ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫົວໜ້າ ສປຊ ຮຽກຮ້ອງ ໃຫ້ນາໆຊາດ ຊ່ອຍໂຊມາເລຍ


ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon
ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon

ເລຂາທິການໃຫ່ຍຂອງອົງການສະຫະປະ​ຊາ​ຊາດ ທ່ານ Ban Ki-Moon ​ຮຽກຮ້ອງໃຫ້
​ປະຊາ​ຄົມນາໆ​ຊາດ​ພາກັນ ​ເສີມ​ຂະຫຍາຍ​ຄວາມ​ປອດ​ໄພ​ໃນໂຊ​ມາ​ເລຍ ​ໃນ​ຂະນະ​ທີ່​ປະ
​ເທດດັ່ງກ່າວພວມ​ເຄື່ອນ​ໄຫວ​ຈາກ​ລັດຖະບານໄລຍະ​ຂ້າມ​ຜ່ານ​ໃນ​ປັດຈຸບັນ ​ໄປ​ສູ່​ການ​ມີ
​ລັດຖະບານ​ຖາວອນ. ​

ຄໍາ​ຖ​ະ​ແຫລ​ງຂອງ​ທ່ານ Ban ມີ​ຂຶ້ນໃນ​ວັນສຸກມື້ນີ້ທີ່​ກອງ​ປະ​ຊຸມກ່ຽວ​ກັບໂຊ​ມາ​ເລຍ ທີ່
ຈັດ​ຂື້ນຢູ່ນະຄອນອິສ​ຕັນບຸນປະ​ເທດເທີກີ ແມ່ນ​ເພັ່ງ​ເລັງ​ໃສ່​ການ​ຊ່ວຍ​ເຫຼືອ​ ໃຫ້ໂຊ​ມາ​ເລຍ
ສ້າງຕັ້ງ​ລັດຖະບານທີ່​ມີ​ສະຖຽນ​ລະ​ພາບ​ແລະເລືອກ​ຕັ້ງ​ເອົາປະທານາທິບໍດີ​ຄົນ​ໃໝ່ ພາຍ
​ໃນ​ວັນ​ທີ 20 ​ເດືອນ​ສິງຫາຈະ​ມາ​ເຖິງ​ນີ້. ທ່ານ​ກ່າວ​ຕໍ່​ບັນດາ​ຜູ້ຕາງໜ້າ​ຈາກ 54 ປະ​ເທດ
ທີ່​ມາ​ເຕົ້າ​ໂຮມກັນວ່າ ​ໂຊ​ມາ​ເລຍຈຳ​ເປັນຕ້ອງ​ໄດ້​ສ້າງຄວາມເປັນ​ນໍ້າ​ນຶ່ງໃຈ​ດຽວກັນ ຖ້າມ
ກາງ​ການ​ປະ​ເຊີນ​ໜ້າກັບການ​ກໍ່​ການ​ຮ້າຍ ​ໂຈນ​ທ​ະ​ເລແລະໄພ​ແຫ້ງ​ແລ້ງ.

ຫົວໜ້າ​ອົງການສະຫະ​ປະຊາ​ຊາດກ່າວຕື່ມ​ວ່າ ຄວາມ​ສໍາ​ເລັດໃນ​ການ​ສ້າງສາ​ພາກສ່ວນ
​ການ​ຮັກສາຄວາມ​ປອດ​ໄພ​ຂອງໂຊ​ມາ​ເລຍ ​ແລະການ​ປົກຄອງ​ດ້ວຍຕົວ​ບົດ​ໝາຍນັ້ນ ມີ​
ຄວາມ​ຕ້ອງການໃຫ້​ໂຊ​ມາ​ເລຍແລະປະຊາ​ຄົມນາໆ​ຊາດ​ທັງ​ໝົດພົວພັນ​ກັນຫຼາຍຂຶ້ນ.

ທ່ານ Ban ຍັງ​ຮຽກຮ້ອງ​ຕື່ມ​ອີກ ​ໃຫ້​ບັນດາຜູ້​ບໍລິຈາກ ໃຫ້ການ​ສະໜັບສະໜຸນຕໍ່​ການ
​ດຳ​ເນີນ​ຄວາມ​ພະຍາຍາມ​ທີ່​ຫຼໍ່​ແຫຼມສຳຄັນ​ນີ້. ທ່ານ​ກ່າວ​ວ່າ ພາກສ່ວນເອກ​ກະ​ຊົນຂອງ​
ໂຊ​ມາ​ເລຍ ກໍ​ມີ​ບົດບາດ​ເຊັ່ນ​ກັນໃນ​ການ​ສ້າງສາ​ປະ​ເທດ​ຊາດບ້ານ​ເມືອງ.

ທ່ານເວົ້າວ່າ ບັນດາ​ສະ​ຕີ​ ແລະ​ຊາວ​ໜຸ່ມ​ຂອງໂຊ​ມາ​ເລຍ ສາມາດ​ປ່ຽນ​ແປງ​ປະ​ເທດ​ໄດ້ ​
ແຕ່ຄູ່​ຮ່ວມ​ປະຕິບັດ​ງານ ຕ້ອງ​ໄດ້ເພີ່ມທະວີ​ໃນ​ພາກສ່ວນ​ຂອງ​ເຂົາ​ເຈົ້າ​ເຊັ່ນ​ກັນ. ທ່ານ
Ban ກ່າວ​ວ່າ ​ມັນເປັນ​ສິ່ງ​ສໍາ​ຄັນ​ທີ່​ສຸດ​ທີ່ໂຊ​ມາ​ເລຍສ້າ​ງສາ​ລະບົບ​ທີ່​ປັບ​ໂຕ​ໄດ້ແລະ​ທັບ​
ມ້າງ​ວົງ​ຈອນ​ພາ​ວະສຸ​ກ​ເສີນ.

ລັດຖະບານ​ໄລຍະ​ຂ້າມ​ຜ່ານຂອງໂຊ​ມາ​ເລຍກໍາລັງ​ສູ້​ລົບ​ກັບ​ພວກ​ກະບົດ​ຈາກກຸ່ມມຸສ
ລິ​ມຫົວ​ຮຸນ​ແຮງຈັດ al-Shabab. ​ໂຊ​ມາ​ເລຍບໍ່​ມີລັດຖະບານ​ກາງທີ່​ໝັ້ນຄົງ ມີ​ສະຖຽນ
​ລະ​ພາບ ​ມາ​ໄດ້​ສອງ​ທົດ​ສະວັດ​ແລ້ວ.

XS
SM
MD
LG