ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

al-Shabab ອ້າງເອົາ ຄວາມຮັບຜິດຊອບ ສຳຫລັບ ການໂຈມຕີ ໂຮງແຮມ ໃນໂຊມາເລຍ


ບັນດາເຈົ້າໜ້າທີ່ຕຳຫຼວດ ຈຶ້ງທ່າທີຢູ່ ໃນລະຫວ່າງ ການຍິງຕອບໂຕ້ກັນ ກັບພວກມືປືນ ຫົວຮຸນແຮງຈັດ ອິສລາມ al Shabaab ຢູ່ດ້ານນອກໂຮງແຮມ ໃນນະຄອນຫຼວງ Mogadishu ຂອງໂຊມາເລຍ, ວັນທີ 1 ພະຈິກ 2015.
ບັນດາເຈົ້າໜ້າທີ່ຕຳຫຼວດ ຈຶ້ງທ່າທີຢູ່ ໃນລະຫວ່າງ ການຍິງຕອບໂຕ້ກັນ ກັບພວກມືປືນ ຫົວຮຸນແຮງຈັດ ອິສລາມ al Shabaab ຢູ່ດ້ານນອກໂຮງແຮມ ໃນນະຄອນຫຼວງ Mogadishu ຂອງໂຊມາເລຍ, ວັນທີ 1 ພະຈິກ 2015.

ພວກກຸ່ມຫົວຮຸນແຮງ ໂຊມາເລຍ al-Shabab ໄດ້ອ້າງເອົາ
ຄວາມຮັບຜິດຊອບ ສຳຫລັບ ການໂຈມຕີທີ່ຮ້າຍແຮງເຖິງແກ່
ຊີວິດ ຕໍ່ໂຮງແຮມ ທີ່ນະຄອນຫຼວງ Mogadishu ໃນວັນອາ
ທິດມື້ນີ້ ເຮັດໃຫ້ຢ່າງໜ້ອຍ 11 ຄົນເສຍຊີວິດ ທີີ່ລວມມີ ເຈົ້າ
ຂອງໂຮງແຮມ ຜູ້ບັນຊາການທະຫານທ່ານນຶ່ງ ສະມາຊິກສະ
ພາ 2 ທ່ານ ແລະ ນັກຂ່າວອີກຄົນນຶ່ງ.

ບັນດາເຈົ້າໜ້າທີ່ກ່າວວ່າ ພົວຫົວຮຸນແຮງດັ່ງກ່າວ ໄດ້ບີບຄະ
ນວນລົດບັນຈຸລະເບີດ ໃຫ້ແຕກ ຢູ່ທາງເຂົ້າຂອງໂຮງແຮມ
Sahafi ໃນນະຄອນຫຼວງຂອງໂຊມາເລຍ. ລົດລະເບີດຄັນ
ນັ້ນ ໄດ້ແຕກຂຶ້ນບັ້ນນຶ່ງ ຕິດຕາມມາດ້ວຍ ລົດລະເບີດຄັນທີ
ສອງ. ຕໍ່ຈາກນັ້ນ ພວກມືປືນຊາຍ ກໍໄດ້ບຸກຈູ່ໂຈມ ໂຮງແຮມ ອັນເປັນບ່ອນທີ່ນິຍົມຊົມຊອບ ຂອງບັນດາເຈົ້າໜ້າທີ່ລັດຖະບານ ແລະ ບັນດານັກບໍລິຫານທຸລະກິດ. ພວກທີ່ເຫັນເຫດການ ໄດ້ຍິນສຽງປືນດັງສະນັ່ນຫວັ່ນໄຫວ ຢູ່ໃນໂຮງແຮມດັ່ງກ່າວ.

ຕຳຫລວດໂຊມາເລຍ ຄົນນຶ່ງ ແລ່ນຜ່ານຊາກຫັກພັງ ຂອງລົດ ຢູ່ດ້ານນອກ ໂຮງແຮງ Sahafi ໃນນະຄອນຫຼວງ Mogadishu ຂອງໂຊມາເລຍ, ວັນທີ 1 ພະຈິກ 2015.
ຕຳຫລວດໂຊມາເລຍ ຄົນນຶ່ງ ແລ່ນຜ່ານຊາກຫັກພັງ ຂອງລົດ ຢູ່ດ້ານນອກ ໂຮງແຮງ Sahafi ໃນນະຄອນຫຼວງ Mogadishu ຂອງໂຊມາເລຍ, ວັນທີ 1 ພະຈິກ 2015.

ພັນຕຳຫລວດຕີ ທ່ານ Ismail Nur ກ່າວຕໍ່ອົງການຂ່າວ Reuters ວ່າ ຕຳຫລວດ
“ສາມາດຊ່ວຍເຫຼືອເຈົ້າໜ້າທີ່ລັດຖະບານ ອອກມາໄດ້ຫຼາຍຄົນ” ດ້ວຍການນຳ
ເອົາຄັນໄດຍາວອັນນຶ່ງ ກ່າຍໃສ່ຝາຢູ່ດ້ານຫຼັງຂອງໂຮງແຮມຂຶ້ນໄປ. ທ່ານ Nur ໄດ້
ເວົ້າອີກວ່າ ຕຳຫລວດຍັງໄດ້ຮັບໂທລະສັບຫຼາຍສາຍ ຈາກພະນັກງານໂຮງແຮມ ທີ່
ຫລົບລີ້ຢູ່ໃນຕົວອາຄານ ຜູ້ທີ່ກ່າວວ່າ ມີຜູ້ຄົນ ແລະ ບັນດາເຈົ້າໜ້າທີ່ ລັດຖະບານໄດ້
ຮັບບາດເຈັບ ຢູ່ໃນໂຮງແຮມ. ທ່ານ Nur ໄດ້ເວົ້າຕື່ມວ່າ “ຈຳນວນຂອງຜູ້ເສຍຊີວິດ
ອາດຈະເພີ້ມຂຶ້ນອີກ.”

ມີລາຍງານຕ່າງໆ ທີ່ຜິດພ້ຽນກັນ ກ່ຽວກັບ ສະຖານະການຂອງການຕໍ່ສູ້ກັນ. ບາງຄົນ
ກ່າວວ່າ ມີພວກກະບົດຈຳນວນໜ້ອຍດຽວ ທີ່ສືບຕໍ່ຍິງຕອບໂຕ້ເປັນບາງຄັ້ງບາງຄາວ
ກັບກອງກຳລັງສະຫະພາບອາຟຣິກາ ແລະ ກອງກຳລັງຮັກສາຄວາມປອດໄພ ໂຊມາ
ເລຍ. ສ່ວນລາຍງານ ອື່ນໆນັ້ນ ກ່າວວ່າ ການຕໍ່ສູ້ກັນ ໄດ້ສິ້ນສຸຸດລົງແລ້ວ ແລະ ໂຮງ
ແຮມ ແມ່ນຢູ່ພາຍໃຕ້ການຄວບຄຸມ ຂອງພະນັກງານຮັກສາຄວາມປອດໄພ.

ເມື່ອສອງສາມເດືອນບໍ່ດົນມານີ້ ກຸ່ມ al-Shabab ໄດ້ລະເບີດທຳລາຍ ໂຮງແຮມທີ່
ນະຄອນ Mogadishu ອີກແຫ່ງນຶ່ງມາແລ້ວ ໄດ້ບຸກຮຸກ ຖານທັບຂອງກອງກຳລັງຮັກ
ສາສັນຕິພາບ ສະຫະພາບອາຟຣິກາ 3 ແຫ່ງຢູ່ໃນໂຊມາເລຍ ແລະ ໄດ້ບີບຂະນວນ
ລະເບີດໃຫ້ແຕກຂຶ້ນ ຢູ່ໃນພື້ນທີ່ຂອງທຳນຽບປະທານາທິບໍດີ ໂຊມາເລຍນຳດ້ວຍ.

ກຸ່ມດັ່ງກ່າວ ໄດ້ຄວບຄຸມ ພື້ນທີ່ສ່ວນໃຫຍ່ທາງພາກໃຕ້ຂອງໂຊມາເລຍ ເມື່ອບໍ່ດົນ
ມານີ້ ໃນຊ່ວງປີ 2010 ເປັນຕົ້ນມາ ແຕ່ໄດ້ຖືກຂັບດັນໃຫ້ຖອຍອອກໄປຢູ່ເຂດຊົນ
ນະບົດ ໂດຍກອງກຳລັງສະຫະພາບອາຟຣິກາ ແລະ ກອງກຳລັງຂອງລັດຖະບານ
ໂຊມາເລຍ. ພວກຫົວຮຸນແຮງໄດ້ທຳການໂຈມຕີ ເລື້ອຍໆ ສ່ວນຫຼາຍແນເປົ້າໝາຍ
ໃສ່ບັນດາເຈົ້າໜ້າທີ່ລັດຖະບານ ແລະ ກອງທະຫານສະຫະພາບອາຟຣິກາ.

ກຸ່ມເຄືອຂ່າຍ al-Qaida ໄດ້ຫາທາງທີ່ຈະ ວາງກົດໝາຍແບບອິສລາມທີ່ເຄັ່ງຂັດ
ຕໍ່ປະເທດດັ່ງກ່າວ ແລະ ໄດ້ຕັດຫົວ ແກວ່ງກ້ອນຫິນໃສ່ຈົນຕາຍ ຫຼື ຕັດແຂນຂາ
ຂອງພວກປະຊາຊົນ ທີ່ຖືກກ່າວຫາ ໃນຄະດີຕ່າງໆ ຢູ່ເລື້ອຍໆ.

Somalia Blast
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG