ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ແທນສະພາໂຊມາເລຍ ຖືກລອບສັງຫານ


ພະຍາບານເກັບກູ້ຊາກສົບ ທີ່ບໍ່ຮູ້ວ່າແມ່ນຂອງໃຜ ອອກຈາກ ໂຮງແຮມ Jazeera ຊຶ່ງຖືກລະເບີດ 2 ລູກ ແຕກໃສ່ ແລະເປັນ ບ້ານພັກຢູ່ຊົ່ວຄາວຂອງປະທານາທິບໍດີຄົນໃໝ່ຂອງໂຊມາເລຍ ທ່ານ Hassan Sheikh Mohamud ໃນນະຄອນຫລວງ Mogadishu ເມື່ອວັນທີ 2 ກັນຍາ 2012.
ພະຍາບານເກັບກູ້ຊາກສົບ ທີ່ບໍ່ຮູ້ວ່າແມ່ນຂອງໃຜ ອອກຈາກ ໂຮງແຮມ Jazeera ຊຶ່ງຖືກລະເບີດ 2 ລູກ ແຕກໃສ່ ແລະເປັນ ບ້ານພັກຢູ່ຊົ່ວຄາວຂອງປະທານາທິບໍດີຄົນໃໝ່ຂອງໂຊມາເລຍ ທ່ານ Hassan Sheikh Mohamud ໃນນະຄອນຫລວງ Mogadishu ເມື່ອວັນທີ 2 ກັນຍາ 2012.
ທີ່ປະເທດໂຊມາເລຍ ເຈົ້າໜ້າທີ່ໃນນະຄອນຫລວງໂມກາດິສຊູ
ເວົ້າວ່າ ມືປືນທີ່ບໍ່ຮູ້ວ່າ ແມ່ນພວກໃດໄດ້ຍິງຜູ້ແທນສະພາແຫ່ງ
ຊາດ ຄົນນຶ່ງຕາຍ ໃນຂະນະທີ່ທ່ານກໍາລັງຍ່າງອອກມາຈາກວັດ
ອິສລາມຢູ່ໃນເມືອງຫລວງ ໃນວັນເສົາວານນີ້.

ພວກຜູ້ຮ່ວມງານ ແລະຜູ້ເຫັນເຫດການເວົ້າວ່າ ທ່ານ Mustafa
Mohamed Abdullahi ຖືກຍິງຫລາຍນັດ ແລະໄດ້ເສຍຊີວິດ
ໃນລະຫວ່າງທາງ ຂະນະທີ່ຖືກນໍາສົ່ງໄປໂຮງໝໍ ທ້ອງຖິ່ນນັ້ນ.

ຜູ້ແທນທ່ານນີ້ ແມ່ນເປັນພໍ່ເຖົ້າຂອງອະດີດປະທານາທິບໍດີ
Sharif Sheikh Ahmed ຜູ້ທີ່ໄດ້ລົງຈາກຕໍາແໜ່ງໃນຕົ້ນເດືອນ
ນີ້. ຜູ້ທີ່ຂຶ້ນກໍາຕໍາແໜ່ງແທນທ່ານ ຊຶ່ງຈະມາເປັນປະທານາທິບໍດີ
ຄົນໃໝ່ ທ່ານ Hassan Sheikh Mohamud ໄດ້ລອດພົ້ນ
ຈາກການໄດ້ຮັບບາດເຈັບ ໃນວັນທີ 12 ກັນຍາ ຜ່ານມານີ້ ລຸນຫລັງທີ່ພວກວາງລະເບີດສະ
ລະຊີບ 3 ຄົນ ໄດ້ໂຈມຕີໂຮງແຮມແຫ່ງນຶ່ງໃນນະຄອນ Mogadishu ບ່ອນທີ່ທ່ານກໍາລັງ ກ່າວຄໍາປາໄສຢູ່ນັ້ນ.

ກຸ່ມຫົວຮຸນແຮງ al-Shabab ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້ ແລະ ການໂຈມຕີສະລະຊີບສອງບັ້ນຊ້ອນ ໃນວັນພະຫັດຜ່ານມາ ທີ່ໄດ້ເຮັດໃຫ້ຢ່າງໜ້ອຍ
15 ຄົນ ເສຍຊີວິດ ຢູ່ໃນຮ້ານອາຫານຫລູຫລາແຫ່ງນຶ່ງໃນນະຄອນຫລວງ.

ກຸ່ມຫົວຮຸນແຮງ al-Shabab ທີ່ພົວພັນກັບເຄືອຂ່າຍກໍ່ການຮ້າຍ al-Qaida ເຄີຍໄດ້ ຄວບຄຸມສ່ວນນຶ່ງຂອງນະຄອນຫລວງ ຈົນມາຮອດປີກາຍນີ້ ກ່ອນຖືກກໍາລັງຂອງລັດຖະ ບານໂຊມາເລຍ ແລະສະຫະພາບອາຟຣິກາຂັບໄລ່ອອກໄປ ແຕ່ວ່າກຸ່ມຫົວຮຸນແຮງນີ້ ຍັງສືບຕໍ່ທໍາການໂຈມຕີຫລາຍໆຄັ້ງຢູ່ໃນເມືອງດັ່ງກ່າວ ໂດຍໃຊ້ວິທີການຫລອນໂຈມຕີ ແລ້ວຫລົບໜີໄປ.
XS
SM
MD
LG