ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຖະມົນຕີໂຊມາເລຍ ເສຍຊີວິດ ໃນການໂຈມຕີສະລະຊີບ


ລັດຖະມົນຕີກະຊວງພາຍໃນໂຊມາເລຍທ່ານ Abdi Shakur Sheik Hassan ເສຍຊີວິດໃນການໂຈມຕີສະລະ ຊີບທີ່ນະຄອນຫຼວງໂມກາດິສຊູ
ລັດຖະມົນຕີກະຊວງພາຍໃນໂຊມາເລຍທ່ານ Abdi Shakur Sheik Hassan ເສຍຊີວິດໃນການໂຈມຕີສະລະ ຊີບທີ່ນະຄອນຫຼວງໂມກາດິສຊູ

ກຸ່ມກະບົດ al-Shabab ໃນໂຊມາເລຍໄດ້ອ້າງເອົາຄວາມ
ຮັບຜິດຊອບກ່ຽວກັບການໂຈມຕີສະລະຊີບ ທີ່ເຮັດໃຫ້ລັດ
ຖະມົນຕີກະຊວງພາຍໃນຂອງໂຊມາເລຍເສຍຊີວິດໄປນັ້ນ.

ເຈົ້າໜ້າທີ່ທ່ານນຶ່ງກ່າວວ່າທ່ານ Abdi Shakur Sheikh
Hassan ໄດ້ເສຍຊີວິດທີ່ເຮືອນຂອງທ່ານໃນນະຄອນຫຼວງ
ໂມກາດິສຊູ ໃນລະຫວ່າງການປະຊຸມກັບພວກເພື່ອນຮ່ວມ
ງານ. ນອກນັ້ນຍັງມີອີກຫຼາຍໆຄົນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ຮັກສາຄວາມສະຫງົບແລະຜູ້ທີ່ເຫັນເຫດການເວົ້າ
ວ່າ ແມ່ຍິງຄົນນຶ່ງ ທີ່ເຊື່ອກັນວ່າເປັນຍາດພີ່ນ້ອງຂອງທ່ານ
Hassan ໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນ ຢູ່ທີ່ເຮືອນຂອງທ່ານ.

ນາຍົກລັດຖະມົນຕີ Mohammed Abdullah Mohammed ກ່າວຕໍ່ວີໂອເອພາກພາສາ
ໂຊມາເລຍວ່າ ການໂຈມຕີທີ່ວ່ານີ້ເປັນການກະທຳທີ່ໂຫດຫ້ຽມແລະບໍ່ແມ່ນອິສລາມ.

XS
SM
MD
LG