ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກໂຈນທະເລໂຈມຕີກຳປັ່ນບັນທຸກນ້ຳມັນຂອງຣັດເຊຍ


ເຮືອໂຈນສະລັດ Somalia ທີໃຊ້ເປັນພາຫະນະຍຶດເຮືອບັນທຸກນມັນລັດເຊັຽ
ເຮືອໂຈນສະລັດ Somalia ທີໃຊ້ເປັນພາຫະນະຍຶດເຮືອບັນທຸກນມັນລັດເຊັຽ

ກຳລັງກອງທັບເຮືອຕໍ່ຕ້ານໂຈນທະເລຂອງສະຫະພາບ
ຢູໂຣບກ່າວວ່າພວກໂຈນທະເລໄດ້ໂຈມຕີກຳປັ່ນບັນທຸກ
ນ້ຳມັນຂອງຣັດເຊຍແລະເວລານ ກຳປັ່ນລົບຂອງຣັດເຊຍ.
ກໍພວມຟ້າວແລ່ນໄປຊ່ອຍ. ພວກໂຈນທະເລໄດ້ຂຶ້ນໄປເທິງ
ກຳປັ່ນທີ່ມີຊື່ວ່າ MOSCOW UNIVERSITYຂອງຣັດເຊຍໃນຕອນເຊົ້າຂອງວັນພຸດມື້ນີ້ໃນບໍລິເວນ
ມະຫາສະມຸດອິນເດຍຫລາຍໆຮ້ອຍຫລັກກິໂລແມັດຫ່າງ
ຈາກແຄມຝັ່ງທະເລຂອງໂຊມາເລຍ. ເຈົ້າໜ້າທີ່ຄົນນຶ່ງຂອງ
ບໍລິສັດຂົນສົ່ງທີ່​ເປັນ​ເຈົ້າຂອງ​ກຳ​ປັ່ນລຳ​ນັ້ນກ່າວວ່າກັບຕັນ
ຂອງກຳປັ່ນສາມາດຕິດຕໍ່ໄປຍັງກຳປັ່ນລົບຂອງຣັດເຊຍ​ໄດ້
ຊຶ່ງໃນເວລານີ້ ກໍພວມແລ່ນໄປຫາກຳປັ່ນບັນທຸກນ້ຳມັນ.

ພົນເຮືອຕີ JAN THORNQVIST ຂອງສະຫະພາບຢູໂຣບ ກ່າວຕໍ່ພວກນັກຂ່າວວ່າ
ພວກລູກເຮືອໄດ້ຖືກນຳໄປຂັງໄວ້ຢູ່ໃນຫ້ອງນຶ່ງແລະພວກໂຈນທະເລໄດ້ຄວບຄຸມກຳປັ່ນ
ໄວ້ແລ້ວ. ມີລູກເຮືອຄົນຣັດເຊຍ 23 ຄົນ ຢູ່ເທິງກຳປັ່ນລຳນັ້ນ.

XS
SM
MD
LG