ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກ Al-Shabab ດຳເນີນການໂຈມຕີ ໃນນະຄອນຫຼວງ Mogadishu


ທະຫານ ໂຊມາເລຍ ຢືນຢູ່ໃກ້ກັບຊາກຫັກພັງຂອງລົດທີ່ຖືກ
ໃຊ້ໃນການລະເບີດໂຈມຕີຢູ່ນອກກົມສືບສວນສອບສວນອາ
ຊະຍາກຳ ໃນນະຄອນຫຼວງ Mogadishu, ໂຊມາເລຍ, 31 ກໍລະກົດ, 2016.
ທະຫານ ໂຊມາເລຍ ຢືນຢູ່ໃກ້ກັບຊາກຫັກພັງຂອງລົດທີ່ຖືກ ໃຊ້ໃນການລະເບີດໂຈມຕີຢູ່ນອກກົມສືບສວນສອບສວນອາ ຊະຍາກຳ ໃນນະຄອນຫຼວງ Mogadishu, ໂຊມາເລຍ, 31 ກໍລະກົດ, 2016.

ລາຍງານກ່າວວ່າ ພວກ Al-Shabab ໄດ້ໂຈມຕີສຳນັກງານໃຫຍ່ ສືບສວນສອບສວນ ອາຊະຍາກຳ ຂອງກອງກຳລັງຕຳຫຼວດ ໂຊມາເລຍ ໃນນະຄອນຫຼວງຂອງປະເທດ.

ພວກເຫັນເຫດການໄດ້ກ່າວວ່າ ລະເບີດລົດໄດ້ແຕກສອງຄັ້ງລຽນຕິດ ຢູ່ທາງເຂົ້າໃຫຍ່ ຂອງຫ້ອງການໃນນະຄອນຫຼວງ Mogadishu, ເຊິ່ງກໍເປັນຄຸກນຳນັ້ນ.

ລັດຖະມົນຕີປ້ອງກັນຄວບສະຫງົບພາຍໃນປະເທດຂອງ ໂຊມາເລຍ ທ່ານ Abdirizak Omar Mohamed ກ່າວຢູ່ໃນ Twitter ຂອງເພິ່ນວ່າ ພວກນັກຮົບ Al-Shabab 3 ຄົນທີ່ ພະຍາຍາມບຸກເຂົ້າໄປໃນຕຶກຫຼັງຈາກການລະເບີດ ໄດ້ຖືກຂ້າຕາຍໂດຍກອງກຳລັງຮັກ ສາຄວາມປອດໄພ.

ພວກເຫັນເຫດການກ່າວວ່າ ມີຢ່າງໜ້ອຍ 3 ຄົນທີ່ຍ່າງຂ້າມຫົນທາງໄດ້ຖືກຂ້າຕາຍ, ແຕ່ ຈຳນວນຜູ້ເສຍຊີວິດອາດຈະເພີ່ມສູງຂຶ້ນອີກກໍເປັນໄດ້. ບັນດານັກຂ່າວທີ່ຢູ່ໃນເຫດການ ລາຍງານວ່າ ມີພົນລະເຮືອນ 7 ຄົນໄດ້ເສຍຊີວິດ.

ທ່ານ Mohamed ກ່າວຢືນຢັນວ່າ “ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ” ສຳລັບກອງກຳ ລັງຮັກສາຄວາມປອດໄພ.”

ເຈົ້າໜ້າທີ່ຕຳຫຼວດຄົນໜຶ່ງທີ່ຢູ່ຫຼັງຄາຂອງສຳນັກງານສືບສວນສອບສວນໄດ້ກ່າວວ່າ ກອງ ກຳລັງຮັກສາຄວບປອດໄພ ໄດ້ເຂົ້າຄວບຄຸມຕຶກດັ່ງກ່າວຢ່າງເຕັມສ່ວນແລ້ວ.

ສື່ມວນຊົນທີ່ສະໜັບສະໜູນພວກ Al-Shabab ໄດ້ອ້າງວ່າກຸ່ມດັ່ງກ່າວເປັນຜູ້ຮັບຜິດຊອບ ສຳລັບການໂຈມຕີຄັ້ງນັ້ນ.

ມັນແມ່ນການໂຈມຕີຄັ້ງທີ 2 ໃນເວລາບໍ່ເຖິງ 2​ ສັບປະດາ. ໃນວັນອາຄານທີ່ຜ່ານມາ, ລະ ເບີດລົດ 2​ ຄັນໄດ້ໂຈມຕີສະໜາມບິນ Mogadishu ເຮັດໃຫ້ 13 ຄົນເສຍຊີວິດ, ເຊິ່ງສ່ວນ ໃຫຍ່ເປັນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂອງບໍລິສັດເອກະຊົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Somalia Attack
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG