ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະນັກງານຊ່ວຍເຫລືອຕ່າງປະເທດ ທີ່ຖືກລັກພາຕົວໄປ ໃນເຄັນຢາ ໄດ້ຮັບການຊ່ວຍຊີວິດໄວ້ແລ້ວ


ພວກພະນັກງານຊ່ວຍເຫລືອຊາວຕ່າງປະເທດ ທີ່ໄດ້ຮັບການຊ່ວຍກູ້ຊີວິດມາ ຈາກພວກລັກພາໂຕໄປ ເດີນທາງມາຮອດເດິ່ນບິນນະຄອນຫລວໄນໂຣບີ, ປະເທດເຄັນຢາ, ວັນທີ 2 ກໍລະກົດ 2012. (AP Photo/Farah Abdi Warsameh)
ພວກພະນັກງານຊ່ວຍເຫລືອຊາວຕ່າງປະເທດ ທີ່ໄດ້ຮັບການຊ່ວຍກູ້ຊີວິດມາ ຈາກພວກລັກພາໂຕໄປ ເດີນທາງມາຮອດເດິ່ນບິນນະຄອນຫລວໄນໂຣບີ, ປະເທດເຄັນຢາ, ວັນທີ 2 ກໍລະກົດ 2012. (AP Photo/Farah Abdi Warsameh)

ພວກເຈົ້າໜ້າທີ່ເຄັນຢາແລະໂຊມາ​ເລຍເວົ້າວ່າ ພະນັກງານຊ່ວຍເຫລືອຊາວຕ່າງປະເທດ
4 ຄົນ ທີ່ໄດ້ຖືກລັກພາຕົວໄປຈາກຄ້າຍອົບພະຍົບໃນເຄັນຢາ ແລະເອົາເຂົ້າໄປປະເທດ
ໂຊມາເລຍທີ່ຢູ່ໃກ້ຄຽງ ໃນວັນສຸກຜ່ານມານັ້ນ ໄດ້ຖືກຊ່ວຍຊີວິດເອົາໄວ້​ ແລະຢູ່ໃນຄວາມ
ປອດໄພແລ້ວ ເວລານີ້.

ພວກເຈົ້າໜ້າທີ່ຍັງເວົ້າອີກວ່າ ພວກພະນັກງານຊ່ວຍເຫລືອດັ່ງກ່າວ ໄດ້ຖືກຊ່ວຍຊີວິດ
ໃນຄໍ່າຄືນຜ່ານ​ມາຢູ່ໂຊມາເລຍລຸນຫລັງໄດ້ມີການສູ້ລົບກັນເປັນເວລາສັ້ນໆ.

ໃນວັນສຸກຜ່ານມານັ້ນ ຕໍາຫລວດເຄັນຢາເວົ້າວ່າ ມີຄົນນຶ່ງໄດ້ຖືກສັງຫານ ​ເວລາພວກ
ຄົນ​ຮ້າຍທີ່ບໍ່ຊາບຊື່ ໄດ້ລັກພາຕົວພວກຄົນຕ່າງປະເທດ​ດັ່ງກ່າວ ທີ່ເຮັດວຽກໃຫ້ແກ່ສະ
ພາອົບພະຍົບນໍເວນັ້ນໄປ. ຕໍາຫລວດເວົ້າກັບວີໂອເອວ່າ ໃນຈໍານວນຄົນຕ່າງປະເທດນັ້ນ
ມີຄົນຈາກນໍເວຜູ້ນຶ່ງ, ຈາກໂຄລໍາເບຍຜູ້ນຶ່ງ, ຈາກປາກິສຖານຜູ້ນຶ່ງ ແລະຈາກຟີລິບປິນ
ຜູ້ນຶ່ງ. ສ່ວນຜູ້ທີ່ເສຍຊີວິດນັ້ນ ແມ່ນຄົນເຄັນຢາ.

ການລັກພາຕົວດັ່ງກ່າວ ແມ່ນເກີດຂຶ້ນຢູ່ໃນເຂດຄ້າຍອົບພະຍົບ Dadaab ທີ່ຍາວຢຽດ ຢູ່ໃກ້ກັບຊາຍແດນໂຊມາເລຍ.

ບໍ່ມີໃຜອ້າງເອົາຄວາມຮັບຜິດຊອບສໍາລັບການໂຈມຕີໃນວັນສຸກຜ່ານມານັ້ນ ແຕ່ວ່າພວກ
ເຈົ້າໜ້າທີ່ເຄັນຢາຖິ້ມໂທດໃສ່ກຸ່ມຫົວຕໍ່ສູ້ໂຊມາເລຍ al-Shabab ສໍາລັບການລັກພາຕົວ
ຄັ້ງ​ກ່ອນຢູ່ Dadaab ແລະເຂດອື່ນໆ ໃກ້ຊາຍແດນໂຊມາເລຍນັ້ນ.

ເຄັນຢາ​ໄດ້ອ້າງວ່າ ຍ້ອນມີການລັກພາຕົວເກີດຂຶ້ນຢ່າງຫລວງຫລາຍ ຕົນຈຶ່ງໄດ້ສົ່ງກໍາລັງ ທະຫານເຂົ້າໄປໃນໂຊມາເລຍ ເພື່ອຊ່ວຍປະເທດນັ້ນຕໍ່ສູ້ກັບພວກ ຫົວຮຸນແຮງອິສລາມ
al-Shabab. ສ່ວນກຸ່ມຫົວຮຸ່ນແຮງດັ່ງກ່າວໄດ້ປະຕິເສດ ການລັກພາຕົວຄົນຢູ່ໃນເຄັນຢາ.

ຄ້າຍ​ອົບ​ພະຍົບ Dadaab ແມ່ນເປັນບ່ອນຢູ່ອາໃສຂອງຊາວອົບພະຍົບໂຊມາເລຍຫລາຍ
ກວ່າ 450,000 ຄົນ ທີ່ໄດ້ຫລົບໜີຈາກບ້ານເຮືອນຂອງ​ເຂົາ​ເຈົ້າ ຍ້ອນມີການຂັດແຍ້ງສູ້​ລົບ
ກັນຢ່ງຍືດເຍື້ອ, ໄພແຫ້ງແລ້ງ ແລະຄວາມທຸກຈົນ.

XS
SM
MD
LG