ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

8 ຄົນເສຍຊີວິດ ຍ້ອນການໂຈມ​ຕີ ​ສະລະຊີບ ຢູ່ໂຊມາເລຍ (ວີ​ດິ​ໂອ)


ເຈົ້າໜ້າທີ່ຢືນຢູ່ໃກ້ ຊາກຫັກພັງຂອງລົດ ທີ່ໃຊ້ຫ້າງລະເບີດ ເພື່ອທໍາການໂຈມ​ຕີ​ສະລະ​ຊີບ​ ທີ່ແນໃສ່ລົດທີ່​ບັນທຸກ​ຄະ​ນະ​ຜູ້ແທນ​ ​ປະ​ເທດ​ກາ​ຕ້າ ​ທີ່ນະຄອນ Mogadishu ໃນວັນທີ 5 ພຶດສະພາ 2013.
ເຈົ້າໜ້າທີ່ຢືນຢູ່ໃກ້ ຊາກຫັກພັງຂອງລົດ ທີ່ໃຊ້ຫ້າງລະເບີດ ເພື່ອທໍາການໂຈມ​ຕີ​ສະລະ​ຊີບ​ ທີ່ແນໃສ່ລົດທີ່​ບັນທຸກ​ຄະ​ນະ​ຜູ້ແທນ​ ​ປະ​ເທດ​ກາ​ຕ້າ ​ທີ່ນະຄອນ Mogadishu ໃນວັນທີ 5 ພຶດສະພາ 2013.
ເຈົ້າໜ້າທີ່ໃນໂຊມາເລຍເວົ້າວ່າ ຜູ້​ໂຈມ​ຕີ​ສະລະ​ຊີບ​ດ້ວຍລະ
ເບີດທີ່ຫ້າງໃສ່ລົດ ໄດ້ໂຈມ​ຕີ​ຂະ​ບວນລົດ ທີ່​ບັນທຸກ​ຄະ​ນະ​ຜູ້​
ແທນ​ຈາກ​ປະ​ເທດ​ກາ​ຕ້າ ​ໂດຍໄດ້ສັງ ຫານຊາວ​ໂຊ​ມາ​ເລຍ
ຢ່າງໜ້ອຍ 8 ຄົນ ໃນນະຄອນຫລວງ Mogadishu.

ຕໍາຫລວດເວົ້າວ່າ ​ຄະນະ​ຜູ້​ແທນ​ກາ​ຕ້າ ບໍ່​ໄດ້​ຮັບ​ບາດ​ເຈັບຈັກ​
ຄົນ ​ແລະ​ກໍ​ໄດ້​ເດີນທາງ​ຕໍ່​ໄປ​ຍັງ​ໂຮງ​ແຮມ​ຂອງ​ເຂົາ​ເຈົ້າ.

ຍັງ​ບໍ່​ມີ​ຝ່າຍໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​
ໂຈມ​ຕີ​ໃນ​ມື້​ນີ້​ເທື່ອ ​ແຕ່ພວກ​ຫົວ​ຮຸນ​ແຮງ​ຈາກ​ກຸ່ມ al-Shabab
​ເຄີຍ​ມີ​ປະວັດ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງຢູ່​ໃນ​ຂົງ​ເຂດ.

ກຸ່ມ al-Shabab ​ໄດ້​ຄວບ​ຄຸມ​ພາກສ່ວນ​ໃຫຍ່​ຂອງ​ນະຄອນຫລວງ ຈົນ​ກະ​ທັ່ງກອງ
ທັບ​ສາມາດ​ຂັບ​ໄລ່​ພວກ​ເຂົາ​ໜີ​ອອກ​ໄປ​ໄດ້ ​ເມື່ອ​ສອງ​ປີ​ກ່ອນ.

SOMALIA BLAST
please wait
Embed

No media source currently available

0:00 0:00:35 0:00
XS
SM
MD
LG