ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະເທດ ໂຊມາເລຍ ຈະຈັດການແຂ່ງຂັນ ກິລາເຕະບານ ລະດັບ ສາກົນ ອີກຄັ້ງນຶ່ງ


ປະທານສະມາຄົມເຕະບານ ໂຊມາເລຍ ທ່ານ ອັບດີການີ ຊາອິດ ອາຣັບ ຮັບລາງວັນຜູ້ນຳແຫ່ງປີ ທີ່ສະຫະພັນ ເຕະບານ ອາຟຣິກາ, ນະຄອນຫຼວງ ອາບູຈາ, ໄນຈີເຣຍ. 7 ມັງກອນ
2016.
ປະທານສະມາຄົມເຕະບານ ໂຊມາເລຍ ທ່ານ ອັບດີການີ ຊາອິດ ອາຣັບ ຮັບລາງວັນຜູ້ນຳແຫ່ງປີ ທີ່ສະຫະພັນ ເຕະບານ ອາຟຣິກາ, ນະຄອນຫຼວງ ອາບູຈາ, ໄນຈີເຣຍ. 7 ມັງກອນ 2016.

ສະມາຄົມເຕະບານ ໂຊມາເລຍ ຫຼື SFF ໄດ້ປະກາດແຜນການທີ່ຈັດ ການແຂ່ງຂັນລະ
ດັບສາກົນເລີ່ມຕົ້ນປີໜ້າ ຍ້ອນຄວາມປອດໄພທີ່ຖືກປັບປຸງດີຂຶ້ນ, ອີງຕາມການປະ
ກາດຂອງຫົວໜ້າອົງການດັ່ງກ່າວ.

ປະທານຂອງສະມາຄົມ SFF ທ່ານ ອັບການີ ຊາອິດ ອາຣັບ ກ່າວວ່າ ມັນເຖິງເວລາ
ແລ້ວ ສຳລັບ ໂຊມາເລຍ ທີ່ຈະຈັດການແຂ່ງຂັນໃນບ້ານ ໃນສະໜາມກິລາເຕະບານ
ຂອງປະເທດໃນປີ 2018.

ທ່ານ ອາຣັບ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ຍ້ອນສະຖານະການດ້ານຄວາມ
ປອດໄພທີ່ດີຂຶ້ນໃນ ໂຊມາເລຍ, ພວກເຮົາຈຶ່ງໄດ້ຕັດສິນໃຈວ່າ ຈະຈັດການແຂ່ງຂັນ
ໃນບ້ານ ທີ່ປະເທດຂອງເຮົາເອງ.”

ທ່ານກ່າວວ່າ “ປະຊາຊົນ ໂຊມາເລຍ ມີສິດທີ່ຈະໄດ້ຊົມທີມຊາດຂອງເຂົາເຈົ້າແຂ່ງຂັນ
ໃນບ້ານ ແລະ ພວກເຮົາຕ້ອງເຮັດໃຫ້ມັນເກີດໃຫ້ໄດ້ໃນຕອນນີ້ ເຊິ່ງປະເທດແມ່ນກຳ
ລັງກຽມພ້ອມ.”

ທ່ານ ອາຣັບ ໄດ້ກ່າວວ່າ “ສະມາຄົມຂອງທ່ານ ທຳອິດຈະເຊື້ອເຊີນບັນດາທີມຊາດ
ກິລາເຕະບານ ຈາກພາກຕາເວັນອອກຂອງ ອາຟຣິກາ ເພື່ອມາຫຼິ້ນນັດມິດຕະພາບ
ກັບທີມຊາດ ໂຊມາເລຍ.

ທ່ານໄດ້ກ່າວວ່າ ການຈັດການແຂ່ງຂັນນັດມິດຕະພາບ ຈະຕາມມາດ້ວຍການຈັດການ
ແຂ່ງຂັນກິລາເຕະບານໃນພາກພື້ນເຊັ່ນ ສະພາກິລາເຕະບານ ອາຟຣິກາ ຕາເວັນອອກ
ແລະ ອາຟຣິກາກາງ. ອົງການ SFF ຍັງບໍ່ໄດ້ເປີດເຜີຍວັນ ແລະ ຕາຕະລາງ ກ່ຽວກັບ
ການແຂ່ງຂັນລະດັບສາກົນ ທີ່ຈະຫຼິ້ນໃນບ້ານຂອງເຂົາເຈົ້າສຳລັບປີໜ້າເທື່ອ.

ໂຊມາເລຍ ໄດ້ຈັດການແຂ່ງຂັນລະດັບສາກົນຄັ້ງສຸດທ້າຍຂອງເຂົາເຈົ້າໃນນະຄອນ
ຫຼວງ ໂມກາດິຊູ ເມື່ອປີ 1988. ລຸນຫຼັງການລົ້ມລະລາຍຂອງປະເທດໃນປີ 1991 ນັ້ນ,
ທີມຊາດ ຂອງ ໂຊມາເລຍ ໄດ້ຖືກບັງຄັບໃຫ້ແຂ່ງຂັນນັດໃນບ້ານຂອງເຂົາເຈົ້າຢູ່ຕ່າງ
ປະເທດ ໃນປະເທດທີ່ເປັນກາງ, ສ່ວນໃຫຍ່ໃນພາກພື້ນ, ຄືປະເທດ ຈີບູຕີ ແລະ
ອີທິໂອເປຍ, ເປັນການປະຕິເສດຄວາມໄດ້ປຽບທີ່ສຳຄັນທັງໝົດຂອງການແຂ່ງຂັນໃນ
ບ້ານ ເຊິ່ງທີມອື່ນໆໄດ້ຮັບໃນການແຂ່ງຂັນກັບຄູ່ຕໍ່ສູ້ຂອງເຂົາເຈົ້າ.

ຫົວໜ້າສະມາຄົມເຕະບານ ອາຟຣິກາ ທ່ານ ອາມັດ ອາມັດ ໄດ້ຮັບຮອງແຜນການ
ຂອງ ໂຊມາເລຍ ທີ່ຈະຈັດການແຂ່ງຂັນລະດັບສາກົນ ເມື່ອທ່ານໄດ້ໄປຢ້ຽມຢາມນະ
ຄອນຫຼວງ ໂມກາດິຊູ ໃນເດືອນເມສາປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG