ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫົວໜ້າກີລາໂຊມາເລຍ ເສຍຊີວິດ ໃນການໂຈມຕີ ຂອງກຸ່ມອາລຊາບັບ (ເບິ່ງສະໄລດ໌)


ກຸ່ມ​ຫົວ​ຮຸນ​ແຮງ al-Shabab ​ໄດ້ຍອມຮັບ​ເອົາ​ຄວາມ​ຜິດ​ຊອບ​ຕໍ່​ເຫດການວາງ​ລະ​ເບີ​ດສະ
ລະ​ຊີບ​ຢູ່​ໃນ​ເມືອງ​ຫລວງ​ຂອງ​ໂຊ​ມາ​ເລຍ ທີ່​ໄດ້ສັງຫານຢ່າງ​ໜ້ອຍ 10 ຄົນ ​ໂຮມ​ທັງ​ບັນດາ
ຫົວໜ້າ​ກີລາ​ບານ​ເຕະ ​ແລະ​ໂອ​ລິ​ມປິກ ​ຂອງ​ປະ​ເທດນໍາ​ນັ້ນ​.

ເຫດການ​ໂຈ​ມຕີ​ເມື່ອ​ວັນ​ພຸດ​ວານ​ນີ້ ​ເກີດ​ຂຶ້ນຢູ່​ທີ່ ໂຮງ​ມະຫໍລະສົບ​ແຫ່ງ ຊາດ​ທີ່​ຫາ​ກໍເປີດ​
ຄືນໃໝ່​ໆ ໃນ​ເມືອງ​ຫລວງ​ໂມ​ກາ​ດີ​ສຊຸ ຂອງ​ໂຊ​ມາ​ເລ​ຍ ທີ່​ໄດ້​ເປັນສັນຍະ​ລັກ​ຂອງການ​ຜັກ
ດັນກ້າວ​ໄປ​ໜ້າ ​ເພື່ອ​ຟື້ນ​ຄວາມ​ໝັ້ນຄົງ​ແລະ​ສະຖຽນລະ​ພາບ ລຸນ​ຫລັງຄວາມ​ວຸ້ນວາຍ​ທີ່​ມີ​
ມາ​ໄດ້​ຫລາຍ​ກວ່າ 20 ປີ.

ບັນດາ​ເຈົ້າໜ້າ​ທີ່ກ່າວວ່າ ​ແມ່ຍິງຄົນ​ນຶ່ງ​ໄດ້​ລະ​ເບີດ​ຕົນ​ເອງ​ ​ໃນ​ຂະນະ​ທີ່​ນາ​ຍົກ​ລັດຖະມົນຕີ
Abdiweli Mohamed Ali ກ່າວ​ຄໍາ​ປາໄສຕໍ່​ຝຸງ​ຊົນ ​ທີ່​ໄປເຕົ້າ​ໂຮມ​ກັນ​ເພື່ອ​ສະ​ເຫລີ​ມສະ
ຫລອງ​ວັນ​ຄົບຮອບ​ນຶ່ງ​ປີ​ຂອງສະຖານີ​ໂທລະພາບ​ແຫ່ງ​ຊາດ​ຂອງ​ໂຊ​ມາ​ເລຍ.

ທ່ານ​ນາຍົກ​ລັດ​ຖະມົນຕີ​ບໍ່​ໄດ້ຮັບ​ອັນ​ຕະລາຍໃດໆ ​ແຕ່ສະ​ຫະພັນ​ແຫ່ງ​ຊາດ​ຂອງພວກ​ນັກ​
ຂ່າວ​ໂຊ​ມາ​ເລຍ ຫລື NUSOJ ກ່າວ​ວ່າມີນັກ​ຂ່າວ​ຢ່າງ​ໜ້ອຍ​ເຈັດ​ຄົນໄດ້​ຮັບ​ບາດ​ເຈັບ​. ທ່ານ
Omar Faruk Osman ​ເລຂາ​ທິການ​ໃຫຍ່​ຂອງ NUSOJ ​ໄດ້​ປະນາມ​ການ​ໂຈມ​ຕີນັ້ນ
ໂດຍ​ກ່າວ​ວ່າ ການ​ໂຈມ​ຕີໄດ້ແນເປົ້າ​ໝາຍໂດຍ​ກົງ​ໃສ່​ວົງການ​ສື່​ມວນ​ຊົນ​ແລະ​ພວກ​ນັກ​ຂ່າວ
ເພາະວ່າການ​ເຕົ້າ​ໂຮມ​ກັນ​ຄັ້ງ​ນີ້ ​ແມ່ນ​ເປັນ​ພິທີການ​ຂອງວົງ​ການ​ສື່​ມວນ​ຊົນ​ໂດຍ​ສະ​ເພາະ.

ນັກ​ຂ່າວ​ວີ​ໂອ​ເອຄົນ​ນຶ່ງ ບັນ​ທຶກ​ພາບ​ການລະ​ເບີດ​ໄດ້​ທັນ

ນາຍົກລັດຖະມົນຕີ​ໄດ້​ຢືນຢັນ​ຕໍ່​ວີ​ໂອ​ເອ​ໃນ​ເວລາ​ຕໍ່​ມາ​ວ່າ ​ແມ່ຍິງ​ຄົນ​ນຶ່ງ ​ເປັນ​ຜູ້​ວາງ​ລະ​ເບີດ
ແລະ​ເອີ້ນການ​ວາງ​ລະ​ເ​ບີ​ດຖືຄັ້ງ​ນີ້ ​ວ່າ​ເປັນ​ການ ປະຕິບັດ​ກໍ່​ການ​ຮ້າຍ​ຂອງ​ກຸ່ມ ອາລຊາ​ບັບ.

ເຫດການ​ລ​ະ​ເບີດ​ດັ່ງກ່າວ​ໄດ້​ສັງຫານ​ຫົວໜ້າກໍາມະການ​ກີລາ​ໂອ​ລິ​ມປິກ ທ່ານ Adan Haji
Yabarow Wiish ​ແລະທ່ານ Said Mohamed Nur ຫົວໜ້າສະຫະພັນ​ບານ​ເຕະ.

ເບິ່ງຮູບສະໄລດ໌ພິທີໄຂໂຮງມະຫໍລະສົບຄືນໃໝ່:

XS
SM
MD
LG