ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນຂອງການເລືອກຕັ້ງ ແມ່ນໄດ້ເຮັດໃຫ້ 11 ບ່ອນນັ່ງ ໃນລັດຖະສະພາໂຊມາເລຍ ເປັນໂມຄະໄປ


ແມ່ຍິງຜູ້ນຶ່ງ ປ່ອນບັດເລືອກຕັ້ງເອົາຄະນະສະພາໂຊມາເລຍ ໃນ Mogadishu, ໂຊມາເລຍ, 6 ທັນວາ, 2016.
ແມ່ຍິງຜູ້ນຶ່ງ ປ່ອນບັດເລືອກຕັ້ງເອົາຄະນະສະພາໂຊມາເລຍ ໃນ Mogadishu, ໂຊມາເລຍ, 6 ທັນວາ, 2016.

ຄະນະວາງ​ລະບຽບ​ການ​ໃນ​ການ​ເລືອກ​ຕັ້ງ​ທີ່​ຖືກ​ປະຕິ​ເສດ ​ໃນ​ໂຊ​ມາ​ເລຍ ​ໄດ້​ລົບລ້າງ ຜົນຂອງການເລືອກຕັ້ງຂອງ​ບ່ອນ​ນັ່ງ 11 ທີ່​ນັ່ງ ​ໃນ​ການ​ເລືອກ​ຕັ້ງລັດຖະສະພາ ​ໃນ​ຫວ່າງ​ໝໍ່ໆ​ມາ​ນີ້ ​ເພາະວ່າ ຍ້ອນຄວາມບໍ່ຍຸຕິທຳ​ຫຼາຍ​ຢ່າງ. ຊຶ່ງ​ຮວມທັງ ການ​ຍິງ​ປືນ​ໃສ່​ບ່ອນ ເລືອກຕັ້ງ.

ການ​ຕັດສິນ​ໃຈ​ໃນຕົວ​ບົດ​ກົດໝາ​ຍ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຍົກ​ເລີກ​ຜົນ​ຂອງ​ການ​ເລືອກ​ຕັ້ງ ກົງຈັກແກ້ໄຂບັນຫາທີ່ເປັນອິດສະລະ ເບິ່ງຄືວ່າຈະເຮັດໃຫ້ຍຸ້ງຍາກຂຶ້ນ ໃນ​ຄວາມ​ພະຍາຍາມ​ໃນ​ການຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ທ້າ​ຍປີ​ນີ້.

​ໃນ​ພວກ​ທີ່​ໄດ້​ຊະນະ​ການ​ເລືອກ​ຕັ້ງ ​ໄດ້​ຖືກ​ຈັດ​ໃຫ້​ເປັນ​ໂມຄະໂດຍ ລັດຖະມົນຕີ​ກະຊວງ​ຊາວ​ໜຸ່ມ​ແລະ​ກິລາ ທ່ານ Abdullahi Hassan Nuh. ທ່ານ​ໄດ້​ຊະນະ​ບ່ອນນັ່ງ ຈາກ​ຂົງ​ເຂດ Middle Shabelle ​ແຕ່​ວ່າ ​ໄດ້​ນຳ​ມາ​ຊຶ່ງ​ຄວາມ​ຮຸນ​ແຮງ​ ປະ​ທະ​ກັນ​ດ້ວຍ​ປືນ ​ໃນ​ສະຖານ​ທີ່​ປ່ອນ​ບັດ ​ໃນ​ເມືອງ Jowhar.

ຄະນະ​ກຳມະການ​ທີ່​ວ່າ​ນີ້ ​ໄດ້ຖືກຖອນຕົວ​ເອງ​ອອກ​ຈາກ​ການ​ລົງ​ເລືອກ​ຕັ້ງ ​ໃນ​ຮອບ​ໃໝ່ ​ແຕ່​ວ່າ ບັນດາ​ຜູ້ທີ່​ລົງ​ສະໝັກ ທັງ 10 ຄົນ ທີ່​ຊະນະທີ່​ຖືກ​ຈັດ​ໃຫ້​ເປັນ​ໂມຄະນັ້ນ ​ແມ່ນ​ຈະ​ຖືກ​ໃຫ້​ລົງ​ເລືອກ​ຕັ້ງ​ຄືນ​ໃໝ່.

ຄະນະ​ກຳມະການ​ກ່າວ​ວ່າ ການກ່າວ​ຫາ​ຂອງ​ການ​ຊື້ລົງ​ຄະ​ແນນ​ສຽງທີ່​ແຜ່​ຫຼາຍ ​ແລະ​ພວກ​ທີ່​ລົງ​ຄະ​ແນນ​ທີ່​ຖືກ​ກົດ​ຂີ່ຂອງ​ຂັ້ນ​ຕອນ​ການ​ເລືອກ​ຕັ້ງ​ນີ້.

​ແຕ່​ວ່າ ພວກ​ນັກວິ​ເຄາະ​ຂອງ​ຄະນະ​ກຳມະການ​ກ່າວ​ວ່າ ຍັງ​ມີ​ຄະດີ​ອື້​ສາວທີ່ຂອງ​ການ​ເລືອກ​ຕັ້ງທີ່​ສໍ້​ໂກງ ນັ້ນ​ຈ​ແມ່ນ​ຖືກ​ເມີນ​ເສີຍ. ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ນັ້ນ​ແມ່ນ​ຮວມທັງ ການ​ກ້າວ​ກ່າຍ​ນ​ໂດຍ​ຕົງ ຂອງ​ປະທານາທິບໍດີ Sheikh Mohamoud.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG