ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

al-Shabab ອ້າງເອົາ ການໂຈມຕີສະຫຼະຊີບ ຢູ່ໂຊມາເລຍ (ວີດີໂອ)


ທະຫານລັດຖະບານໂຊມາເລຍ ຢູ່ບ່ອນເກີດເຫດລະເບີດ ທີ່ເມືອງ Baladweyne, ວັນທີ 19 ຕຸລາ 2013.
ທະຫານລັດຖະບານໂຊມາເລຍ ຢູ່ບ່ອນເກີດເຫດລະເບີດ ທີ່ເມືອງ Baladweyne, ວັນທີ 19 ຕຸລາ 2013.
ກຸ່ມ​ຫົວ​ຮຸນ​ແຮງ al-Shabab ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​
ຕໍ່ເຫດການໂຈມ​ຕີ​ສະຫຼະ ຊີບດ້ວຍ​ລະ​ເບີດ​ໃນ​ວັນ​ເສົາ​ວານ​ນີ້
ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ຢ່າງ​ໜ້ອຍ 15 ຄົນໃນ​ເຂດ​ພາກ
​ຕາເວັນ​ຕົກ​ຂອງ​ປະ​ເທດ​ໂຊ​ມາ​ເລຍ ຢູ່​ໃກ້ ​ເຂດ​ຊາຍ​ແດນ​ຕິດ
ກັບປະ​ເທດ Ethiopia ນັ້ນ.

ຖະ​ແຫຼງການ​ສະບັບ​ນຶ່ງຂອງ​ກຸ່ມ​ກົວ​ຮຸນ​ແຮງ al-Shabab ​ເວົ້າ
​ວ່າ ການ ​ໂຈມ​ຕີໄດ້​ແນ​ໃສ່​ຮ້ານ​ກາ​ເຟຮ້ານ​ນຶ່ງ ​ໃນ​ເມືອງ
Beledweyne ບ່ອນ​ທີ່​ ພວກ​ທະຫານ​ມັກໄປ​ເຕົ້າ​ໂຮມ​ກັນ​ຢູ່ ​
ແລະວ່າ ຜູ້​ເສຍ​ຊີວິດ​ນັ້ນ ມີ​ທະຫານ​ຂອງ​ປະ​ເທດ Ethiopia ກັບ
Djibouti ​ແລະ​ທະຫານ​ໂຊ​ມາ​ເລຍ ນໍາ.

ທ່ານ Abid Farah ນາຍົກລັດຖະມົນຕີໂຊ​ມາ​ເລຍ ​ເວົ້າ​ວ່າການ​ໂຈມ​ຕີ​ດັ່ງກ່າວ​ເກີດ​ຂຶ້ນ
ຢູ່​ໃກ້​ໂຮງການພະ​ແນ​ກປົກຄອງ​ແຫ່ງ​ນຶ່ງຂອງ​ລັດຖະບານ ​ແລະ​ວ່າ​ ກຸ່ມ​ປັນຍາ​ຊົນ​ແລະ​
ກຸ່ມ​ພົນລະ​ເຮືອນ ​ໄດ້​ມາ​ພົບ​ປະກັນ​ຢູ່​ໃກ້​ບ່ອນ​ເກີດ​ເຫດ ​ໃນ​ໄລຍະ​ອາທິດນຶ່ງຜ່ານ​ມານີ້ ​
ເພື່ອ​ອະພິປາຍກັນ​ເລຶ່ອງອະນາຄົດ​ຂອງ​ເມືອງ Hiraan ທີ່ໄດ້​ຕົກເປັນ​ເປົ້າໝາຍ​ນັ້ນ.
ທ່າ​ນນາຍົກ​ບໍ່​ໄດ້​ໃຫ້​ຈໍານວນ​ທີ່​ແທ້​ຈິງ​ຂອງ​ຜູ້​ເສຍຊີວິດ ​ແຕ່ພວກຫົວ​ຮຸນ​ແຮງບອກ​ໂຕ​ເລກ​ ວ່າ​ 25 ຄົນ.

​ທ່ານ Bashir Hussein Dhoor ເຈົ້າໜ້າ​ທີ່​ເມືອງ Beledweyne ບອກວີ​ໂອ​ເອ ພະ​ແນກ
ພາສາ​ໂຊ​ມາ​ເລຍ​ວ່າ ​ມີ​ພົນລະ​ເຮືອນ ຢ່າ​ງໜ້ອຍ 7 ຄົນ ​ໃນ​ຈໍານວນ​ຜູ້​ເສຍ​ຊີວິດ​.

ການ​ໂຈມ​ຕີ​ດັ່ງກ່າວແມ່ນ​ມີ​ຂຶ້ນ ສີ່​ອາທິດຫຼັງຈາກການ​ໂຈມ​ຕີ​ໃຫຍ່​ບັ້ນ​ນຶ່ງ ຂອງ​ກຸ່ມ al-
Shabab ຢູ່​ສູນ​ການ​ຄ້າ​ໃຫຍ່​ແຫ່​ງນຶ່ງ​ໃນ​ເມືອງຫຼວງຂອງ​ປະ​ເທດ​ເຄັນ​ຢາ ທີ່​ໄດ້​ສັງຫານ​
ຜູ້ຄົ​ນ​ໄປ​ເກືອບ 70 ຄົນ ແລະ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ນາໆຊາດ ​ແລະ​ການ​ປະນາມ​ກຸ່ມ​ຫົວ​ຮຸນ​ແຮງ al-Shabab ຢ່າງ​ຮຸນ​ແຮງ ​ແລະ​ກວ້າງຂວາງ.

ເບິ່ງວີດີໂອ:

Somalia Attack
please wait
Embed

No media source currently available

0:00 0:00:30 0:00
XS
SM
MD
LG