ກຸ່ມຫົວຮຸນແຮງອາລຊາບັບ ເລີ້ມການໂຈມຕີແບບຊັບຊ້ອນ ທີ່ນະຄອນຫຼວງໂມກາດິສຊູ ອີງຕາມຄຳເວົ້າຂອງພວກທີ່ເຫັນເຫດການແລະເຈົ້າໜ້າທີ່.
ລະເບີດລົດໄດ້ແຕກຂຶ້ນທີ່ຄຸ້ມແຊນການີ (Shangani) ໃນນະຄອນຫຼວງໂມກາ ດິສຊູ ໃນຕອນເຊົ້າຂອງວັນເສົາມື້ນີ້.
ພວກທີ່ເຫັນເຫດການກ່າວວ່າ ການໂຈມຕີດ້ວຍລະເບີດດັ່ງກ່າວແມ່ນແນໃສ່ຕຶກກະຊວງແຮງງານແລະວຽກການທົ່ວໄປ ກະຊວງບູລະນະສ້າງສາ ແລະເຄຫະສະຖານ. ນອກນັ້ນແລ້ວ ກອງບັນຊາການຕຳຫຼວດປະຈຳເຂດ ກໍຕັ້ງຢູ່ໃນບໍລິເວນດັ່ງກ່າວນຳດ້ວຍ.
ລະເບີດລູກທີສອງມີລາຍງານວ່າ ໄດ້ແຕກຂຶ້ນບໍ່ເທົ່າໃດນາທີຕໍ່ມາຢູ່ໃນບໍລິເວນດຽວກັນ. ພວກທີ່ເຫັນເຫດການກ່າວວ່າ ເຫດລະເບີດແມ່ນມາຈາກລົດອີກຄັນນຶ່ງ ທີ່ເຊື່ອວ່າ ໄດ້ຖືກໃຊ້ໂດຍພວກມືປືນ. ອີງຕາມພວກທີ່ເຫັນເຫດການແລ້ວພວກມືປືນຈຸນີ້ໄດ້ບຸກເຂົ້າໄປໃນຕຶກອາຄານດັ່ງກ່າວ.
ສຽງປືນໄດ້ດັງຂຶ້ນຢູ່ໃນຕຶກອາຄານ ຊຶ່ງເປັນທີ່ຕັ້ງຂອງກະຊວງທັງສອງ. ໂດຍຜ່ານສື່ມວນຊົນທີ່ເປັນເຄືອຂ່າຍຂອງຕົນ ກຸ່ມອາລຊາບັບຍັງກ່າວອ້າງວ່າ ນັກລົບຂອງຕົນໄດ້ບຸກເຂົ້າໄປໃນຕຶກກະຊວງແຮງງານແລະວຽກການທົ່ວໄປ ແລະກະຊວງບູລະນະແລະເຄຫະສະຖານ.
ລັດຖະບານໂຊມາເລຍ ບໍ່ໄດ້ໃຫ້ຄວາມເຫັນໃດໆ ກ່ຽວກັບການໂຈມຕີດັ່ງກ່າວ.
ເຈົ້າໜ້າທີ່ໂຊມາເລຍຄົນນຶ່ງ ທີ່ຂໍສະຫງວນຊື່ ກ່າວວ່າ ພະແນກຮັກສາຄວາມປອດໄພຂອງປະເທດໄດ້ຄາດວ່າ ຈະມີການໂຈມຕີຄັ້ງໃຫຍ່ເກີດຂຶ້ນ ມາໄດ້ນຶ່ງອາທິດແລ້ວ.