ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນເປັນໂຣກອະຫິວາເພີ່ມຂຶ້ນ ໃນໂຊມາເລຍ


ເດັກນ້ອຍປ່ວຍເປັນໂຣກອະຫິວາ ທີ່ໂຮງໝໍ Banadir ໃນນະຄອນຫລວງ Mogadishu ຂອງໂຊມາເລຍ,
ວັນທີ 12 ສິງຫາ 2011
ເດັກນ້ອຍປ່ວຍເປັນໂຣກອະຫິວາ ທີ່ໂຮງໝໍ Banadir ໃນນະຄອນຫລວງ Mogadishu ຂອງໂຊມາເລຍ, ວັນທີ 12 ສິງຫາ 2011

ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ ​ໂຊ​ມາ​ເລຍ​ໄດ້​ເຫັນ​ໂຣກອະຫິ​ວາ ​ຫລື​ໂຣກ​ທ້ອງ​ຂີ້​ຮາກ
​ເພີ່ມ​ຂຶ້ນ​ໃນ​ເຂດ Mogadishu ນະຄອນຫລວງຂອງປະເທດ.

ອົງການ​ອະນາ​ໄມ​ໂລກ ຫລື WHO ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ມີ​ຄົນ​ຕິດເຊື້ອໂຣກອະ
ຫິວາຫລາຍ​ກວ່າ 4 ພັນ​ຄົນ ຕາມ​ທີ່​ໄດ້ຮັບ​ແຈ້ງຈາກໂຮງໝໍ Banadir ​ໃນນະຄອນຫລວງ
Mogadishu ​ໃນ​ປີ​ນີ້.

ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ ພວກ​ເດັກນ້ອຍ​ອາຍຸ​ຕໍ່າ​ກວ່າ 5 ຂວບ ແມ່ນກວມເອົາ
75 ເປີເຊັນໃນຈໍາພວກທີ່ຕິດເຊື້ອໂຣກດັ່ງກ່າວນີ້.

ອົງການອະນາໄມໂລກກ່າວວ່າ ຕົນໄດ້ແຈກຢາຍຢຸກຢາໄປແລ້ວໄປຍັງເຂດຕ່າງໆທີ່ປະສົບ
ກັບພະຍາດດັ່ງກ່າວໃນໂຊມາເລຍ. ຢຸກຢາເຫລົ່ານີ້ສາມາດປິ່ນປົວຄົນປ່ວຍທີ່ມີອາການສາ
ຫັດນັ້ນ ໄດ້ເກືອບ 2 ພັນ ລາຍ.

XS
SM
MD
LG