກໂຈນທະເລ ຢູ່ນອກແຄມໂຊມາເລຍ ໄດ້ຈີ້ເຮືອຢອັດ
ລຳນຶ່ງທີ່ມີຊາວອະເມຣິກັນ 4 ຄົນເດີນທາງໄປນຳ. ພວກ
ເຈົ້າໜ້າທີ່ຢູ່ໃນບໍລິເວນດັ່ງກ່າວທີ່ຕິດຕາມເບິ່ງການເຄື່ອນ
ໄຫວຂອງພວກໂຈນທະເລ ກ່າວວ່າ ເຮືອຢອັດ S/V
Quest ໄດ້ຖືກພວກໂຈນທະເລຢຶດ ໃນມື້ວັນສຸກວານນີ້
ໃນບໍລິເວນມະຫາສະມຸດອິນເດຍ ນອກແຄມຝັ່ງຂອງໂຊ
ມາເລຍ.

ເວັບໄຊທ໌ທີ່ລາຍງານກ່ຽວກັບການເດີນທາງຂອງເຮືອຢອັດ
S/V Quest ແຈ້ງວ່າ ເຮືອລຳດັ່ງກ່າວເປັນຂອງຄູ່ສາມີພັນ
ລະຍາ ຄົນອະເມຣິກັນ ທີ່ອອກກິນເບ້ຍບຳນານແລ້ວ ແລະ
ເວັບໄຊທ໌ນີ້ຍັງແຈ້ງວ່າ ສາມີພັນລະຍາຄູ່ນີ້ໄດ້ເລີ້ມອອກເດີນທາງຮອບໂລກມາແຕ່ເດືອນທັນ
ວາປີ 2004 ໃນແຜນການເດີນທາງທີ່ວາງໄວ້ວ່າ ຈະໃຊ້ເວລາລະຫວ່າງ 8 ຫາ 10 ປີນັ້ນ.

ໃນຕອນເຊົ້າຂອງມື້ວານນີ້ເຈົ້າໜ້າທີ່ຕໍ່ຕ້ານໂຈນທະເລຂອງສະຫະພາບຢູໂຣບກ່າວວ່າ ພວກ
ໂຈນທະເລໂຊມາເລຍ ໄດ້ຈັບເຮືອປະມົງລຳນຶ່ງຂອງເຢເມ ພ້ອມດ້ວຍລູກເຮືອ 8 ຄົນ ຢູ່ໃນບໍ
ລິເວນອ່າວເອເດັນ.

ກອງກຳລັງຕໍ່ຕ້ານພວກໂຈນທະເລ ຂອງສະຫະພາບຢູໂຣບກ່າວວ່າຕົນຍັງບໍ່ມີລາຍລະອຽດ
ກ່ຽວກັບເຮືອ Alfadous ແລະພວກລູກເຮືອນັບແຕ່ໄດ້ຖືກຈັບໄປໃນມື້ວັນອາທິດແລ້ວ.

ກອງທັບເຮືອຂອງນາໆຊາດ ໄດ້ທຳການລາດຕະເວນ ຢູ່ນອກແຄມຝັ່ງທະເລຂອງໂຊມາເລຍ ແຕ່ບໍ່ໄດ້ປະສົບຄວາມສຳເລັດພໍທໍ່ໃດ ໃນການສະກັດກັ້ນບໍ່ໃຫ້ພວກໂຈນທະເລ ໂຈມຕີກຳປັ່ນ ທີ່ແລ່ນຢູ່ໃນບໍລິເວນອ່າວເອເດັນ ແລະມະຫາສະມຸດອິນເດຍ.

ໃນໄລຍະສອງສາມປີຜ່ານມານີ້ ພວກໂຈມທະເລໂຊມາເລຍມີລາຍໄດ້ຫຼາຍຮ້ອຍລ້ານໂດລາ ໃນການຈີ້ແລະການຈັບເອົາກຳປັ່ນ ເພື່ອຮຽກຄ່າໄຖ່.

XS
SM
MD
LG