ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນບໍ່ມີຄົນຂັບຂອງ ສະຫະລັດ ສັງຫານ ຫົວໜ້າລະດັບສູງ ຂອງພວກ al-Shabab


ສະມາຊິກກຸ່ມຫົວຮຸນແຮງ al- Shabab ຂອງ ໂຊມາເລຍ ຍ່າງເປັນຂະບວນຢູ່ເຂດນອກຂອງນະຄອນຫຼວງ ໂມກາດິສຊູ. ໂຊມາເລຍ. 5 ພຶດສະພາ, 2012.
ສະມາຊິກກຸ່ມຫົວຮຸນແຮງ al- Shabab ຂອງ ໂຊມາເລຍ ຍ່າງເປັນຂະບວນຢູ່ເຂດນອກຂອງນະຄອນຫຼວງ ໂມກາດິສຊູ. ໂຊມາເລຍ. 5 ພຶດສະພາ, 2012.

ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງ ສະຫະລັດ ລຳນຶ່ງຖືກລາຍງານວ່າ ໄດ້ສັງຫານ
ຜູ້ບັນຊາການຄົນສຳຄັນຂອງພວກ al-Shabab ໃນພາກໃຕ້ຂອງປະເທດ ໂຊມາເລຍ,
ອີງຕາມການກ່າວຕໍ່ວີໂອເອ ໂດຍບັນດາເຈົ້າໜ້າທີ່.

ແຫຼ່ງຂ່າວໃນທ້ອງຖິ່ນໄດ້ກ່າວວ່າ ການໂຈມຕີໃນວັນສຸກທີ່ຜ່ານມາໄດ້ແນເປົ້າໃສ່ລົດຄັນ
ນຶ່ງເຊິ່ງ ພວກເຈົ້າໜ້າທີ່ກຸ່ມ al-Shabab ຫຼາຍຄົນໄດ້ໃຊ້ສຳລັບເດີນທາງ ຢູ່ໃກ້ກັບບ້ານ
Kunya Barrow ໃນພາກພື້ນລຸ່ມແມ່ນໍ້າ Shabelle ທາງພາກໃຕ້ຂອງປະເທດ
ໂຊມາເລຍ.

ທ່ານ Aden Omar ຄະນະກຳມະທິການເມືອງ Barawe ໃນພາກພື້ນລຸ່ມແມ່ນໍ້າ
Shabelle ໄດ້ກ່າວວ່າ “ຂ້າພະເຈົ້າສາມາດຢືນຢັນໄດ້ວ່າ ການໂຈມຕີທາງອາກາດໄດ້
ເກີດຂຶ້ນໃນວັນສຸກທີ່ຜ່ານມາ. ມັນໄດ້ຖືກດຳເນີນຂຶ້ນໂດຍເຮືອບິນບໍ່ມີຄົນຂັບ ທີ່ສົງໄສ
ວ່າເປັນຂອງ ສະຫະລັດ. ການໂຈມຕີໄດ້ແນເປົ້າໃສ່ພວກເຈົ້າໜ້າທີ່ກຸ່ມ al-Shabab.
ແຫຼ່ງຂ່າວສືບລັບຂອງພວກເຮົາ ຢືນຢັນວ່າ ຜູ້ບັນຊາການລະດັບສູງຂອງກຸ່ມ al-
Shabab ທີ່ຮັບຜິດຊອບ ໃນການເກນເອົານັກຮົບສຳລັບພວກຫົວຮຸນແຮງ ແມ່ນໄດ້ຖືກ
ຂ້າຕາຍໃນການໂຈມຕີດັ່ງກ່າວ.”

ທ່ານໄດ້ລະບຸເຈົ້າໜ້າທີ່ໆເສຍຊີວິດວ່າແມ່ນ ທ້າວ Abu-Xudeyfi, ແຕ່ແຫຼ່ງຂ່າວໃນ
ທ້ອງຖິ່ນໃສ່ຊື່ຂອງລາວວ່າ Sheekh Abdirahman Xudeyfi.

ທ່ານ Omar ໄດ້ກ່າວວ່າ “ເຈົ້າໜ້າທີ່ຜູ້ເສຍຊີວິດມີຊື່ວ່າ Abu Xudeyfi ຄົງຈະແມ່ນຊື່
ໃນກຸ່ມ al-Shabab ຂອງລາວ, ແລະ ຈະໃຫ້ຂໍ້ມູນເພີ່ມເຕີມ ແລະ ຢ່າງເໝາະສົມ."

ຂ່າວ ກ່ຽວກັບ ການໂຈມຕີໃນໄດ້ມີຂຶ້ນໃນວັນສຸກທີ່ຜ່ານມາ ໃນຂະນະທີ່ຊາວມຸສລິມ
ໃນທົ່ວໂລກ ລວມທັງຊາວ ໂຊມາເລຍ, ໄດ້ສະເຫຼີມສະຫຼອງບຸນ Eid al-Adha, ເປັນ
ບຸນທີ່ຖືກເຄົາລົບຫຼາຍທີ່ສຸດຂອງສາສະໜາອິສລາມ.

ໃນເດືອນທີ່ຜ່ານມາ, ການໂຈມຕີທີ່ເປັນບັນຫາ ທີ່ປະກອບມີກອງກຳລັງ ສະຫະລັດ
ໃນ ໂຊມາເລຍ ໄດ້ສັງຫານຢ່າງໜ້ອຍປະຊາຊົນ 10 ຄົນ ລວມທັງເດັກນ້ອຍສາມຄົນ
ໃນບ້ານ Bariire ຕັ້ງຢູ່ລຸ່ມແມ່ນໍ້າ Shabelle.

ເຫດການດັ່ງກ່າວໄດ້ກໍ່ໃຫ້ມີການແຕກແຍກກັນ ລະຫວ່າງກອງກຳລັງລັດຖະບານ
ໂຊມາເລຍ ທີ່ໄດ້ຮັບການສະໜັບສະໜູນໂດຍ ສະຫະລັດ ແລະ ບັນດາຜູ້ນຳຂອງເຜົ່າ
ພັນທີ່ມີອຳນາດ ທີ່ໄດ້ອ້າງວ່າຊາວນາຜູ້ບໍລິສຸດຂອງເຂົາເຈົ້າໄດ້ຖືກສັງຫານຢ່າງຫຼວງ
ຫຼາຍ.

ໃນເດືອນກໍລະກົດທີຜ່ານມາ, ກອງທັບ ສະຫະລັດ ໃນ ອາຟຣິກາ ໄດ້ສັງຫານ ຈີຮາດ
ລະດັບສູງຂອງພວກຫົວຮຸນແຮງ, ທ້າວ Ali Muhammad Hussein, ຮູ້ຈັກກັນວ່າ
Ali Jabal, ໃນ “ການໂຈມຕີທີ່ປະສົບຄວາມສຳເລັດ.” ທ້າວ Jabal ເປັນຜູ້ຄວບຄຸມ
ການປະຕິບັດການຂອງພວກ al-Shabab ໃນນະຄອນຫຼວງ ໂມກາດິສຊູ ແລະ ນຳ
ພາກອງກຳລັງໃນທົ່ວສອງພວກພາກພື້ນ ໃນປະເທດ ໂຊມາເລຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG