ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຕປະກັນ ຊາວຝຣັ່ງ ຖືກຂ້າຕາຍ ຢູ່ໂຊມາເລຍ


ແຜນທີ່ໂຊມາເລຍ
ແຜນທີ່ໂຊມາເລຍ
ເຈົ້າໜ້າທີ່ຝຣັ່ງກ່າວວ່າ ສາຍລັບທະຫານຄົນນຶ່ງທີ່ຖືກຈັບເປັນໂຕ
ປະກັນ ຢູ່ໂຊມາເລຍ ມາແຕ່ປີ 2009 ໄດ້ເສຍຊີວິດ ໃນລະຫວ່າງ ການບຸກໂຈມຕີເມື່ອຄືນແລ້ວນີ້ ໂດຍທະຫານຝຣັ່ງ ທີ່ພະຍາຍາມ
ບຸກເຂົ້າໄປປ່ອຍຜູ້ກ່ຽວ.

ກະຊວງປ້ອງກັນປະເທດຝຣັ່ງ ກ່າວໃນວັນເສົາມື້ນີ້ວ່າ ທ່ານ De-
nis Allex ປະກົດວ່າ ໄດ້ຖືກຂ້າຕາຍ ໃນລະຫວ່າງ ການພະຍາ
ຍາມບຸກເຂົ້າໄປຊ່ອຍ ພ້ອມດ້ວຍ ທະຫານຝຣັ່ງ ອີກ 2 ຄົນ. ກະ
ຊວງ ປ້ອງກັນປະເທດຝຣັ່ງກ່າວຕື່ມວ່າ ນອກນັ້ນພວກນັກລົບໂຊ
ມາເລຍອີກ 17 ຄົນກໍໄດ້ຖືກຂ້າຕາຍເຊັ່ນດຽວກັນ.

ແຕ່ແນວໃດກໍຕາມ ອົງການຂ່າວຝຣັ່ງໄດ້ອ້າງຄຳເວົ້າຂອງກຸ່ມກະ
ບົດ al-Shebab ທີ່ກ່າວວ່າ ທ່ານ Allex ຍັງປອດໄພ ຈາກບໍລິ
ເວນທີ່ມີການສູ້ລົບກັນຫຼັງຈາກອັນທີ່ພວກຫົວຮຸນແຮງຈຸນີ້ເວົ້າວ່າການປະຕິບັດງານກູ້ໄພທີ່
ບໍໄດ້ດຳເນີນໄປດ້ວຍດີ.

ລາຍງານຈາກພາກໃຕ້ໂຊມາເລຍ ກ່ອນໜ້ານີ້ ແຈ້ງວ່າ ໜ່ວຍກ້າຕາຍຂອງຝຣັ່ງໄດ້ພະຍາ
ຍາມບຸກເຂົ້າໄປຊ່ອຍທີ່ປຶກສາດ້ານຄວາມໝັ້ນຄົງຂອງຝຣັ່ງ ທີ່ຖືກລັກພາໂຕໄປຢູ່ນະຄອນ ຫຼວງໂມກາດິສຊູ ເມື່ອ 3 ປີກ່ອນ.

ປະຊາຊົນທີ່ເມືອງ Boulmarer ເວົ້າວ່າ ເຂົ້າເຈົ້າໄດ້ຍິນສຽງປືນແລະລະເບີດດັງຂຶ້ນບໍ່ດົນ ຫຼັງຈາກໄດ້ເຫັນເຮືອບິນເຮຣີຄອບເຕີ້ ບິນຢູ່ເທິງອາກາດ. ນອກນັ້ນ ພວກເຂົາເຈົ້າຍັງແຈ້ງ ໃຫ້ຊາບວ່າ ໄດ້ເຫັນຜູ້ຄົນບາດເຈັບລົ້ມຕາຍຈຳນວນນຶ່ງ ຫຼັງຈາກໄດ້ມີການປະທະກັນເຖິງ ແມ່ນວ່າພວກທີ່ເສຍຊີວິດນັ້ນເປັນໃຜແທ້ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ.
XS
SM
MD
LG