ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ ໂຊມາເລຍ ສ່ຽງອັນຕະລາຍ ໃນການຈັດການແຂ່ງຂັນ ເຕະບານ ໃນຍາມກາງຄືນ


ປະຊາຊົນເຕົ້າໂຮມກັນ ເພື່ອການແຂ່ງຂັນເຕະບານ ລະຫວ່າງ ທີມເມືອງ Hodan ກັບ ທີມເມືອງ ວາແບຣີ ໃນການແຂ່ງຂັນ
ເຕະບານຕອນຄໍ່າເປັນຄັ້ງທຳອິດ ໃນຮອບ 30 ປີ. ທີ່ສະໜາມ
ກິລາ Konis ນະຄອນຫຼວງ ໂມກາດິສຊູ, ໂຊມາເລຍ. 8 ກັນຍາ, 2017.
ປະຊາຊົນເຕົ້າໂຮມກັນ ເພື່ອການແຂ່ງຂັນເຕະບານ ລະຫວ່າງ ທີມເມືອງ Hodan ກັບ ທີມເມືອງ ວາແບຣີ ໃນການແຂ່ງຂັນ ເຕະບານຕອນຄໍ່າເປັນຄັ້ງທຳອິດ ໃນຮອບ 30 ປີ. ທີ່ສະໜາມ ກິລາ Konis ນະຄອນຫຼວງ ໂມກາດິສຊູ, ໂຊມາເລຍ. 8 ກັນຍາ, 2017.

ນັບວ່າເປັນເທື່ອທຳອິດ ໃນຮອບຫຼາຍກວ່າ 30 ປີຜ່ານມາ ທີ່ຊາວເມືອງ ແລະບັນດາ
ແຟນໆທັງຫຼາຍ ໄດ້ພາກັນຊົມກິລາເຕະບານໃນຍາມກາງຄືນ ຢູ່ໃນນະຄອນຫຼວງ
ໂມກາດິສຊູ ຊຶ່ງມັກຈະບັນລະຍາຍກັນວ່າເປັນ “ອັນຕະລາຍທີ່ສຸດ” ນັ້ນ.

ປະຊາຊົນເປັນຈຳນວນພັນໆຄົນ ໄດ້ພາກັນຊື່ນຊົມກັບເຫດການດັ່ງກ່າວ ທີ່ສະໜາມ
ກິລາ ໂກນິສ ຊຶ່ງໄດ້ຖືກປັບປຸງກໍ່ສ້າງຄືນໃໝ່ ໂດຍອົງການເຕະບານສາກົນ ຫຼື FIFA
ນັ້ນ.

ເຖິງແມ່ນວ່າ ການແຂ່ງຂັນດັ່ງກ່າວ ຊຶ່ງເປັນແຂ່ງຂັນຮອບສຸດທ້າຍຂອງການແຂ່ງຂັນ
ລະດັບເມືອງ ສຳລັບນັກເຕະອາຍຸບໍ່ກາຍ 16 ຫາ 18 ປີກໍຕາມ, ມັນກໍແມ່ນຄັ້ງປະຫວັດ
ສາດສຳລັບເມືອງ ໂດຍມີການຮັກສາຄວາມປອດໄພຢ່າງເຄັ່ງຄັດ, ຊຶ່ງໄດ້ຮັບມື ກັບການ
ວາງລະເບີດສະລະຊີບ ຄວາມວຸ້ນວາຍບໍ່ມີຂື່ບໍ່ມີແປ ແລະ ຄວາມຕາຍ.

ລຸນຫຼັງການແຂ່ງຂັນດັ່ງກ່າວ ຊຶ່ງທີມ Waberi ໄດ້ຊະນະທີມ Hodon ແລ້ວ ຜູ້ປົກຄອງ
ເມືອງ ໂມກາດິຊູ ທ່ານ ຕາບິຕ ອັບດີ ໂມຮາເມັດ ກໍໄດ້ເວົ້າວ່າ ສົມຄວນ ຈະໄດ້ຮັບ
ຄວາມປອດໄພເປັນຢ່າງດີ ຫຼາຍກວ່າ ກິລາເຕະບານໃນຍາມກາງຄືນ.

ທ່ານ Mohamedເວົ້າວ່າ “ເປັນທີ່ແນ່ນອນວ່າ ຄໍ່າຄືນນີ້ ເປັນຄືນປະຫວັດສາດ ທີ່ປະ
ຊາຊົນຂອງພວກເຮົາ ປະຊາຊົນຂອງເມືອງນີ້ ໄດ້ລໍຄອຍມາເປັນເວລາດົນກວ່າ 30 ປີ
ແລ້ວ. ຂ້າພະເຈົ້າຂໍເນັ້ນຢໍ້າວ່າ ນະຄອນ ໂມກາດີຊູ ປອດໄພດີ ແລະປະຊາຊົນກໍສົມ
ຄວນຈະໄດ້ຮັບສິ່ງທີ່ດີໄປກວ່ານີ້. ພວກທ່ານສົມຄວາມຈະໄດ້ຮັບທຸກການມ່ວນຊື່ນລື້ນ
ເລີງ ແລະກິລາທຸກປະເພດ ທີ່ຜູ້ຄົນໃນນະຄອນຫຼວງແຫ່ງອື່ນໆຂອງໂລກໄດ້ຮັບ.”

ທ່ານ ຮາສຊານ ປະທານການກິລາຂອງ ໂມກາດີຊູ ຜູ້ຈັດແຈງການແຂ່ງຂັນຄັ້ງນີ້ ກ່າວ
ວ່າ ທ່ານຫວັງວ່າ ການຕັດສີນໃຈຂອງພວກເພິ່ນ ໃນການຈັດການແຂ່ງຂັນກິລາກາງ
ຄືນນີ້ຂຶ້ນ ກໍແມ່ນຢາກສົ່ງສານອອກໄປໃຫ້ຄົນຊາບວ່າ ໂມກາດີຊູ ພວມເດີນກ້າວໜ້າ
ໄປສູ່ສິ່ງທີ່ດີກວ່າເກົ່າເລື້ອຍໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG