ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂຊມາລີຢືນຢັນວ່າ 10 ຄົນ ທີ່ທະຫານຍິງຜິດນັ້ນ ເປັນພົນລະເຮືອນ


ຜູ້ຄົນພາກັນເບິ່ງສົບ ທີ່ໄດ້ນຳມາດອຍໄວ້ຢູ່ນະຄອນ Mogadishu ພາຍຫລັງທີ່ພົນລະເຮືອນຫລາຍຄົນໄດ້ຖືກຂ້າຕາຍ ຍ້ອນການຍິງຜິດຄົນໃນໄລຍະທີ່ມີການບຸກ ເຂົ້າຟາມແຫ່ງໜຶ່ງໃນໂຊມາລີ.
ຜູ້ຄົນພາກັນເບິ່ງສົບ ທີ່ໄດ້ນຳມາດອຍໄວ້ຢູ່ນະຄອນ Mogadishu ພາຍຫລັງທີ່ພົນລະເຮືອນຫລາຍຄົນໄດ້ຖືກຂ້າຕາຍ ຍ້ອນການຍິງຜິດຄົນໃນໄລຍະທີ່ມີການບຸກ ເຂົ້າຟາມແຫ່ງໜຶ່ງໃນໂຊມາລີ.

ກອງທັບ​ໂຊ​ມາລີ​ກ່າວ​ວ່າ ກອງກຳລັງ​ຂອງ​ຕົນ​ທີ່ໄດ້​ໃຫ້ການ​ສະໜັບສະໜູນ​ຈາກ​ກຳລັງ​ທະຫານສະຫະລັດນັ້ນ ​ຫລົງຍິງ​ຊາວ​ໂຊ​ມາລີຕາຍ 10 ຄົນ ຊຶ່ງໃນນັ້ນລວມມີ​ເດັກນ້ອຍ
ຢູ່​ສາມ​ຄົນ ໃນໄລຍະທີ່​ປະຕິບັດ​ງານຢູ່​ໃກ້​ກັບ​ເມືອງ Bariie ​ໃນ​ຕອນ​ເຊົ້າໆ​ວັນ​ສຸກ
​ວານ​ນີ້.

ນາຍ​ພົນ Ahmed Jimale Irfid ຫົວໜ້າ​ທະຫານ​ໂຊ​ມາລີ​ທີ່​ໄດ້​ກ່າວ​ຕໍ່ວີ​ໂອ​ເອແຕ່ພຽງ ອົງການດຽວເທົ່ານັ້ນ ​ຈາກ​ນະ​ຄອນ Mogadishu ​ໄດ້​ຢືນຢັນ​ວ່າ ມີພົນ​ລະ​ເຮືອນ 10 ຄົນຊຶ່ງລວມທັງ​ເດັກນ້ອຍ ​ແລະ​ຜູ້​ເຖົ້າ​ໄດ້ເສຍ​ຊີວິດ ຢູ່ໃນໄລຍະທີ່ບຸກເຂົ້າກວດຄົ້ນ​ຢູ່​ຟາ​ມ ແຫ່ງໜຶ່ງໃນ​ເມືອງ Bariire ຊຶ່ງຢູ່ຫ່າງຈາກນະຄອນ Mogadishu ປະ​ມານ 55 ກິ​ໂລ​ແມັດ ໄປທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້.

ທ່ານນາຍ​ພົນ​ກ່າວອີກ​ວ່າ “ໃນບໍ່​ໄດ້ເປັນການກະທໍາແບບມີເຈດຕະນາ. ມັນ​ແມ່ນ​ອຸປະ
ຕິເຫດ ​ແລະຄວາມ​ເຂົ້າ​ໃຈ​ຜິດກັນ​ລະຫວ່າງກຳລັງທະຫານ ​ແລະ​ພວກ​ຊາວສວ​ນ​ທ້ອງ​
ຖິ່ນຢູ່​ໃນ​ເຂດນັ້ນ.”

ນາຍ​ພົນ Ifrid ກ່າວ​ເພີ້ມວ່າ “​ໃນ​ຕອນ​ເຊົ້າໆຂອງວັນ​ສຸກ​ວານ​ນີ້ ​ໃນ​ຂະນະ​ທີ່​ຍັງ​ມືດໆ​ຢູ່
​ນັ້ນ ກຳລັງທະຫານ​ຂອງ​ພວກ​ເຮົາເຂົ້າໃຈຜິດຄິດວ່າ ພວກ​ຊາວສວນ​ທ້ອງຖິ່ນເຫລົ່ານັ້ນ
​ວ່າ​ເປັນ​ພວກສະມາຊິກຂອງກຸ່ມ al-Shabab. ພວກຊາວສວນ​ຈຳນວນ​ນຶ່ງ​ຕິດ​ອາວຸດ,
​ໄດ້​ມີ​ການ​ຍິງ​ອອກມາຄັ້ງໜຶ່ງ, ພວກ​ເຮົາ​ບໍ່​ຮູ້​ວ່າ​ແມ່ນໃຜເປັນຜູ້​ເລີ້​ມຍິງ​ກ່ອນ ​ແລະ​ນັ້ນ​
ແມ່ນ​ວ່າ​ສາເຫດທີ່ພາໃຫ້ເກີດອຸປະຕິ​ເຫດຂຶ້ນ.”

ທ່ານນາຍ​ພົນ​ກ່າວອີກ​ວ່າ “ຂ້າພະ​ເຈົ້າ​ສາມາດ​ຢືນຢັນ​ຕໍ່​ທ່ານ​ວ່າ ພວກ​ທີ່​ເສຍ​ຊີວິດ​ໃນ
​ອຸປະຕິ​ເຫດ​ດັ່ງກ່າວ​ນີ້ ລ້ວນແຕ່​ແມ່ນ​ພົນລະ​ເຮືອນ​ແລະຊາວນາຊາວສວນ. ໃນບໍ່​ເປັນ
ຄວາມ​ຈິງ​ທີ່ເວົ້າ ວ່າພວກ​ເຂົາ​ເຈົ້າ​ເປັນ​ສະມາຊິກ al-Shabab ດັ່ງທີ່ເຈົ້າໜ້າທີ່ລັດຖະ
ບານໄດ້ເວົ້າ ໃນເບື້ອງຕົ້ນນັ້ນ. ຊາກ​ສົບຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ນຳໄປ​ໂຮງໝໍໃນນະຄອນ Mogadishu ​ແລະ ​ທຸກ​ຄົນ​ສາມາດ​ໄປເບິ່ງ​ເຂົາ​ເຈົ້າ​ໄດ້ ​ຖ້າ​ຫາກ​ຕ້ອງການ.”

ນາຍ​ພົນ Irfid ກ່າວມ້ວນທ້າຍ​ວ່າ ກຳລັງທະຫານ​ສະຫະລັດ​ຈຳນວນ​ນຶ່ງ​ຢູ່​ທີ່​ນັ້ນ ໃນລະ
ຫວ່າງທີ່​ເກີ​ດອຸປະຕິ​ເຫດດັ່ງກ່າວ ​ແຕ່​ທ່ານ​ກ່າວ​ວ່າ ທ່ານກໍ​ບໍ່​ສາມາດເວົ້າໄດ້​ວ່າ ​ເຂົາ​ເຈົ້າ​ແມ່ນລວມຢູ່​ໃນກຳລັງທະຫານ​ທີ່​ຍິງພວກ​ພົນລະ​ເຮືອນເຫລົ່ານັ້ນຫລືບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG