ຕຳຫຼວດປະເທດ ໂຊມາເລຍ ໄດ້ກ່າວໃນວັນອາທິດມື້ນີ້ວ່າ ພວກຕົນໄດ້ເຮັດໃຫ້ການ
ເຂົ້າຍຶດໂຮງແຮງໂດຍພວກຫົວຮຸນແຮງ ອິສລາມ ໃນນະຄອນຫຼວງຂອງປະເທດສິ້ນ
ສຸດລົງແລ້ວ.
ບັນດາເຈົ້າໜ້າທີ່ກ່າວວ່າ ປະຊາຊົນຢ່າງໜ້ອຍ 23 ຄົນໄດ້ຖືກຂ້າຕາຍໃນການໂຈມຕີທີ່
ໂຮງແຮງ Nasa Hablod 2 ທີ່ມີຊື່ສຽງໃນນະຄອນ ຫຼວງ ໂມກາດິຊູ. ປະຊາຊົນອີກ
ຫຼາຍສິບຄົນອີກ ໄດ້ຮັບບາດເຈັບໃນເຫດລະເບີດແຕກຄັ້ງນັ້ນ.
ພວກຫົວຮຸນແຮງ ໄດ້ບຸກເຂົ້າໄປໃນໂຮງແຮມເມື່ອວັນເສົາວານນີ້, ລຸນຫຼັງລົດລະເບີດ
ໄດ້ແຕກຢູ່ປະຕູໂຂງຂອງໂຮງແຮມ.
ຕຳຫຼວດກ່າວວ່າ ເຂົາເຈົ້າໄດ້ຈັບກຸມພວກຄົນຮ້າຍ ແລະ ສັງຫານສອງຄົນຕື່ມອີກ.
ກຸ່ມຫົວຮຸນແຮງ al-Shabab ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີໃສ່
ໂຮງແຮມນັ້ນ.
ມັນມີການລະເບີດລົດຄັ້ງທີສອງໃນວັນເສົາວານນີ້ ໃກ້ກັບຕຶກສະພາແຫ່ງຊາດເກົ່າ.
ຂອບເຂດຂອງຄວາມເສຍຫາຍຈາກລະເບີດແຕກແມ່ນບໍ່ທັນຊັດເຈນໃນທັນທີທັນໃດ.
ລະເບີດແຕກສອງຄັ້ງໄດ້ເກີດຂຶ້ນໃນເວລາສອງສັບປະດາ ຫຼັງຈາກລົດບັນທຸກລະເບີດ
ຂະໜາດໃຫຍ່ໄດ້ສັງຫານປະຊາຊົນຢ່າງໜ້ອຍ 358 ຄົນໃນຖະໜົນສີ່ແຍກທີ່ມີຄົນໜາ
ແໜ້ນໃນນະຄອນຫຼວງ ໂມກາດິຊູ.
ລັດຖະບານ ໂຊມາເລຍ ໄດ້ກ່າວຫາກຸ່ມຫົວຮຸນແຮງ al-Shabab ສຳລັບການໂຈມຕີ
ໃນວັນທີ 14 ທີ່ຜ່ານມາ, ເຖິງແມ່ນວ່າ ກຸ່ມຫົວຮຸນແຮງດັ່ງກ່າວຈະບໍ່ໄດ້ອ້າງເອົາຄວາມ
ຮັບຜິດຊອບກໍຕາມ.