ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ໂຊມາເລຍ ປະທ້ວງການໂຈມຕີ ຂອງກອງທັບ ທີ່ໄດ້ເຮັດໃຫ້ ປະຊາຊົນ 10 ຄົນເສຍຊີວິດ


ປະຊາຊົນເບິ່ງສົບຄົນຕາຍທີ່ຖືກນຳມານະຄອນຫຼວງ ໂມກາດິສຊູ ຫຼັງຈາກພົນລະເຮືອນຈຳນວນນຶ່ງໄດ້ຖືກຂ້າຕາຍ ໃນລະຫວ່າງ ການໂຈມຕີຂອງກອງທັບ ໃນບ້ານ Barire, ພາກໃຕ້ຂອງປະເທດ ໂຊມາເລຍ. 25 ສິງຫາ, 2017.
ປະຊາຊົນເບິ່ງສົບຄົນຕາຍທີ່ຖືກນຳມານະຄອນຫຼວງ ໂມກາດິສຊູ ຫຼັງຈາກພົນລະເຮືອນຈຳນວນນຶ່ງໄດ້ຖືກຂ້າຕາຍ ໃນລະຫວ່າງ ການໂຈມຕີຂອງກອງທັບ ໃນບ້ານ Barire, ພາກໃຕ້ຂອງປະເທດ ໂຊມາເລຍ. 25 ສິງຫາ, 2017.

ພວກຍາດຕິພີ່ນ້ອງ ແລະ ຜູ້ອາວຸໂສຫຼາຍຄົນ ທີ່ປະທ້ວງການຕາຍຂອງປະຊາຊົນ ໂຊ
ມາເລຍ 10 ຄົນ ທີ່ຖືກກ່າວຫາວ່າ ໄດ້ຕາຍໃນການບຸກໂຈມຕີໂດຍທະຫານ ໂຊມາເລຍ
ແລະ ສະຫະລັດ ນັ້ນກ່າວວ່າ ສົບຂອງຜູ້ຖືກເຄາະຮ້າຍ ຈະບໍ່ຖືກຝັງຈົນກວ່າພວກຜູ້ກະ
ທຳຜິດອອກມາກ່າວຂໍໂທດ.

ໃນກອງປະຊຸມຖະແຫຼງຂ່າວ ຫຼັງຈາກການປະຊຸມກັນໃນນະຄອນຫຼວງ ໂມກາດິສຊູ ໃນ
ວັນເສົາວານນີ້, ບັນດາຜູ້ນຳຊຸມຊົນໂຊມາເລຍ ແລະ ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ
ຫຼາຍກວ່າ 300 ຄົນ ໄດ້ກ່າວຫາກອງທັບ ໂຊມາເລຍ, ພ້ອມດ້ວຍບັນດາຜູ້ຊີ້ນຳກອງທັບ
ສະຫະລັດ, ກ່ຽວກັບ ການຂ້າປະຊາຊົນ 10 ຄົນໃນລະຫວ່າງການບຸກໂຈມຕີໃນທົ່ງນາ
ແຫ່ງນຶ່ງ ໃນຕອນເຊົ້າຂອງວັນສຸກທີ່ຜ່ານມາ ໃນເມືອງ Barire, ຕັ້ງຢູ່ 55 ກິໂລແມັດ
ທາງພາກໃຕ້ຂອງນະຄອນຫຼວງ ໂມກາດິສຊູ.

ທ່ານ Ibrahim Qureysh, ອາຍຸ 60 ປີ ພີ່ນ້ອງຂອງປະຊາຊົນຄົນນຶ່ງ ທີ່ເສຍຊີວິດໃນ
ເຫດການດັ່ງກ່າວເວົ້າວ່າ “ຈົນກວ່າລັດຖະບານຈະຍອມຮັບວ່າ ຜູ້ຖືກເຄາະຮ້າຍແມ່ນ
ປະຊາຊົນຜູ້ບໍລິສຸດ ແລະ ກອງກຳລັງຂອງເຂົາເຈົ້າໄດ້ຂ້າພວກເຂົາ, ພວກເຮົາຈະບໍ່ຝັງ
ເຂົາເຈົ້າ.”

ທ້າວ Barlin Abdhullaahi ພີ່ນ້ອງຂອງຜູ້ຖືກຂ້າຕາຍຄົນໜຶ່ງເວົ້າວ່າ “ພວກເຮົາໄດ້ພົບ
ກັບນາຍົກລັດຖະມົນຕີທ່ານ Hassan Ali Khayre ໃນຕອນຄໍ່າຂອງວັນສຸກທີ່ຜ່ານມາ
ແລະ ທ່ານໄດ້ບອກພວກເຮົາວ່າ ລັດຖະບານຈະຕອບໂຕ້ຕໍ່ການຂ້າປະຊາຊົນຈຳນວນ
ຫຼາຍພາຍໃນ 24 ຊົ່ວໂມງ ແລະ ພວກເຮົາແມ່ນກຳລັງລໍຖ້າຢູ່."

ບັນດາເຈົ້າໜ້າທີ່ ໂຊມາເລຍ ໃນວັນສຸກທີ່ຜ່ານມາ ທຳອິດໄດ້ເວົ້າວ່າ ກອງທັບໄດ້ຂ້າ
ພວກຫົວຮຸນແຮງ al-Shabab ໃນລະຫວ່າງການປະຕິບັດການຂ້າມຄືນ. ຖະແຫຼງການ
ຕ່າງໆຈາກລັດຖະມົນຕີປ້ອງກັນປະເທດ ແລະ ກະຊວງຖະແຫຼງຂ່າວໄດ້ກ່າວວ່າ ກອງ
ກຳລັງລັດຖະບານໄດ້ຖືກພວກຈີຮາດໂຈມຕີ ໃນລະຫວ່າງການອອກລາດຕະເວນນັ້ນ,
ແລະ ຢືນຢັນວ່າ ບໍ່ມີພົນລະເຮືອນຄົນໃດໄດ້ຖືກຂ້າຕາຍ.

ຫລັງຈາກນັ້ນ, ກອງທັບບົກ ໂຊມາເລຍ ກໍໄດ້ກ່າວວ່າ ກອງກຳລັງຂອງເຂົາເຈົ້າ, ເຊິ່ງໄດ້
ຮັບການສະໜັບສະໜູນໂດຍ ກອງກຳລັງ ສະຫະລັດ, ໄດ້ຫຼົງຍິງປະຊາຊົນ 10 ຄົນເສຍ
ຊີວິດ, ລວມທັງເດັກນ້ອຍ 3 ຄົນ.

ຫົວໜ້າກອງທັບບົກໂຊມາເລຍ ນາຍພົນ Ahmed Jimale Irfid ໄດ້ກ່າວຢືນຢັນຕໍ່ວີ
ໂອເອ ຈາກນະຄອນຫຼວງ ໂມກາດິສຊູວ່າ, ພວກພົນລະເຮືອນ ໄດ້ຖືກຂ້າຕາຍໃນລະ
ຫວ່າງການບຸກໂຈມຕີທີ່ບ້ານ Barire.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG