ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ປະນາມ ການສັງຫານ ດາລາຕະຫຼົກ ຊາວໂຊມາເລຍ


ແຜນທີ່ປະເທດໂຊມາເລຍ (Somalia)
ແຜນທີ່ປະເທດໂຊມາເລຍ (Somalia)

ທູດ​ພິ​ເສດ​ອົງການ​ສະຫະ​ປະຊາ​ຊາດ​ປະ​ຈໍາ​ໂຊ​ມາ​ເລຍ​ປະນາມ​ຢ່າງ​ແຂງແຮງ​ຕໍ່​ການ​ຄາດ​
ຕະກໍາ​ດາຣາຕະຫຼົກທີ່​ມີ​ຊື່​ສຽງຊາວ​ໂຊ​ມາ​ເລຍ ທີ່​ປາກົດ​ວ່າ ຍ້ອນຜູ້ກ່ຽວ​ເວົ້າ​ສຽດ​ສີ​ກ່ຽວ
​ກັບ​ກຸ່ມ al-Shabab ມູສລິ​ມຫົວ​ຮຸນ​ແຮງ.

ດາຣາຕະຫຼົກ Abdi Jeylani Malaq ທີ່​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ Marshale ນັ້ນ ຖືກ​ຍິງ​ຕາຍ
​ຢູ່​ບໍລິ​ເວນນອກ​ບ້ານ​ພັກ​ຂອງຜູ້ກ່ຽວທີ່​ເມືອງຫຼວງ​ໂມ​ກາ​ດີ​ສຊຸ ​ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້ ບໍ່​ມີໃຜ​ອ້າງ​ເອົາ​ຄວາມ​ຮັບຜິດ ຊອບ​ຕໍ່​ເຫດ​ຮ້າຍ​ດັ່ງກ່າວນີ້.

ທ່ານ​ Augustine Mahiga ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ​ເອີ້ນ​ການສັງຫານ​ຄັ້ງ​ນີ້​ວ່າ ​ເປັນ​
ເລຶ່ອງທີ່​ຮັບ​ເອົາ​ບໍ່​ໄດ້ ພ້ອມ​ດຽວ​ກັນ​ທ່ານກໍ​ໄດ້​ຮຽກຮ້ອງ​ໃຫ້​ເຈົ້າໜ້າ​ທີ່​ໂຊ​ມາ​ເລຍ​ກະທໍາ​ທຸກ
​ວິທີ​ທາງ​ທີ່​ຈໍາ​ເປັນ ​ເພື່ອ​ດໍາ​ເນີນ​ການ​ສືບສວນ​ສອບ​ສວນ​ໂດຍ​ລະອຽດ ​ແລະຢ່າງ​ເປັນ​ອິດສະຫຼະ.

ກຸ່ມ​ນິລະ​ໂທດ​ກໍາ​ສາກົນ ຊຶ່ງ​ເປັນ​ກຸ່ມ​ດ້ານ​ສິດທິ​ມະນຸດ ກ່າວ​ວ່າ ຕົນ​ຕົກ​ໃຈ​ທີ່​ສຸດ​ຕໍ່​ການ​ເສຍ
​ຊີວິດ​ຂອງ​ຊາວ​ໂຊ​ມາ​ເລຍ​ໄປ​ອີກ​ຄົນ​ນຶ່ງ ທີ່​ມີ​ຊື່​ສຽງ​ຢູ່ ​ໃນ​ວົງ​ການ​ສື່​ມວນ​ຊົນ​ຂອງ​ໂຊ​ມາ​ເລຍ
​ແຕ່​ນອກ​ນີ້​ກໍ​ຍັງ​ຢູ່​ໃນ​ສິ່ງ​ທີ່​ເອີ້ນ​ວ່າ ການ​ບໍ່​ປະຕິບັດ​ໜ້າ​ທີ່​ໃດໆ​ຂອງ​ບັນດາ​ເຈົ້າໜ້າ​ທີ່​ໂຊ​ມາ​ເລຍ​.
ກຸ່ມດັ່ງ​ກ່າວ​ນີ້​ເວົ້າອີກວ່າ ດາຣາຕະຫຼົກ Marshale ​ເປັນ​ສະມາຊິກ​ດ້ານ​ສື່​ມວນ​ຊົນ​ຄົນ​ທີ່​ແປ​ດ ທີ່​ຖືກ​ປອງ​ສັງຫານຢູ່​ໃນ​ໂຊ​ມາ​ເລຍ​ນັບ​ຕັ້ງ​ແຕ່​ເດືອນ​ທັນວາ​ປີຜ່ານມາ.

ປົກກະຕິ​ດາຣາຕະຫຼົກ ຈະ​ປາກົດ​ຕົວ​ຕາມ​ສະຖານີ​ວິດ​ທະ​ຍຸ ​ແລະ​ໂທ​ລະພາບ ງານ​ສະ​ແດງ​
ປະ​ຈໍາ​ຂອງ​ລາວ ກໍ​ຄື​ແນ​ໃສ່ເພື່ອ​ພະຍາຍາມ​ປຸກໃຈບໍ່​ໃຫ້​ຊາວໜຸ່​ມໂຊ​ມາ​ເລຍ​ທັງຫຼາຍ​ໄປ​ຮ່ວມ​
ກັບ​ກຸ່ມ​ຫົວ​ຮຸນ​ແຮງ. ຜູ້ກ່ຽວ​ໄດ້​ຮັບ​ຄໍາ​ຂູ່ຈະ​ຖືກ​ສັງຫານຫຼາຍໆເທື່ອ

XS
SM
MD
LG