ລັດຖະບານໂຊມາເລຍ ທີ່ໜຸນຫລັງໂດຍສະຫະພາບອາຟຣິກາ ໄດ້ກ່າວຊົມເຊີຍການ
ຖອນຕົວຂອງກຸ່ມຫົວຮຸນແຮງ al-Shabab ທີ່ເຊຶ່ອມໂຍງ ກັບກຸ່ມອາລຄາອີດາ ອອກໄປ ຈາກຖານປະຕິບັດການເກືອບທັງໝົດຂອງພວກເຂົາເຈົ້າ ທີ່ເມືອງຫລວງ Mogadishu
ທີ່ກໍາລັງປະສົບກັບຄວາມອຶດຫິວຢ່າງໜັກຂອງປະເທດນັ້ນ.
ໃນຖະແຫລງການສະບັບນຶ່ງທີ່ອອກເມື່ອວັນເສົາວານນີ້ ນາຍົກລັດຖະມົນຕີ Abdiweli
Mohamed Ali ກ່າວວ່າ ມັນເປັນບາດກ້າວໄປຂ້າງໜ້າອັນໃຫຍ່ຫລວງ ໄປສູ່ການມີ ສະຖຽນລະພາບຫລາຍຂຶ້ນຂອງໂຊມາເລຍ. ທ່ານນາຍົກອາລີກ່າວຕື່ມວ່າ ການຖອນໜີ ຂອງກຸ່ມອາລຊາບັບແມ່ນເປັນຍ້ອນ ການປະຕິບັດການໂດຍກອງທັບ ໂຊມາເລຍ ແລະ
ກໍາລັງຮັກສາສັນຕິພາບຂອງສະຫະພາບອາຟຣິກາ.
ນອກນີ້ແລ້ວ ໂຄສົກຄົນນຶ່ງຂອງກໍາລັງຮັກສາສັນຕິພາບສະຫະພາບອາຟຣິກາກໍໄດ້ສະ
ແດງຄວາມດີໃຈນໍາອັນທີ່ທ່ານເອີ້ນວ່າ ການປາໄຊຂອງກຸ່ມອາລຊາບັບ ໂດຍກ່າວວ່າ
ມັນເປັນຈຸດເລິ່ມຕົ້ນຂອງການສິ້ນສຸດລົງຂອງພວກຫົວຮຸນແຮງອີສລາມ ທ່ານ
Mohamed Ahmed Noor ເຈົ້າ ເມືອງ Mogadishu ກ່າວວ່າ ກໍາລັງທະຫານຂອງ
ລັດຖະບານຈະສືບ ຕໍ່ຕາມລ່າພວກຫົວຮຸນແຮງໃນເຂດອື່ນໆຂອງໂຊມາເລຍ ນັ້ນຕໍ່ໄປ.
ພວກເຈົ້າໜ້າທີ່ລະດັບສູງອົງການສະຫະປະຊາຊາດປະຈໍາໂຊມາເລຍ ກໍໄດ້ສະແດງຄວາມ ຍິນດີກັບຂ່າວດັ່ງກ່າວເຊ່ນກັນ ແຕ່ໄດ້ເຕືອນໃຫ້ລະມັດ ລະວັງອັນຕະລາຍຕໍ່ຄວາມໝັ້ນ
ຄົງ ທີ່ຍັງມີຢູ່ແລະບໍ່ຄວນຖືເບົາ ອັນໂຮມ ທັງການໂຈມຕີຂອງພວກກໍ່ການຮ້າຍ ທີ່ອາດ
ມີຂຶ້ນໄດ້ນັ້ນ.
ແຕ່ໂຄສົກຂອງກຸ່ມຫົວຮຸນແຮງອາລຊາບັບກ່າວວ່າການລ່າຖອຍ ທີ່ໄດ້ເລິ່ມຂຶ້ນເມື່ອ
ຕອນແລງວັນສຸກຜ່ານມານັ້ນ ເປັນການເຄຶ່ອນໄຫວດ້ານຍຸທະສາດ ແລະວ່າພວກຕົນກໍ
ຍັງຈະຄອບຄອງເມືອງອື່ນໆ ໃນພາກໃຕ້ຂອງໂຊມາເລຍ ນັ້ນຢູ່.
ກຸ່ມຫົວຮຸນແຮງ ອາລຊາບັບ ໄດ້ຕໍ່ສູ້ເພື່ອໂຄ່ນລົ້ມລັດຖະບານໂຊມາເລຍ ມາໄດ້ຫລາຍປີ ແລະຄອບຄອງພື້ນທີ່ອັນກວ້າງໃຫຍ່ຂອງໂຊມາເລຍ ໂຮມ ທັງເຂດທີ່ຖືກກະທົບໂດຍໄພ
ແຫ້ງແລ້ງ ແລະຄວາມອຶດຫິວຢ່າງຮ້າຍແຮງ ທີ່ສຸດນັ້ນນໍາ. ກຸ່ມຫົວຮຸນແຮງອາລຊາບັບ ໄດ້ຄວບຄຸມການລໍາລຽງນໍາສົ່ງສະບຽງຊ່ວຍເຫລືອພວກໄດ້ຮັບເຄາະຮ້າຍຈາກຄວາມອຶດ
ຫິວນັ້ນຢ່າງເຂັ້ມງວດ ແລະໄດ້ສັ່ງຫ້າມບໍ່ໃຫ້ອົງການຊ່ວຍເຫລືອ ນາໆຊາດຫລາຍໆອົງ
ການ ເຂົ້າໄປປະຕິບັດງານບັນເທົາທຸກໃນເຂດເຫລົ່ານັ້ນ.
ທັງໂຄສົກສະຫະພາບອາຟຣິກາ ແລະນາຍົກລັດຖະມົນຕີ Abdiweli ກ່າວວ່າ ບັດນີ້
ມັນຈະເປັນການງ່າຍຂຶ້ນກວ່າເກົ່າແລ້ວ ສໍາລັບພວກອົງການຊ່ວຍເຫລືອຕ່າງໆ ທີ່ຈະນໍາເອົາສະບຽງອາຫານແລະອື່ນໆເຂົ້າໄປຍັງ Mogadishu ໄດ້.