ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໂຈນທະເລ ໂຊມາເລຍ ປ່ອຍກໍາປັ່ນ ບັນທຸກນໍ້າມັນ ໂດຍບໍ່ມີເງື່ອນໄຂ


ນາງ Samudra Bulathasinhala, ໃສ່ເສື້ອສີບົວອ່ອນ ຊຶ່ງເປັນພີ່ນ້ອງຂອງລູກເຮືອຄົນນຶ່ງທີ່ຖືກພວກໂຈນທະເລຂອງໂຊມາເລຍຈັບໄປ ຮ້ອງໃຫ້ໃນຂະນະທີ່ພົບກັບເຈົ້າໜ້າທີ່ການເດີນທາງເຮືອຂອງສີລັງກາຢູ່ນະຄອນ Colombo ຂອງສີລັງກາ ໃນວັນທີ 16 ມີນາ 2017.
ນາງ Samudra Bulathasinhala, ໃສ່ເສື້ອສີບົວອ່ອນ ຊຶ່ງເປັນພີ່ນ້ອງຂອງລູກເຮືອຄົນນຶ່ງທີ່ຖືກພວກໂຈນທະເລຂອງໂຊມາເລຍຈັບໄປ ຮ້ອງໃຫ້ໃນຂະນະທີ່ພົບກັບເຈົ້າໜ້າທີ່ການເດີນທາງເຮືອຂອງສີລັງກາຢູ່ນະຄອນ Colombo ຂອງສີລັງກາ ໃນວັນທີ 16 ມີນາ 2017.

ພວກ​ໂຈນທ​ະ​ເລ​ໂຊ​ມາ​ເລຍ ໄດ້ປ່ອຍກໍາປັ່ນບັນທຸກນໍ້າມັນ ທີ່ຖືກຈີ້ແລະລູກເຮືອ ທີ່ ເປັນຊາວສີລັງກາຈໍານວນ 8 ຄົນ ທີ່ຢູ່​ໃນກໍາປັ່ນລຳດັ່ງກ່າວ ໂດຍບໍ່ມີເງື່ອນໄຂ ຫລື ການຈ່າຍເງິນຄ່າໄຖ່ແຕ່ຢ່າງໃດເລີຍ.

ການປ່ອຍຕົວດັ່ງກ່າວ​ ມີຂຶ້ນພາຍຫລັງທີ່ມີການຍິງຕໍ່ສູ້ກັນໃນຕອນ​ເຊົ້າ​ວັນ​ພະຫັດ​ວານ​
ນີ້ ລະຫວ່າງພວກ​ໂຈນ​ທະ​ເລ ແລະກໍາລັງທະຫານເຮືອ ແລະການເຈລະຈາກັນຢ່າງຂ້ຽວ
ຂາດ ລະຫວ່າງກໍາລັງທະຫານເຮືອ ກັບຜູ້ນໍາຊົນເຜົ່າ ແລະກັບພວກ​ໂຈນ​ທະ​ເລ.

ສອງຄົນຢູ່ໃນເມືອງ Haabo ຂອງ Somalia ໄດ້ຮັບບາດເຈັບ ໃນຂະນະທີ່ກໍາລັງທະ
ຫານເຮືອ ຍິງຕໍ່​ສູ້ກັນກັບພວກຜູ້​ຊາຍ ທີ່ກໍາລັງພະຍາຍາມສົ່ງສະບຽງຕ່າງໆ ໄປຫາກໍາ ປັ່ນບັນທຸກນໍ້າມັນດັ່ງກ່າວ.

ພວກທີ່ເຫັນເຫດການ ໄດ້ບອກໃຫ້ພະແນກພາສາ Somalia ຂອງວິທະຍຸ VOA ວ່າ ທະຫານເຮືອຈາກເຂດ Puntland ຂອງ Somalia ໄດ້ເຂົ້າໄປສະກັດກັ້ນເຮືອ ທີ່ເຂົາ ເຈົ້າເຊື່ອວ່າ ກໍາລັງຂົນເອົາອາຫານ ໄປໃຫ້ພວກມືປືນ ທີ່​ໄດ້​ຍຶດກຳ​ປັ່ນ Aris 13 ແລະ ພວກລູກເຮືອ​ໄວນັ້ນ.

ທ່ານ John Steed, ຜູ້ຈັດການລະດັບພາກພື້ນຂອງກຸ່ມສັງເກດການ Oceans Without Piracy ຫລື ທະເລທີ່ປາດສະຈາກການປຸ້ນຈີ້ຂອງພວກໂຈນ ໄດ້ກ່າວຕໍ່ VOA ວ່າ “ພວກ ໂຈນທະ​ເລ” ໄດ້ຮັບຂໍ້ສະເໜີທີ່ບໍ່ສາມາດປະຕິເສດໄດ້ ຊຶ່ງກໍຄືຢາກ ຕາຍ ຫລືຢາກຍັງ. ເນື່ອງຈາກບໍ່ມີທາງເລືອກທີ່ຈະໄປໃສໄດ້ ພວກເຂົາໄດ້ຍອມມອບຕົວ ສະນັ້ນ ໃນທີ່ສຸດ ການປະຕິບັດການແບບຖືກຕ້ອງ ກໍໄດ້ຮັບໄຊຊະນະ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG