ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຊມາເລຍ ປະກາດ ຕັ້ງຄ່າຫົວ ບັນດາຜູ້ນຳ ກຸ່ມຫົວຮຸນແຮງ Al-Shabab 11 ຄົນ


ທະຫານເຄນຢາ ກຳລັງແລ່ນບັງ ລະຫວ່າງວິກິດການ ຢູ່ທີ່ ມະຫາວິທະຍາໄລ Garissa.
ທະຫານເຄນຢາ ກຳລັງແລ່ນບັງ ລະຫວ່າງວິກິດການ ຢູ່ທີ່ ມະຫາວິທະຍາໄລ Garissa.

ລັດຖະບານ​ໂຊ​ມາ​ເລຍ ​ໄດ້​ຕັ້ງ​ຄ່າ​ຫົວ​ບັນດາຜູ້ນຳກຸ່ມ al-
Shabab 11 ຄົນ ຮວມທັງຜູ້ນຳ​ສູ​ງສຸດ​ທາງດ້ານທະຫານຂອງ
ກຸ່ມ​ຫົວ​ຮຸນ​ແຮງດັ່ງກ່າວ ​ແລະ​ຜູ້​ບົງການທີ່ມີການ​ກ່າວຫາວາງ
​ແຜນສັງຫານໝູ່​ໃນ​ເຄນ​ຢາ ເມື່ອອາທິດ​ແລ້ວ​ນີ້.

ຄ່າ​ຫົວ ​ທີ່ໄດ້​ປະກາດ​ໃນ​ວັນ​ພະຫັດ​ວານ​ນີ້ ແມ່ນຮວມທັງ​ລາງ
ວັນ 250,000 ​ໂດ​ລາ ​ໃນ​ການ​ຈັບໂຕ ຫົວໜ້າກຸ່ມ al-Shabab
ທ້າວ Ahmed Omar Abu Ubyed ​ແລະລາງວັນ​ລະຫວ່າງ
100,000 ​ໂດ​ລາ ​ຫາ 150,000 ​ໂດ​ລາ ສຳ ຫລັບພວກຜູ້ນຳ
ຄົນສຳຄັນຂອງກຸ່ມ​ຫົວ​ຮຸນ​ແຮງດັ່ງກ່າວ​ອີກ 10 ຄົນ.

​ໂຄສົກ​ລັດຖະບານ ທ່ານ Ridwan Haji Abdiwali ກ່າວ​ຕໍ່ວີ​ໂອ​ເອ ພະ​ແນ​ກ ພາສາ​ໂຊມ​າ​
ເລຍ​ວ່າ ຮວມຢູ່​ໃນ​ຜູ້​ຕ້ອງການ​ໂຕຫຼາຍ​ທີ່​ສຸດ​ ກໍແມ່ນທ້າວ Mohamed Mohamud ​ທີ່​ຖືກ
​ກ່າວ​ຫາ​ວາງ​ແຜນການ​ໂຈມ​ຕີ​ຢູ່ມະຫາວິທະຍາ​ໄລ Garissa ​ໃນ​ປະ​ເທດເຄນ​ຢາ. ການ
ໂຈມຕີດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດ 148 ຄົນ ແລະອີກຫຼາຍສິບຄົນໄດ້ຮັບບາດເຈັບ.

​ໂຄສົກ​ກ່າວ​ວ່າ ລາງວັນເຫຼົ່ານີ້​ແມ່ນ​ເພື່ອຈັບ​ໂຕ​ພວກ​ຫົວ​ຮຸນ​ແຮງ “ຫລື​ຂໍ້ມູນໃດໆທີ່​ນຳ​ໄປ
ສູ່​ການ​ຈັບເປັນຫລື​ຕາຍພວກກ່ຽວ.”

​ເຄນ​ຢາ ​ໄດ້​ສະ​ເໜີ​ໃຫ້​ລາງວັນໄປ​ແລ້ວ ຫລາຍ​ກວ່າ 200,000 ​ໂດ​ລາ ​ສຳຫຼັບ ທ້າວ
Mohamud ທີ່​ຮູ້​ກັນໃນ​ອີກຊື່ນຶ່ງວ່າ Dulyadeyn.

​ອີງ​ຕາມສະຫະ​ປະຊາ​ຊາດແລ້ວ ລາຍໄດ້ສະ​ເລ່ຍ​ປະຈຳ​ປີ​ຂອງແຕ່ລະຄົນຢູ່​ໃນໂຊ​ມາ​ເລຍ
ໃນ​ປີ 2012 ​ແມ່ນ​ປະມານ 120 ​ໂດ​ລາ.

Somalia Al Shabab
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG