ບັນດາໄອຍະການໂຊມາລີ ໄດ້ຍື່ນຟ້ອງ ກ່າວຫາຜູ້ຊາຍຫ້າຄົນ ທີ່ພົວພັນກັບ ການວາງ
ລະເບີດລົດ ໃນວັນທີ 14 ຕຸລາ ໃນນະຄອນໂມກາດິຊູ ທີ່ເຮັດໃຫ້ 512 ຄົນເສຍຊີວິດ ທີ່ເປັນການເສຍຊີວິດເທື່ອດຽວຮ້າຍແຮງທີ່ສຸດໃນປະຫວັດສາດການກໍ່ການຮ້າຍຢູ່ໃນອາ
ຟຣິກາ.
ຜູ້ຊາຍສີ່ຄົນທີ່ຖືກກ່າວຫາ ໄດ້ຢູ່ໃນການກັກຂັງ ຂອງລັດຖະບານ ແລະໄດ້ປາກົດໂຕ ຢູ່ສານອາຊາຍາກໍາສົງຄາມ ທະຫານ ຢູ່ນະຄອນໂມກາດິຊູ ໃນວັນຈັນວານນີ້ ໃນຂະນະ
ທີ່ຜູ້ຖືກກ່າວຫາ ຄົນທີຫ້າກຳລັງຫລົບໜີຢູ່.
ຮວມຢູ່ໃນການກ່າວຫາ ມີ ທ້າວຮາຊານ ອາເດິນ ອີສັກ ຜູ້ທີ່ຖືກກ່າວຫາວ່າຂັບລົດ ທີ່ມີ
ຄວາມຕັ້ງໃຈໃຊ້ ໃນການວາງລະເບີດສະຫຼະຊີບເທື່ອທີສອງໃນມື້ນັ້ນ.
ຫົວໜ້າສານອາຊາຍາກຳສົງຄາມທະຫານ ພັນເອກຮາຊານ ອາລີ ເນີ ຊຸດ ຍັງໄດ້ກ່າວ
ຫາວ່າ ທ້າວອີສັກ ປະສານງານໃນການໂຈມຕີ ແລະເຮັດວຽກໃນນາມຫົວໜ້າວາງລະ
ເບີດ ແລະອາດຊະຍາກຳຢູ່ໃນເຂດເມືອງໂມກາດິຊູ ສຳລັບກຸ່ມຫົວຮຸນແຮງ ອານ-ຊາບັບ.
ບັນດາເຈົ້າໜ້າທີ່ໂຊມາລີ ໄດ້ກ່າວວ່າ ເຂົາເຈົ້າບໍ່ມີຄວາມສົງໄສທີ່ ອານ-ຊາບັບ ໄດ້ຢູ່
ເບື້ອງຫລັງການໂຈມຕີໃນເດືອນຕຸລາ ເຖິງແມ່ນວ່າກຸ່ມດັ່ງກ່າວຈະບໍ່ໄດ້ອ້າງເອົາຄວາມ
ຮັບຜິດດຊອບ. ອານ-ຊາບັບ ໄດ້ປະຕິບັດການໂຈມຕີວາງລະເບີດ ສະຫຼະຊີບໃສ່ລົດ
ແລະທາງພື້ນດິນທີ່ຮ້າຍແຮງແຮງຫລາຍສິບເທື່ອໃນນະຄອນໂມກາດິຊູໃນທົດສະວັດ
ທີ່ຜ່ານມາ ທີ່ມັກຈະແນໃສ່ໂຮງແຮມ ຮ້ານອາຫານ ແລະບ່ອນສາທາລະນະຕ່າງໆ
ບ່ອນທີ່ໄດ້ຮັບບາດເຈັບສູງຂຶ້ນ.
ທ້າວອີສັກໄດ້ຖືກຈັບໃນມື້ທີ່ມີການໂຈມຕີ ໂດຍກຳລັງຮັກສາຄວາມປອດໄພ ຫລັງຈາກ
ໄດ້ຍ່າງໜີຈາກລົດຕູ້ໂຕໂຍຕ້າ ນົວ. ລັດຖະມົນຕີຄວາມປອດໄພກະ ຊວງພາຍໃນ ທ່ານ
ໂມຮໍາເມັດ ອາບູກາ ອິສໂລ ກ່າວວ່າ ທ້າວອິສັກ ບໍ່ໄດ້ຕັ້ງໃຈທີ່ຈະດືງຂະນວນລະເບີດ
ດ້ວຍຕົນເອງ ແຕ່ໄດ້ລໍຖ້າຜູ້ຂັບລົດຄົນອື່ນມາຮັບໜ້າທີ່ແທນລາວ.
ອີງຕາມແຫລ່ງສືບລັບໂຊມາລີ ກຸ່ມກໍ່ການຮ້າຍ ອານ-ຊາບັບ ມີຄວາມຕັ້ງໃຈໃຫ້ລົດບັນ
ທຸກໃຫຍ່ຜ່ານກາຍດ່ານກວດ ທີ່ເຊື່ອມຕໍ່ກັບລົດຕູ້ ແລະເລີ້ມໂຈມຕີຄ້າຍ ທີ່ຫາກໍເປີດ
ເປັນຄ້າຍເຝິກຊ້ອມທະຫານເທີກີ ຢູ່ໃນນະຄອນໂມກາດິຊູ.