ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດແຕກ ສອງຄັ້ງ ໃນໃຈກາງປະເທດ ໂຊມາເລຍ


ລະເບີດແຕກ ສອງຄັ້ງ ໃນເມືອງ Galkayothat ໃຈກາງປະເທດ ໂຊມາເລຍ, ໃນພາກພື້ນ Puntland ທີ່ປົກຄອງຕົນເອງເຄິ່ງໜຶ່ງຂອງ ໂຊມາເລຍ. 21 ສິງຫາ, 2016.
ລະເບີດແຕກ ສອງຄັ້ງ ໃນເມືອງ Galkayothat ໃຈກາງປະເທດ ໂຊມາເລຍ, ໃນພາກພື້ນ Puntland ທີ່ປົກຄອງຕົນເອງເຄິ່ງໜຶ່ງຂອງ ໂຊມາເລຍ. 21 ສິງຫາ, 2016.

ປະຊາຊົນທີ່ອາໄສຢູ່ໃນເມືອງ Galkayo ທີ່ຕັ້ງໃນໃຈກາງປະເທດ ໂຊມາເລຍ ກ່າວວ່າ ລະເບີດແຕກສອງຄັ້ງໃນວັນອາທິດມື້ນີ້ ໄດ້ແນເປົ້າໃສ່ອາຄານລັດຖະບານໃນທ້ອງຖິ່ນ ທີ່ເປັນບ່ອນຢູ່ອາໄສຂອງ ເຈົ້າເມືອງຄົນໜຶ່ງ ແລະ ບັນດາເຈົ້າໜ້າທີ່ຄົນອື່ນໆໃນພາກພື້ນ Puntland ທີ່ປົກຄອງຕົນເອງເຄິ່ງໜຶ່ງຂອງ ໂຊມາເລຍ.

ອາຄານດັ່ງກ່າວໄດ້ຕັ້ງຢູ່ໃນບໍລິເວນຕະຫຼາດທີ່ມີຄົນໜາແໜ້ນຂອງເມືອງ. ແຫຼ່ງຂ່າວໃນ ທ້ອງຖິ່ນກ່າວວ່າ ປະຊາຊົນຢ່າງໜ້ອຍ 12 ຄົນໄດ້ເສຍຊີວິດ ແລະ ຫຼາຍສິບຄົນໄດ້ຮັບ ບາດເຈັບ, ພ້ອມດ້ວຍຈຳນວນຜູ້ເສຍຊີວິດທັງໝົດເບິ່ງຄືວ່າຈະເພີ່ມສູງຂຶ້ນອີກ.

ພວກ Al-Shabab ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ.

ນັກຂ່າວທ້ອງຖິ່ນຄົນໜຶ່ງກ່າວວ່າ ລະເບີດຄັ້ງທຳອິດໄດ້ເກີດຂຶ້ນເມື່ອມືລະເບີດສະຫຼະຊີບ ຄົນໜຶ່ງໄດ້ເລັ່ງລົດເຂົ້າໃສ່ຕຶກອາຄານ.

ໃນຂະນະທີ່ບັນດານັກກູ້ໄພໄດ້ເດີນທາງໄປຮອດຈຸດເກີດເຫດ, ລະເບີດລູກທີສອງກໍໄດ້ ແຕກຂຶ້ນຢູ່ບໍ່ໄກຈາກຈຸດເກີດເຫດທຳອິດ.

ກອງກຳລັງຮັກສາຄວາມປອດໄພໄດ້ປິດລ້ອມບໍລິເວນດັ່ງກ່າວໄວ້.

ແຫຼ່ງຂ່າວໃນທ້ອງຖິ່ນໄດ້ຢືນຢັນວ່າ ຂະບວນຂອງລົດຫຼາຍຄັນ ທີ່ຄຸ້ມກັນບັນດາລັດຖະມົນ ຕີພາກພື້ນ Puntland ໄດ້ເດີນທາງອອກຈາກອາຄານດັ່ງກ່າວ ໃນເວລາລະເບີດຄັ້ງທຳ ອິດໄດ້ແຕກຂຶ້ນ ແຕ່ມັນຍັງບໍ່ເປັນທີ່ຊັດເຈນເທື່ອວ່າ ພວກເພິ່ນແມ່ນເປົ້າໝາຍຂອງພວກ ມືລະເບີດຫຼືບໍ່. ນອກນີ້ບັນດາສະມາຊິກສະພາຂອງເມືອງ ຍັງໄດ້ວາງແຜນວ່າຈະພົບປະ ກັນໃນຫ້ອງການ, ແຕ່ແຫຼ່ງຂ່າວຕ່າງໆກ່າວວ່າ ການພົບປະນັ້ນໄດ້ຖືກຍ້າຍໄປສະຖານ ທີ່ແຫ່ງອື່ນ ກ່ອນການລະເບີດຈະເກີດຂຶ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG