ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂຊມາເລຍ ປ່ຽນສະຖານທີ່ເລືອກຕັ້ງ ໂດຍອ້າງເຖິງ ຄວາມກັງວົນ ໃນຄວາມໂປ່ງໃສ


ແຜນທີ່ ປະເທດ ໂຊມາເລຍ
ແຜນທີ່ ປະເທດ ໂຊມາເລຍ

ສະຖານທີ່ການເລືອກຕັ້ງ ປະທານາທິບໍດີ ຂອງໂຊມາເລຍ ໃນສັບປະດາໜ້າ ໄດ້ຖືກ
ຍ້າຍຈາກ ວິທະຍາຄານຕຳຫຼວດ ໄປຈັດຢູ່ໃນ ສະໜາມບິນນະຄອນຫຼວງ Mogadishu
ຍ້ອນຄວາມເປັນຫ່ວງ ໃນເລື່ອງຂອງຄວາມປອດໄພ ແລະ ອາດເປັນໄປໄດ້ວ່າ ຈະມີ
ການສໍ້ໂກງນຳດ້ວຍ.

ແຫລ່ງຂ່າວທີ່ໃກ້ຊິດກັບບັນດາຜູ້ສະໝັກ ແລະ ຄະນະກຳມາທິການເລືອກຕັ້ງ ໄດ້
ລາຍງານຂ່າວດັ່ງກ່າວ ໃຫ້ແກ່ວີໂອເອ ພະແນກພາສາ ໂຊມາເລຍ ໃນວັນເສົາວານນີ້.

ປະທານາທິບໍດີ ຂອງໂຊມາເລຍ ທ່ານ Hassan Sheikh Mohamud.
ປະທານາທິບໍດີ ຂອງໂຊມາເລຍ ທ່ານ Hassan Sheikh Mohamud.

ການເຄື່ອນໄຫວນັ້ນ ມີຂຶ້ນ ຫຼັງຈາກ ຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ 18
ທ່ານ ໃນຈຳນວນ 24 ທ່ານນັ້ນ ໄດ້ຂຽນໜັງສື ຫາຄະນະກຳມາທິການເລືອກຕັ້ງ
ໂດຍສະແດງຄວາມເປັນຫ່ວງກ່ຽວກັບ ບັນຫາຕ່າງໆຈຳນວນນຶ່ງ ທີ່ປະກອບດ້ວຍ
ຄວາມປອດໄພ ແລະ ການຄໍຣັບຊັນ ຕ່າມທີ່ບັນດາແຫລ່ງຂ່າວໄດ້ຢືນຢັນ.

ບັນດາສະມາຊິກ ຈຳນວນ 329 ທ່ານຂອງສະພາສູງ ແລະ ຕ່ຳ ຈະລົງຄະແນນສຽງ
ເພື່ອເລືອກເອົາປະທານາທິບໍດີ ໃນວັນພຸດຈະມາເຖິງນີ້. ຜູ້ສະໝັກ ຈະຕ້ອງໄດ້ຮັບ
ຄະແນນສຽງ 2 ສ່ວນ 3 ກ່ອນຈະໄດ້ຮັບໄຊຊະນະຂາດລອຍ ໃນຮອບທຳອິດ ເຊິ່ງ
ບັນດາຜູ້ສັງເກດການເຊື່ອວ່າ ຈະເປັນໄປໄດ້ຍາກຫຼາຍ.

ທ່ານ Abdirahman Abdishakur Warsame ນຶ່ງໃນບັນດາຜູ້ສະໝັກເປັນ
ປະທານາທິບໍດີ ໄດ້ກ່າວຕໍ່ວີໂອເອວ່າ ທ່ານເປັນຜູ້ນຶ່ງທີ່ໄດ້ລົງນາມໃນໜັງສື
ເຖິງຄະນະກຳມາທິການ. ໜັງສືນັ້ນ ໄດ້ຮຽກຮ້ອງໃຫ້ປ່ຽນສະຖານທີ່ເລືອກຕັ້ງ.

ທ່ານ Warsame ໄດ້ກ່າວວ່າ ບັນດາຜູ້ສະໝັກ ໄດ້ຂາດຄວາມໝັ້ນໃຈ ໃນ
ສະຖານທີ່ໆໄດ້ເລືອກໄວ້ ໃນເບື້ອງຕົ້ນ ຫຼັງຈາກທີ່ໄດ້ມີລາຍງານອອກມາວ່າ
ຜູ້ບັນຊາການຕຳຫຼວດ ໄດ້ອອກມາສະແດງການສະໜັບສະໜູນ ຢ່າງເປີດເຜີຍ ໃຫ້ແກ່ປະທານາທິບໍດີ ທ່ານ Hassan Sheikh Mohamud ຜູ້ປົກຄອງປະເທດ
ໃນປັດຈຸບັນ.

ທ່ານ Warsame ໄດ້ກ່າວຕໍ່ວີໂອເອພະແນກພາສາໂຊມາເລຍ ວ່າ “ໄຟຟ້າຢູ່ທີ່
ວິທະຍາຄານຕຳຫຼວດ ສາມາດມອດໄດ້ ໃນລະຫວ່າງການເລືອກຕັ້ງ ແລ້ວພວກ
ເຮົາ ກໍຈະບໍ່ຮູ້ຈັກວ່າ ຜູ້ໃດຄວບຄຸມປະຕູເຂົ້າອອກ ເພາະມັນເປັນ ສະຖານທີ່
ບໍ່ເປັນກາງ.”

ໃນລະຫວ່າງການກ່າວຄຳປາໄສ ຢູ່ໃນງານພິທີເມື່ອທ້າຍເດືອນທັນວາ ປີກາຍນີ້ ຜູ້
ບັນຊາການຕຳຫຼວດ ພົນເອກ Mohamed Sheiks Hassan ໄດ້ບອກປະທານາ
ທິບໍດີ Mohamud ວ່າ ທ່ານສາມາດ “ໄວ້ໃຈ” ໄດ້ວ່າ ຄະແນນສຽງ ຂອງອະດີດ
ເຈົ້າໜ້າທີ່ ຕຳຫຼວດ ຜູ້ທີ່ໃນປັດຈຸບັນນີ້ ໄດ້ກາຍເປັນສະມາຊິກຂອງສະພາ ຈະເປັນ
ຂອງທ່ານ. ທ່ານປະທານາທິບໍດີ ເປັນນຶ່ງໃນ ຈຳນວນ 24 ຄົນ ທີ່ລົງສະໝັກແຂ່ງຂັນ
ໃນການເລືອກຕັ້ງ ທີ່ຈະມີຂຶ້ນໃນສັບປະດາໜ້ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG