ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກ ອາ​ລ-ຊາ​ບັບ ໂຈມ​ຕີ ນະ​ຄອນຫຼວງຂອງ ໂຊ​ມາ​ເລຍ, ສັງ​ຫານ​ຢ່າງ​ໜ້ອຍ 10 ຄົນ


ລົດ​ຕຳຫຼວດ​ຂັບ​ຜ່ານ ຊາກ​ຫັກ​ພັງຂອງ​ລົດ ຫຼັງ​ຈາກ​ການ​ໂຈມ​ຕີ​ລະ​ເບີດ​ລົດ​ສະຫຼະ​ຊີບ, ການ​ໂຈມ​ຕີ​ຕຶກ​ລັດ​ຖະ​ບານ​ໃນ​ນະ​ຄອນຫຼວງ ໂມ​ກາ​ດິ​ຊູ, ໂຊ​ມາ​ເລຍ. 23 ມີ​ນາ, 2019.
ລົດ​ຕຳຫຼວດ​ຂັບ​ຜ່ານ ຊາກ​ຫັກ​ພັງຂອງ​ລົດ ຫຼັງ​ຈາກ​ການ​ໂຈມ​ຕີ​ລະ​ເບີດ​ລົດ​ສະຫຼະ​ຊີບ, ການ​ໂຈມ​ຕີ​ຕຶກ​ລັດ​ຖະ​ບານ​ໃນ​ນະ​ຄອນຫຼວງ ໂມ​ກາ​ດິ​ຊູ, ໂຊ​ມາ​ເລຍ. 23 ມີ​ນາ, 2019.

ພວກ​ຫົວ​ຮຸນ​ແຮງ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫ້ອງ​ການ​ລັດ​ຖະ​ບານ ໂຊ​ມາ​ເລຍ ທີ່​ນະ​ຄອນຫຼວງ
ໂມກາດິຊູ ໃນວັນເສົາວານນີ້ ຫຼັງຈາກໄດ້ກົດປຸ່ມລະເບີດລົດ, ແລະ ບັນດາເຈົ້າໜ້າທີ່
ໄດ້ກ່າວວ່າ ມີຢ່າງໜ້ອຍ 10 ໄດ້ເສຍຊີວິດ, ລວມທັງຮອງລັດຖະມົນຕີທ່ານນຶ່ງ. ບັນດາ
ເຈົ້າໜ້າທີ່ຂອງໜ່ວຍບໍລິການລົດສຸກເສີນ ທີ່ບໍ່ຄິດຄ່າໃຊ້ຈ່າຍພຽງແຫ່ງດຽວຂອງນະ
ຄອນຫຼວງ ໂມກາດິຊູ ໄດ້ກ່າວວ່າ ເຂົາເຈົ້າໄດ້ຮັບເອົາພົນລະເຮືອນທີ່ໄດ້ຮັບບາດເຈັບ
ເກືອບ 10 ຄົນ.

ອີງ​ຕາມ​ຜູ້​ເຫັນ​ເຫດ​ການ​ນັ້ນ, ການ​ໂຈມ​ຕີ​ໄດ້​ເລີ່ມ​ຂຶ້ນ​ເມື່ອ​ມື​ລະ​ເບີດ​ສະຫຼະ​ຊີບ ໄດ້​ລະ​
ເບີດລົດທີ່ເຕັມໄປດ້ວຍລະເບີດຂອງລາວ ຢູ່ຕໍ່ໜ້າປະຕູທາງເຂົ້າຂອງພື້ນທີ່ໆມີຕຶກ
ຂອງກະຊວງສອງແຫ່ງ, ເຊິ່ງແມ່ນກະຊວງແຮງງານ ແລະ ກະຊວງໂຍທາທິການ ແລະ
ການຟື້ນຟູ.

ທ່ານ ອາ​ເມັດ ໂມ​ຮາ​ເມັດ ອີ​ມານ, ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ກະ​ຊວງໂຍ​ທາ​ທິ​ການ
ແລະ ການຟື້ນຟູ ຜູ້ທີ່ລອດຊີວິດຈາກການໂຈມຕີໄດ້ກ່າວຕໍ່ວີໂອເອພະແນກ ໂຊມາ
ເລຍ ວ່າ “ລົດລະເບີດໄດ້ແຕກຢູ່ປະຕູທາງເຂົ້າແຫ່ງນຶ່ງໃນບໍລິເວນກະຊວງ ແລະຫຼັງ
ຈາກນັ້ນພວກຫົວຮຸນແຮງທີ່ພົກພາປືນກົນ ກໍໄດ້ບຸກເຂົ້າໃນຕຶກຕ່າງໆ, ຕໍ່ສູ້ກັນຢ່າງ
ຮຸນແຮງກັບກອງກຳລັງຮັກສາຄວາມປອດໄພ.”

ທ່ານ ອີ​ມານ ໄດ້​ເວົ້າ​ວ່າ ພວກ​ນັກ​ໂຈມ​ຕີ​ບາງ​ຄົນ​ໄດ້​ບຸກ​ໄປ​ຫາ​ຕຶກ​ຕ່າງໆ ເພື່ອ​ພະ​ຍາ​
ຍາມທີ່ຈະເອົາພະນັກງານບາງຄົນເປັນຕົວປະກັນ ກ່ອນພວກເຂົາຈະຖືກຍິງໂດຍ
ກອງກຳລັງຮັກສາຄວາມປອດໄພ.

ສະ​ມາ​ຊິກ​ສະ​ພາ ໂຊ​ມາ​ເລຍ ທ່ານ ໂມ​ຮາ​ມັດ ອັບ​ດຸ​ລ​ລາ ອາ​ເມັດ ໄດ້​ກ່າ​ວ​ວ່າ “ລະ​
ເບີດຂະໜາດໃຫຍ່ໄດ້ແຕກ ຈົນເຮັດໃຫ້ລົດຂອງຂ້າພະເຈົ້າເກືອບບິນຂຶ້ນ. ແລ້ວ,
ຂ້າພະເຈົ້າກໍໄດ້ເຫັນມືປືນຢ່າງໜ້ອຍສີ່ຄົນ ໃນຊຸດເຄື່ອງແບບຂອງລັດຖະບານ ບຸກ
ເຂົ້າໄປໃນຕຶກ. ຂ້າພະເຈົ້າຍັງໄດ້ເຫັນສົບພົນລະເຮືອນຜູ້ເສຍຊີວິດສີ່ຄົນ ແລະ ຄົນ
ອື່ນໆທີ່ໄດ້ຮັບບາດເຈັບນອນຢູ່ຕາມຖະໜົນ.”

ທ່ານ​ໄດ້​ກ່າວ​ວ່າ ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ໂຊ​ມາ​ເລຍ ສາ​ມາດ​ທີ່​ຈະ​ອົບ​ພະ​
ຍົບພະນັກງານລັດຖະບານຫຼາຍສິບຄົນ ອອກຈາກຕຶກພວກນີ້ຢ່າງກະທັນຫັນຫລັງ
ຈາກການໂຈມຕີ, ແຕ່ໃນລະຫວ່າງການໂຈມຕີນັ້ນ ພວກຫົວຮຸນແຮງໄດ້ຍິງທ່ານ
ອີບຣາຮິມ ອັບດາລລາ, ຮອງລັດຖະມົນຕີກະຊວງແຮງງານ, ຜູ້ທີ່ຍັງເປັນສະມາຊິກ
ສະພາ ໃນສະພາແຫ່ງຊາດຂອງ ໂຊມາເລຍ ດ້ວຍ.

ກຸ່ມ​ຫົວ​ຮຸນ​ແຮງ ອາ​ລ​ຊາ​ບັບ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ກຸ່ມ​ຂອງ​ຕົນ​
ແມ່ນຜູ້ຢູ່ເບື້ອງຫຼັງການໂຈມຕີຕ່າງໆ ແລະ ໄດ້ສັງຫານເຈົ້າໜ້າທີ່ລັດຖະບານຫຼາຍ
ຄົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG